ອົງການອະວະກາດ ຫຼື NASA ຂອງສະຫະລັດ, ໃນວັນຈັນວານນີ້ ໄດ້ເລື່ອນແຜນທີ່ຈະປ່ອຍຈະຫຼວດຊະນິດໃໝ່ ແລະຍານອະວະກາດ ເຊິ່ງໃນທີ່ສຸດອອກແບບມາ ເພື່ອສົ່ງນັກບິນອະວະກາດ ໃຫ້ສາມາດກັບຄືນໄປດວງເດືອນອີກຄັ້ງ ລຸນຫຼັງທີ່ຕ້ອງປະເຊີນກັບ ບັນຫາການຮົ່ວໄຫຼຂອງເຊື້ອໄຟ ແລະພົບກັບຄວາມຫຍຸ້ງຍາກໃນການເຮັດໃຫ້ຈະຫຼວດມີອຸນຫະພູມທີ່ເຢັນລົງໃນລະດັບທີ່ຖືກຕ້ອງ ກ່ອນທີ່ຍານດັ່ງກ່າວຈະຖືກປ່ອຍຂຶ້ນສູ່ອະວະກາດ.
ຖ້າບັນຫາດັ່ງກ່າວຫາກແກ້ໄຂໄດ້, ອົງການ NASA ອາດຈະພາຍາຍາມທຳການປ່ອຍອີກຄັ້ງນຶ່ງ ໃນວັນສຸກທີ່ຈະມາເຖິງນີ້.
“ພວກເຮົາຈະບໍ່ປ່ອຍຍານອະວະກາດດັ່ງກ່າວ ຈົນກວ່າມັນຈະຖືກຕ້ອງ,” ທ່ານບີລ ເນລສັນ (Bill Nelson) ຜູ້ບໍລິຫານງານຂອງອົງການ NASA ກ່າວເຖິງສາເຫດຂອງການເລື່ອນກໍານົດເວລາ. “ພວກເຈົ້າບໍ່ສາມາດໄປໄດ້, ມັນມີກໍານົດທີ່ແນ່ນອນ, ແລະຂ້າພະເຈົ້າຄິດວ່າ ນີ້ແມ່ນຕົວຢ່າງຂອງເຄື່ອງຍົນ ທີ່ຊັບຊ້ອນ, ຕົວຢ່າງຂອງລະບົບທີ່ມີຄວາມຊັບຊ້ອນຫຼາຍ, ແລະທັງໝົດທີ່ກ່າວມານັ້ນແມ່ນຈໍາເປັນຕ້ອງໄດ້ຮັບການປະຕິບັດງານ”
“ແລະພວກເຈົ້າກໍບໍ່ຕ້ອງການທີ່ຈະໄຕ້ທຽນ ຈົນກວ່າວ່າມັນມີຄວາມພ້ອມທີ່ຈະໄຕ້ໄດ້,” ທ່ານ ເນລສັນ ກ່າວ. “ພວກເຂົາຈະແກ້ໄຂບັນຫາເຫຼົ່ານັ້ນ, ແລະຕໍ່ຈາກນັ້ນ ພວກເຮົາກໍ່ພ້ອມທີ່ຈະບິນ.”
ວິສະວະກອນຂອງອົງການ NASA ບໍ່ສາມາດເຮັດໃຫ້ນຶ່ງໃນຈະຫຼວດທີ່ເປັນໂຕຂັບດັນເຢັນລົງ ມາຢູ່ໃນອຸນຫະພູມທີ່ຖືກຕ້ອງໄດ້, ຂະບວນການດັ່ງກ່າວທີ່ເປັນໂຕຊ່ວຍໃນການເຮັດໃຫ້ໄຮໂດຣເຈັນແຫຼວ ຢູ່ໃນລະດັບອຸນຫະພູມລົບ 217 ອົງ ສາເຊລຊຽດໄປທົ່ວເຄື່ອງຈັກ. ບັນດານັກວິສະວະກອນພະຍາຍາມສ້ອມແປງເປັນເວລາຫຼາຍຄັ້ງແລ້ວ ແຕ່ກໍຍັງບໍ່ສາມາດໄດ້ຮັບການແກ້ໄຂ.
ທີມຂອງອົງການ NASA, ໃນຕອນເຊົ້າຂອງວັນຈັນວານນີ້ ໄດ້ຈັດການກັບຄວາມຫຼ້າຊ້າເນື່ອງຈາກສະພາບຂອງພາຍຸລະດູຮ້ອນທີ່ພັດຜ່ານບໍລິເວນສະຖານີປ່ອຍຍານອະວະກາດໃນລັດຟລໍຣິດາ ທີ່ຢູ່ທາງທິດຕາເວັນອອກສຽງໃຕ້, ພ້ອມທັງໄດ້ຄົ້ນພົບວ່າມີການຮົ່ວໄຫຼຂອງເຊື້ອໄຟໃນລະຫວ່າງການດໍາເນີນງານຕ່າງໆ.
ການທົດລອງດັ່ງກ່າວລວມມີລະບົບຈະຫຼວດອະວະກາດ, ເປັນລະບົບທີ່ມີພະລັງທີ່ສຸດ ໃນປະຫວັດສາດຂອງອົງການ NASA, ເຊິ່ງເປັນຍານໂອຣຽນ ທີ່ບໍ່ມີນັກບິນອະວະກາດ ຢູ່ໃນຖ້ຽວບິນນີ້. ຍານໂອຣຽນ ມີກໍານົດທີ່ຈະບິນໄປອ້ອມຮອບດວງເດືອນ ແລ້ວກັບຄືມມາໂລກຂອງພວກເຮົາ, ໂດຍໃຊ້ເວລາ ໃນການເດີນ ທາງທັງໝົດ 6 ອາທິດ.
ຖ້າຫາກປະສົບຄວາມສໍາເລັດ, ອົງການ NASA ມີແຜນທີ່ຈະສົ່ງນັກບິນອະວະ ກາດ ບິນໄປອ້ອມດວງເດືອນ ປະມານປີ 2024 ແລະມີຄວາມເປັນໄປໄດ້ທີ່ຈະສົ່ງພວກເຂົາເຈົ້າ ລົງໄປໜ້າດວງເດືອນ ໃນຊ່ວງຕົ້ນປີ 2025.