ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ການກັບຄືນໄປດວງຈັນ ຂອງອົງການ ເລີ້ມຂຶ້ນດ້ວຍ ການສົ່ງຍານອະວະກາດ Artemis 1 ຂຶ້ນໄປເພື່ອການທົດລອງ     


ລູກຈະຫຼວດໃໝ່ຂອງອົງການ NASA ທະຍານຂຶ້ນຈາກຖານຍິງ 39B ຢູ່ທີ່ ສູນອະວະກາດ ເຄັນເນດີ (Kennedy Space Center) ໃນເຂດ Cape Canaveral, ລັດຟລໍຣິດາ, ວັນທີ 16 ພະຈິກ 2022.

ພາຍຫຼັງຈາກໄດ້ຜ່ານຜ່າບາງບັນຫາດ້ານເທັກນິກ ນາທີສຸດທ້າຍແລ້ວ ລະບົບນຳສົ່ງຂຶ້ນສູ່ອະວະກາດ ຫຼືຈະຫຼວດ S-L-S ແລະລະບົບການເພີ້ມກຳລັງ ຂອງອົງການອະວະກາດແຫ່ງຊາດ​ ຫຼື NASA ກໍໄດ້ປະສົບຜົນສຳເລັດ ໃນການສົ່ງຍານອະວະກາດ Orion ທີ່ບໍ່ມີນັກບິນອະວະກາດ​ຂຶ້ນຈາກ​ແຫຼມ Canaveral ທີ່ລັດຟລໍຣິດາ ໃນການບິນທົດລອງຂັ້ນຕົ້ນ ໄປຍັງດວງຈັນ ໃນວັນພຸດວານນີ້.

ການທະຍານຂຶ້ນນັ້ນ ມີຂຶ້ນຫຼັງຈາກທີ່ໄດ້ຍົກເລີກຄວາມພະຍາຍາມທີ່ຈະສົ່ງຈະຫຼວດດັ່ງກ່າວຂຶ້ນ ແລະໄດ້ເລື່ອນອອກໄປ ມາໄດ້ຫຼາຍເດືອນແລ້ວ ຄັ້ງຫຼ້າສຸດທີ່ໄດ້ຖືກຍົກເລີກ ກໍຍ້ອນພາຍຸເຮີຣິເຄນ ນິໂຄລ ທີ່ໄດ້ພັດເຂົ້າມາ ໃນລັດຟລໍຣິດາ ເມື່ອອາທິດແລ້ວນີ້.

ຝຸງຄົນທີ່ໄດ້ໄປເຕົ້າໂຮມກັນຢູ່ສະຖານທີ່ສຳລັບໜ່ວຍງານຂ່າວ ໃນສູນອະວະກາດ ເຄນເນດີ ຂອງອົງການ NASA ໄດ້ສົ່ງສຽງເຊຍດັງຂຶ້ນຢ່າງຄຶກຄື້ນ ຂະນະທີ່ການນັບຖອຍຫຼັງໄດ້ສິ້ນສຸດລົງ ອັນເປັນສັນຍານຂອງການບິນຂຶ້ນຂອງຈະຫຼວດທີ່ມີພະລັງແຮງທີ່ສຸດ ເທົ່າທີ່ເຄີຍສ້າງຂຶ້ນມາ ເຊິ່ງໄດ້ສົ່ງແສງສີເຫຼືອງແລະສີສົ້ມ ໄປທົ່ວທ້ອງຟ້າໃນຕອນກາງຄືນ.

“ຂ້າພະເຈົ້າໄດ້ຊົມຊື່ນສະເໝີມາກັບລູກຈະຫຼວດ ແລະຄວາມໄວ ຂອງຍານພາ ຫະນະທັງຫຼາຍ ແລະບາງທີເປັນຍ້ອນອັນນັ້ນ ຂ້າພະເຈົ້າຈຶ່ງໄດ້ເປັນນັກບິນລົບໃນປັດຈຸບັນນີ້” ຮ້ອຍໂທ ແອນດຣິນ (Andrin) ນັກບິນເຮືອບິນລົບອາຍພົ່ນ F-18 ຂອງກັບທັບອາກາດ ສະວິດເຊີແລນ ໄດ້ກ່າວ, ຜູ້ທີ່ໄດ້ເດີນທາງມາຟລໍຣິດາ ຈາກສະວິດເຊີແລນ ພຽງທີ່ຈະມາເບິ່ງການສົ່ງຍານ Artemis 1 ຄັ້ງປະຫວັດ ສາດນີ້ ດ້ວຍຕົນເອງ. ທ່ານກ່າວອີກວ່າ “ຈະຫຼວດ SLS ນີ້ ມີແຮງດັນ ຂອງເຮືອບິນລົບອາຍພົ່ນ F-18 ເຖິງ 250 ເທົ່າ ສະນັ້ນ ເປັນສິ່ງທີ່ຫຼາຍກວ່າ ຂ້າ ພະເຈົ້າໄດ້ເຄີຍສຳຜັດ.”

“ສຽງທີ່ດັງແຮງທີ່ສຸດຂອງສິ່ງທີ່ໄດ້ເຄີຍປ່ອຍຂຶ້ນ” ນັ້ນແມ່ນຄຳເຫັນຂອງທ່ານຈອນ ແມັກດໍໂນລ ພົນລະເມືອງຊາວຟລໍຣິດາ ຜູ້ທີ່ໄດ້ກະສຽນແລ້ວ. ທັງໝູ່ຄູ່ແລະສະມາຊິກຄອບຄົວຫຼາຍໆຄົນ ເປັນພະນັກງານໃນອຸດສາຫະກຳ ດ້ານອະ ວະກາດ ແລະໄດ້ປະກອບສ່ວນໃນຜົນສຳເລັດຂອງໂຄງການ Artemis ຂອງອົງການ NASA ເພື່ອທີ່ຈະກັບຄືນໄປຍັງດວງຈັນ ຊຶ່ງເປັນເຫດຜົນຂອງການປ່ອຍໃນຄັ້ງນີ້ ທີ່ໄດ້ສະໜອງຄວາມຮູ້ສຶກທີ່ຕ້ອງການຫຼາຍຂອງຄວາມຜ່ອຍຄາຍໃຈ ຫຼັງຈາກໄດ້ມີການເລື່ອນອອກໄປຊ້ຳແລ້ວຊ້ຳອີກ. ທ່ານຈອນ ກ່າວອີກວ່າ “ມັນໄດ້ຢັ້ງຢືນສິ່ງທີ່ພວກເຂົາໄດ້ເຮັດວຽກມາເປັນເວລາຍາວນານ. ພວກເຂົາໄດ້ເກີນງົບປະມານຫຼາຍ ແລະເກີນກຳນົດເວລາ ພວກເຂົາຢາກຈະເຫັນການປ່ອຍຂຶ້ນໃນຄັ້ງນີ້.”

ທ່ານແມັກດໍໂນລ ໄດ້ເຂົ້າຮ່ວມກັບພວກທີ່ມາທ່ຽວຊົມຫຼາຍໆຄົນເຕັມສວນສາທາ ລະນະ ແລະສະຖານທີ່ຊົມແຫ່ງຕ່າງໆ ໃນເມືອງທີທັສວີລ (Titusville) ຢູ່ໃກ້ໆກັບສູນອະວະກາດເຄັນເນດີ ເພື່ອເປັນພະຍານໃນເຫດການທີ່ທ່ານອະທິບາຍວ່າ ເປັນ “ການປຸ້ມລຸມກັນ” ສຳລັບປະເທດທີ່ໄດ້ແບ່ງແຍກກັນໂດຍການເມືອງທີ່ຄັດແຍ້ງກັນ. “ບໍ່ມີຜູ້ໃດຢູ່ທີ່ນີ້ ເວົ້າກ່ຽວກັບ ບໍ່ວ່າພວກເຂົາຈະເປັນຄົນຂອງທຣຳ ຫຼື ຄົນຂອງໄບເດັນ” ທ່ານໄດ້ກ່າວ. ແລະກ່າວຕໍ່ໄປວ່າ “ການເມືອງທີ່ບໍ່ໄດ້ເຂົ້າໄປກ່ຽວຂ້ອງໃດໆກັບສິ່ງນີ້ເລີຍ. ພວກເຂົາແມ່ນພຽງແຕ່ຢູ່ທີ່ນີ້ ເພື່ອສິ່ງດຽວເທົ່ານັ້ນ ເພື່ອເບິ່ງອະວະກາດ ແລະເພື່ອເບິ່ງຈະຫຼວດຍິງຂຶ້ນ.”

ສິ່ງນຶ່ງໃນເປົ້າໝາຍຫຼັກຂອງ ພາລະກິດ Artemis 1 ໄລຍະ 26 ວັນໃນການ ບິນ​ເວີ່ນອ້ອມດວງຈັນ ເປັນການທົດລອງ ຍານອະວະກາດ Orion ໃໝ່ ໃນການກຽມພ້ອມສຳລັບ ພາລະກິດທີ່ບັນຈຸນັກບິນອະວະກາດ ທີ່ຈະບິນລົງພື້ນຜິວໂດຍມີແມ່ຍິງຄົນທຳອິດ ມີຄົນທຳອິດທີ່ບໍ່ແມ່ນຄົນຜິວຂາວ ແລະເທື່ອອຳອິດຂອງນັກບິນອະວະກາດນາໆຊາດ ຢູ່ເທິງພື້ນຜິວຂອງດວງຈັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

NASA’s Return to the Moon Begins With Launch of Artemis 1 
please wait

No media source currently available

0:00 0:02:42 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG