ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NASA ເປີດໂຕ ຈະຫຼວດໄປຍັງດວງຈັນທີ່ໃຫຍ່ໂຕ ຂອງສະຫະລັດ ສຳລັບການຍິງຂຶ້ນ ເປັນຄັ້ງທຳອິດ


ແຟ້ມພາບ - ຈະຫຼວດຍຸກໜ້າໄປຍັງດວງຈັນ ຂອງອົງການ NASA, ທີ່ເອີ້ນວ່າ Space Launch System (SLS) Artemis 1, ແມ່ນໄດ້ສະແດງໃຫ້ເຫັນ ຢູ່ທີ່ ສູນອະວະກາດ ເຄັນເນດີ (Kennedy Space Center) ໃນເຂດ Cape Canaveral, ລັດຟລໍຣິດາ, ວັນທີ 27 ກໍລະກົດ 2022.
ແຟ້ມພາບ - ຈະຫຼວດຍຸກໜ້າໄປຍັງດວງຈັນ ຂອງອົງການ NASA, ທີ່ເອີ້ນວ່າ Space Launch System (SLS) Artemis 1, ແມ່ນໄດ້ສະແດງໃຫ້ເຫັນ ຢູ່ທີ່ ສູນອະວະກາດ ເຄັນເນດີ (Kennedy Space Center) ໃນເຂດ Cape Canaveral, ລັດຟລໍຣິດາ, ວັນທີ 27 ກໍລະກົດ 2022.

ລະບົບການສົ່ງຈະຫຼວດຂຶ້ນສູ່ອະວະກາດໄປຍັງດວງຈັນຂະ​ໜາດໃຫຍ່ຂອງອົງ ການ ນາຊາ (NASA) ໂດຍຕິດຕັ້ງຢູ່ປາຍ​ດ້ວຍຍານແຄັບຊູລຂອງນັກບິນອະວະກາດ ທີ່ໝຸນອອກໄດ້ນັ້ນ ແມ່ນມີກຳນົດທີ່ຈະເລີ້ມການເຄື່ອນຍ້າຍ ຢ່າງຊ້າໆຫຼາຍ​ຊົ່ວ​ໂມງໄປຖານປ່ອຍຂອງມັນ ໃນ​ຄືນ​ວັນ​ອັງ​ຄານ​ວານນີ້ ກ່ອນໜ້າການເປີດໂຕທີ່ໃຫຍ່ໂຕມະໂຫລານ ໃນການທົດລອງການບິນ ທ້າຍເດືອນນີ້.

ຈະຫຼວດທີ່ມີຄວາມສູງ 98 ແມັດ ແມ່ນ​ມີກຳນົດທີ່ຈະເລີ້ມຕົ້ນພາລະກິດທຳອິດ ໄປຍັງອະວະກາດ ໂດຍປາດສະຈາກມະນຸດໃດໆເລີຍນັ້ນ ໃນວັນທີ 29 ສິງຫາ. ມັນຈະເປັນສິ່ງທີ່ສຳຄັນຍິ່ງ ຂອງການສາທິດການເດີນທາງໄປຍັງດວງຈັນ ທີ່ໄດ້ເລື່ອນອອກໄປເປັນເວລາດົນນານແລ້ວ ໃນໂຄງການທີ່ເອີ້ນວ່າ Artemis ຂອງອົງການນາຊາ ຊຶ່ງເປັນຄວາມພະຍາຍາມມູນຄ່າຫຼາຍພັນລ້ານໂດລາ ທີ່ຈະສົ່ງມະນຸດກັບຄືນໄປຍັງພື້ນຜິວຂອງດວງຈັນ ເພື່ອເປັນການຝຶກຊ້ອມສຳລັບ ພາລະກິດໄປຍັງດາວອັງຄານ ໃນອະນາຄົດ.

ໂຄງການລະບົບສົ່ງໄປຍັງອະວະກາດ ຊຶ່ງໂບອິ້ງ ເປັນຜູ້ນຳໜ້າໃນການພັດທະ ນາໃນທົດສະວັດທີ່ຜ່ານມານັ້ນ ມີກຳນົດຈະນຳອອກມາຈາກຕຶກປະກອບຂອງ ອົງການນາຊາ ຢູ່ທີ່ສູນອະວະກາດເຄັນເນດີ ໃນລັດຟລໍຣິດາ ເວລາ ປະມານ 9 ໂມງແລງຕາມເວລາຢູ່ກ້ຳຕາເວັນອອກໃນວັນອັງຄານ ແລະໄດ້ເລີ້ມເຄື່ອນຕົວໄປ ຍັງຖານປ່ອຍໄລຍະ 6 ກິໂລແມັດ. ການເຄື່ອນຍ້າຍທີ່ຕ່ຳກວ່າ 1.6 ກິໂລແມັດ ຕໍ່ຊົ່ວໂມງນີ້ ເປັນການເປີດໂຕທີ່ໃຊ້ເວລາປະມານ 11 ຊົ່ວໂມງ.

ຕັ້ງຢູ່ເທິງຈະຫຼວດນັ້ນ ແມ່ນຍານອະວະກາດ ຫຼືແຄັບຊູລ ຂອງນັກບິນອະວະ ກາດທີ່ເອີ້ນວ່າ ອໍຣຽນ (Orion) ຂອງນາຊາ ຊຶ່ງເປັນຄືຫ້ອງ​ທີ່​ແຍກ​ອອກ​ຈາກ​ຍານ​ອະ​ວະ​ກາດ ທີ່ສ້າງຂຶ້ນໂດຍບໍລິສັດ ລັອກ​ຮີດ ມາຕິນ ຄໍໂປເຣສັນ ແອລເມັມທີ ເອັນ (Lockheed Martin Corp LMT.N.) ມັນໄດ້ຖືກອອກ ແບບ ເພື່ອແຍກຕົວອອກຈາກຈະຫຼວດໃນອະວະກາດ ທີ່ບັນທຸກເອົາມະນຸດໄປສູ່ ບໍລິເວນດວງຈັນ ແລະນັດພົບກັບຍານອະວະກາດລຳນຶ່ງຕ່າງຫາກ ທີ່ຈະຮັບເອົາ ນັກບິນອະວະກາດທັງຫຼາຍລົງໄປຍັງພື້ນຜິວຂອງດວງຈັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG