ອົງການອະວະກາດ ສະຫະລັດ NASA ກຳລັງສະເໜີການທ້າທາຍຕໍ່ມະຫາຊົນ ໂດຍ
ຈະໃຫ້ລາງວັນໃຫຍ່ 750,000 ໂດລາ ແກ່ຜູ້ໃດກໍຕາມ ທີ່ສາມາດຫາທາງຫັນປ່ຽນ
ແກັສຄາຣບ້ອນ ດາຍອັອກໄຊ້ ໃຫ້ເປັນສານທີ່ຈະໃຊ້ໄດ້ຢູ່ດາວພະອັງຄານ.
ໂດຍການເອີ້ນການທ້າທາຍນີ້ວ່າ “ການທ້າປ່ຽນແປງແກັສຄາຣບ້ອນ ດາຍອັອກໄຊ້
ຫຼື CO2 Conversion Challenge” ບັນດານັກວິທະຍາສາດ ຂອງອົງການ ນາຊາ
ກ່າວວ່າ ພວກເພິ່ນຕ້ອງການການຊ່ອຍເຫຼືອ ໃນການຊອກຫາວິທີທາງຫັນປ່ຽນ ແຫລ່ງ
ຊັບພະຍາກອນທີ່ມີຢູ່ຫລວງຫຼາຍ ເຊັ່ນ ແກັສຄາຣບ້ອນ ດາຍອັອກໄຊ້ ໃຫ້ເປັນຜະລິດ
ທະພັນ ທີ່ໃຊ້ໄດ້ຫຼາຍຢ່າງ ເພື່ອຈະເຮັດໃຫ້ການເດີນທາງໄປດາວພະອັງຄານນັ້ນ
ເປັນໄປໄດ້.
ແກັສຄາຣບ້ອນ ດາຍອັອກໄຊ້ ເປັນຊັບພະຍາກອນນຶ່ງ ທີ່ມີພຽບພ້ອມຢ່າງມະຫາສານ
ຢູ່ພາຍໃນຊັ້ນບັນຍາກາດຂອງດາວພະອັງຄານ.
ພວກນັກວິທະຍາສາດ ກ່າວວ່າ ພວກນັກອະວະກາດ ທີ່ພະຍາຍາມເດີນທາງໄປຍັງ
ດາວພະອັງຄານ ຈະບໍ່ສາມາດນຳເອົາທຸກສິ່ງທຸກຢ່າງ ທີ່ພວກເຂົາເຈົ້າຕ້ອງການໄປ
ຍັງດາວສີແດງນັ້ນນຳໄດ້ ສະນັ້ນແລ້ວ ຈະຕ້ອງໄດ້ຫາວິທີທາງ ນຳໃຊ້ຊັບພະຍາກອນ
ຂອງດາວນັ້ນ ເວລາພວກເຂົາເຈົ້າໄປຮອດ ເພື່ອຜະລິດສິ່ງທີ່ພວກເຂົາເຈົ້າຕ້ອງການ.
ທ່ານນາງ ມອນຊີ ໂຣມັນ ຜູ້ຄວບຄຸມໂຄງການການທ້າທາຍແຫ່ງສັດຕະວັດຂອງ
ອົງການນາຊາ ກ່າວວ່າ “ການເຮັດໃຫ້ມະນຸດສາມາດມີຊີວິດຢູ່ລອດໄດ້ ຢູ່ໃນດາວ
ແຫ່ງອື່ນ ຈະຕ້ອງມີແຫລ່ງຊັບພະຍາກອນຢ່າງຫລວງຫລາຍ ແລະເປັນໄປບໍ່ໄດ້
ທີ່ພວກເຮົາຈະນຳເອົາທຸກສິ່ງທຸກຢ່າງ ທີ່ພວກເຮົາຕ້ອງການ ໄປນຳ. ພວກເຮົາ
ຈະຕ້ອງໄດ້ມີຫົວຄິດປະດິດສ້າງ.”
ທ່ານນາງໄດ້ກ່າວຕື່ມວ່າ ຖ້າພວກນັກວິທະຍາສາດ ສາມາດຮຽນຮູ້ການປ່ຽນສະພາບ
“ຊັບພະຍາກອນ ເຊັ່ນ ແກັສຄາຣບ້ອນ ດາຍອັອກໄຊ້ ມາເປັນຜະລິດທະພັນ ທີ່ໃຊ້
ໄດ້ຫຼາຍໆຢ່າງ ການປະຍຸກໃຊ້ສຳລັບ ອະວະກາດ ແລະໂລກ ແມ່ນບໍ່ມີຂອບເຂດ
ເລີຍ.”
ແກັສຄາຣບ້ອນ ພ້ອມກັບ ອັອກຊີເຈັ້ນ ເປັນໂມເລກຸນ ໂຄງສ້າງຂອງນ້ຳຕານ.
ຢູ່ໃນໂລກ ພວກຕົ້ນໄມ້ ສາມາດຫັນປ່ຽນແກັສຄາຣບ້ອນ ດາຍອັອກໄຊ້ ແລະນ້ຳ ໄດ້
ຢ່າງງ່າຍດາຍ ແລະບໍ່ແພງເລີຍ ໃຫ້ເປັນນ້ຳຕານ. ແຕ່ຫາກວ່າ ບັນດານັກວິທະຍາສາດ
ກ່າວວ່າ ແນວທາງອັນນີ້ ຈະເປັນການຍາກ ທີ່ຈະເຮັດແບບດຽວກັນນີ້ໄດ້ ຢູ່ໃນ
ອະວະກາດ ຍ້ອນການຈຳກັດຂອງຊັບພະຍາກອນ ເຊັ່ນວ່າ ພະລັງງານ ແລະ ນ້ຳ.