ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນ​ຕັນ​ຢາ​ຮູ ປະ​ເຊີນ​ກັບ ສິ່ງ​ທ້າ​ທາຍ ໃນ​ການ​ເປັນ​ຜູ້​ນຳ​ພັກ


ທ່ານ ເນ​ຕັນ​ຢາ​ຮູ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ. 1 ທັນ​ວາ 2019.
ທ່ານ ເນ​ຕັນ​ຢາ​ຮູ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ. 1 ທັນ​ວາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ອີກ​ຄັ້ງ​ນຶ່ງ​ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ຂະ​ນະ​ທີ່​ພັກ ລີ​ຄູດ ຂອງ​ທ່ານໄດ້​ຈັດ​ການ​ລົງ​ຄະ​ແນນ​ສຽງ​ເບື້ອງ​ຕົ້ນ​ເພື່ອ​ຕັດ​ສິນ​ວ່າ ແມ່ນ​ໃຜ​ຈະ​ເປັນ​ຜູ້​ນຳ​ເຂົາ​ເຈົ້າ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທີ​ສາມ​ຂອງ ອິ​ສ​ຣ​າ​ແອ​ລ ໃນ​ໄລ​ຍະ​ເວ​ລາ 1 ປີ.

ຄູ່​ແຂ່ງເກົ່າ​ທ່ານ ກິ​ດຽນ ຊາ ໄດ້​ໂຄ​ສະ​ນາ​ຫາ​ສຽງ ໂດຍ​ອະ​ທິ​ບາຍ​ກ່ຽວ​ກັບ​ທ່ານ​ເອງ​ວ່າ ເປັນ​ຕົວ​ເລືອ​ກ​ທີ່​ດີກວ່າສຳ​ລັບ​ພັກ ເພື່ອ​ທີ່​ຈະ​ສາ​ມາດ​ຕັ້ງລັດ​ຖະ​ບານ​ຂຶ້ນ, ເຊິ່ງ​ແມ່ນ​ສິ່ງ​ທີ່​ທ່ານ ເນ​ຕັນ​ຢາ​ຮູ ບໍ່​ສາ​ມາດ​ເຮັດ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ສອງ​ຮອບ​ໃນ​ປີນີ້.

ທ່ານ ເນ​ຕັນ​ຢາ​ຮູ ຍັງ​ຄົງຮັກ​ສາ​ຄວາມ​ນິ​ຍົມ​ຊົມ​ຊອບຂອງ​ທ່ານ ​ໃນ​ບັນ​ດາ​ສະ​ມາ​ຊິກ​ພັກ ລີ​ຄູດ ໄດ້ ແລະ ຄາດ​ວ່າ​ຈະ​ຮັກ​ສາ​ຕຳ​ແໜ່ງ​ຂອງ​ທ່ານ ​ໃນ​ຖາ​ນະ​ຜູ້​ນຳພັກໄວ້​ຄື​ເກົ່າ.

ຜົນ​ຄະ​ແນນ​ຄາດ​ວ່າ​ຈະ​ມີ​ອອກ​ມາ​ໃນ​ວັນ​ສຸກມື້​ອື່ນ.

ທ່ານ ເນ​ຕັນ​ຢາ​ຮູ ໄດ້​ຖືກ​ຟ້າວ​ພາ​ລົງ​ຈາກ​ເວ​ທີ ​ຢູ່​ການ​ຊຸ​ມ​ນຸມ​ການ​ເລືອກ​ຕັ້ງ​ໃນ​ຕອນ​ແລງວັນ​ພຸດ​ວານນີ້ ໃນ​ເມືອງ ອາ​ຊ​ເກ​ລອນ (Ashkelon) ເຊິ່ງ​ແມ່ນ​ເມືອງ​ທ່າ​ເຮືອ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ຫຼັງ​ຈາກ​ຈະຫຼວດ​ລູກ​ນຶ່ງ​ໄດ້​ຖືກ​ຍິງອອກ​ຈາກ​ເຂດ​ ກາ​ຊາ.

ຈະຫຼວດ​ລູກ​ນຶ່​ງຈາກ​ເຂດ​ ກ​າ​ຊາ ​ຖືກ​ສະ​ກັດ​ໄດ້ໂດຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ Iron Dome, ກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ໄດ້​ໃຫ້​ການ​ຢືນ​ຢັນ.

ທ່ານ ເນ​ຕັນ​ຢາ​ຮູ ແລະ ພັນ​ລະ​ຍາ ທ່າ​ນນາງ ຊາ​ຣາ ໄດ້​ຖືກ​ນຳ​ພາ​ໄປ​ບ່ອນ​ລີ້​ໄພ​ທີ່​ຢູ່​ໃກ້​ຄຽງ ໃນ​ຂະ​ນະ​ທີ່​ສຽງ​ເຕືອນ​ໄພ​ຈະຫຼວດ​ຍັງ​ດັງ​ຢູ່. ຕໍ່​ມາ​ທ່ານ​ກໍ​ໄດ້​ກັບ​ອອກ​ມາ​ເພື່ອ​ກ່າວ​ຄຳ​ປາ​ໄສ​ໃຫ້​ໝົດ.

ກອງ​ທັບ​ໄດ້​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະຫຼວດ​ນັ້ນ​ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ເປົ້າ​ໝາຍ​ກຸ່ມ ຮາ​ມາ​ສ ໃນ​ເຂດ ກາ​ຊາ.

ໃນ​ເດືອນ​ແລ້ວນີ້, ທ່ານ ເນ​ຕັນ​ຢາ​ຮູ ໄດ້​ຖືກ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ​ສຳ​ລັບ​ການ​ສໍ້​ໂກງ, ຊື້​ຈ້າງ ແລະ ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ​ໃນ​ຄະ​ດີ​ການ​ສໍ້​ລາດ​ບັງ ຫຼວງ​ສາມ​ຄະ​ດີ​ຕ່າງ​ກັນ. ທ່ານ​ໄດ້​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ທັງ​ໝົດ​ຢ່າງ​ແຮງ.

Israeli Prime Minister Benjamin Netanyahu faces a challenge Thursday as his Likud party holds a primary to decide who will lead it into Israel's third general election in the span of a year.

Longtime rival Gideon Saar has campaigned portraying himself as a better option for the party to be able to form a government, something Netanyahu failed to do after two rounds of voting this year.

Netanyahu retains popularity among Likud members and is expected to retain his position as leader.

Results are expected Friday.

Netanyahu had to be rushed off the stage at an election rally late Wednesday in the southern port city of Ashkelon after a rocket was fired from the Gaza Strip.

One rocket fired from Gaza was intercepted by the Iron Dome missile defense system, the Israeli army confirmed.

Netanyahu and his wife Sara were taken to a nearby shelter as rocket sirens sounded. He later returned to finish his speech.

The military responded to the rocket fire by carrying out airstrikes against Hamas targets in Gaza.

Last month, Netanyahu was also indicted for fraud, bribery and breach of trust in three separate corruption cases. He has strongly denied all charges.

XS
SM
MD
LG