ຫຼັງຈາກທີ່ໄດ້ເຮາະເຫີນໄລ່ຕິດຕາມມາໄດ້ ສອງປີແລ້ວ ຍານອະວະການຂອງ ອົງການ
ການບິນ ແລະ ອະວະກາດ ຫຼື NASA ກໍສາມາດໄລ່ທັນເປົ້າໝາຍຂອງຕົນ ນັ້ນກໍຄື
ດາວນ້ອຍທີ່ເກົ່າແກ່ ຊື່ວ່າ ເບັນນູ (Bennu).
“ພວກເຮົາໄດ້ໄປຮອດແລ້ວ” ທ່ານ ດອນເຕ ລໍເຣຕຕາ ຜູ້ສືບສວນຫຼັກ ດັ່ງກ່າວ ໄດ້
ກ່າວໄປໃນທວີເຕີ ເມື່ອຍານອະວະກາດ ໂອຊີຣິສ-ເຣັກສ໌ (Osiris-Rex) ໄດ້ໄປພົບ
ກັບດາວນ້ອຍ Bennu ນັ້ນ.
ຮຸ່ນຍົນຄົ້ນຄວ້າ ຈະເຂົ້າໄປໃນວົງໂຄຈອນອ້ອມດາວ Bennu ໃນວັນທີ 31 ທັນວານນີ້.
ສ່ວນ ຍານອະວະກາດ ໂອຊີຣິສ-ເຣັກສ໌ ຊື່ນີ້ແມ່ນຫຍໍ້ມາຈາກ Origin ຈຸດກຳເນີດ,
Spectral Interpretation ການແປຄື້ນຄວາມຖີ່ Resource Identification ການ
ລະບຸແຫຼ່ງຊັບພະຍາກອນ ແລະ Security-Regolith Explorer ການຂຸດຄົ້ນນຳເອົາ
ດິນຈາກພື້ນພິວຂອງດາວ ນັ້ນ ແມ່ນເປັນຄວາມພະຍາຍາມເທື່ອທຳອິດຂອງອົງການ
ນາຊາ ທີ່ຈະນຳເອົາຕົວຢ່າງຕ່າງໆ ມາຈາກດາວດັ່ງກ່າວ.
ຍານອະວະກາດນີ້ ຈະບິນຕິດຕາມຫຼັງ ດາວເບັນນູ ເປັນເວລານຶ່ງປີ ກ່ອນທີ່ຈະຕັກເອົາ
ຫີນແຫ່ ແລະ ຝຸ່ນ ກັບຄືນມາໂລກໃນປີ 2023.
ຍານອະວະກາດ ໂອຊີຣິສ-ເຣັກສ໌ ຄາດກັນວ່າ ຈະເກັບກຳເອົາຕົວຢ່າງໄດ້ຢ່າງໜ້ອຍ
60 ກຣາມ ຈາກດາວເບັນນູ ໂດຍຈະເຮັດໃຫ້ມັນ ກາຍເປັນຍານຂົນສົ່ງ ສິ່ງນອກຈັກ
ກະວານ ທີ່ຫຼາຍທີ່ສຸດ ຕັ້ງແຕ່ພວກນັກອະວະການຂອງອາໂປໂລ ໄດ້ນຳຄືນມາໂລກ
ຫີນຈາກດວງເດືອນ ໃນທ້າຍຊ່ວງປີ 1960 ແລະ ຕົ້ນຊ່ວງປີ 1970.
ພວກນັກວິທະຍາສາດ ກຳລັງກະຕືລືລົ້ນ ທີ່ຢາກຈະສຶກສາເບິ່ງທາດຕ່າງໆຂອງດາວ
ວ່າ ຈະເປັນໄປໄດ້ບໍ່ວ່າ ຈະມີຮ່ອງຮອຍບອກເຖິງການເລີ້ມຕົ້ນ ຂອງລະບົບສຸລິຍະ
ຈັກກະວານ.