ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນ ເກີດຂຶ້ນ ໃນເຂດນາກໍໂນ -ກາຣາບັກ ແລະອາເຈີບາຍຈານ ອ້າງວ່າ ສາມາດຍຶດເອົາຕົວເມືອງໃຫຍ່ໄດ້ 


ປະຊາຊົນໃນນະຄອນຫລວງບາກູ ພາກັນລົງໄປຢູ່ຖະໜົນຫົນທາງ ເພື່ອສະແດງຄວາມດີໃຈ ພາຍຫລັງທີ່ທ່ານອີລຮານ ອາລີ, ປະທານາທິບໍດີ ອາເຈີບາຍຈານເວົ້າວ່າກໍາລັງທະຫານຂອງຕົນຍຶດເອົາເມືອງ Shusha, ທີ່ອາເມເນຍເອີ້ນວ່າ Shushi ນັ້ນໄດ້, ວັນທີ 8 ພະຈິກ, 2020
ປະຊາຊົນໃນນະຄອນຫລວງບາກູ ພາກັນລົງໄປຢູ່ຖະໜົນຫົນທາງ ເພື່ອສະແດງຄວາມດີໃຈ ພາຍຫລັງທີ່ທ່ານອີລຮານ ອາລີ, ປະທານາທິບໍດີ ອາເຈີບາຍຈານເວົ້າວ່າກໍາລັງທະຫານຂອງຕົນຍຶດເອົາເມືອງ Shusha, ທີ່ອາເມເນຍເອີ້ນວ່າ Shushi ນັ້ນໄດ້, ວັນທີ 8 ພະຈິກ, 2020

ປະທານາທິບໍດີປະເທດອາເຈີບາຍຈານ, ທ່ານອີລຮານ ອາລີເຢບ (Ilham Aliyev) ກ່າວວ່າກຳລັງຂອງອາເຈີບາຍຈານ ໄດ້ຍຶດເອົາເມືອງຊູຊິ (ທີ່ຮູ້ກັນໃນຊື່ຊູຊາໃນພາສາອາເຈີຣີ) ເຊິ່ງເປັນເມືອງທີ່ໃຫຍ່ອັນດັບສອງຂອງບໍລິເວນນາກໍໂນ-ກາຣາບັກ (Nagorno-Karabakh).

ບັນດາເຈົ້າໜ້າທີ່ອາເມເນຍໄດ້ປະຕິເສດຕໍ່ລາຍງານດັ່ງກ່າວ ແຕ່ໄດ້ຢືນຢັນວ່າມີການສູ້ລົບກັນ ຢູ່ເຂດອ້ອມແອ້ມຕົວເມືອງນັ້ນ, ຊຶ່ງເປັນບ່ອນຕັ້ງຖິ່ນຖານຢູ່ເທິງພູລຽບຕາມຖະໜົນໃຫຍ່ ທີ່ຫລຽວເຫັນເມືອງສເຕັບພານະເກີດ (Stepanakert) ຊຶ່ງເປັນເມືອງໃຫຍ່ຂອງຂົງເຂດ ທີ່ແຍກຕົວອອກຈາກປະເທດໄປນັ້ນ.

ວິດີໂອໃນສື່ສັງຄົມອອນລາຍສະແດງໃຫ້ເຫັນລົດແລ່ນເປັນສາຍອອກຈາກເມືອງສເຕັບພານະເກີດ (Stepanakert) ໃນວັນທີ 8 ພະຈິກ, ເຖິງແມ່ນວ່າຂອບເຂດຂອງການອົບພະຍົບອອກໄປຈະບໍ່ສາມາດຢືນຢັນໄດ້ ຢ່າງເປັນອິດ ສະຫຼະກໍຕາມ.

ປະຊາຊົນຈຳນວນຫລວງຫລາຍໄດ້ເຕົ້າໂຮມກັນຢູ່ເມືອງບາກູ (Baku) ເພື່ອສະເຫຼີມສະຫຼອງພາຍຫລັງທີ່ມີຄຳເວົ້າຂອງທ່ານອາລີເຢບ (Aliyev) ອອກມາ, ໂບກທຸງແລະຮ້ອງຄຳຂວັນຕ່າງໆໃນຂະນະທີ່ຄົນຂັບລົດໄດ້ບີບແກລົດຂອງພວກເຂົາເຈົ້າດັງກ້ອງສະນັ່ນຢູ່.

ທ່ານອາສຣັນ ໂຮແຮນນິສຊຽນ (Artsrun Hovhannisian) ຜູ້ຕາງໜ້າກະຊວງປ້ອງກັນປະເທດອາເມເນຍກ່າວຢູ່ໃນເຟສບຸກໃນມື້ດຽວກັນນັ້ນວ່າ "ການສູ້ຮົບຢູ່ເມືອງຊູຊິຍັງສືບຕໍ່ໄປ; ຈົ່ງລໍຖ້າຟັງ ແລະເຊື່ອໝັ້ນໃນກອງທັບຂອງພວກເຮົາ." ກ່ອນໜ້ານີ້ອາເມເນຍໄດ້ລາຍງານວ່າ “ມີການຕໍ່ສູ້ກັນຢ່າງແຮງ” ຢູ່ໃກ້ກັບເມືອງດັ່ງກ່າວ.

ເມືອງ ຊູຊີ (Shushi) ຕັ້ງຢູ່ຖະໜົນທີ່ເຊື່ອມຕໍ່ກັບເມືອງສເຕັບພານະເກີດ (Stepanakert) ທີ່ມີດິນແດນຂອງອາເມເນຍ, ທີ່ສະໜັບສະໜູນ ການຕໍ່ສູູ້ຂອງພວກແບ່ງແຍກເອົາເອກະລາດມາ ໃຫ້ເຂດນາກໍໂນ-ກາຣາບັກ (Nagorno-Karabakh).

ຄຳຖະແຫຼງຂອງທ່ານອາລີເຢບ (Aliyev) ມີຂຶ້ນນຶ່ງມື້ຫຼັງຈາກປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ໄດ້ປຶກສາຫາລືກ່ຽວກັບຄວາມຂັດແຍ່ງຢູ່ເຂດນາກໍໂນ-ກາຣາບັກ (Nagorno-Karabakh) ກັບຄູ່ຕໍາແໜ່ງຂອງທ່ານໃນຝຣັ່ງແລະເທີກີ.

ໃນຂະນະທີ່ການໂອ້ລົມກັນທາງໂທລະສັບໃນວັນທີ 7 ພະຈິກນັ້ນ, ທ່ານປູຕິນ ແລະປະທານາທິບໍດີຝຣັ່ງ, ທ່ານ ເອມມານູແອງ ມາກຣົງ (Emmanuel Macron) ໄດ້ສະແດງຄວາມວິຕົກກັງວົນຢ່າງໜັກຕໍ່ການປະທະກັນຂະໜາດໃຫຍ່ລະຫວ່າງກຳລັງຊົນເຜົ່າອາເມເນຍ ກັບເຈີບາຍຈານ ຢູ່ໃນຂົງເຂດດັ່ງກ່າວແລະການມີສ່ວນພົວພັນຂອງນັກລົບຈາກຊີເຣຍແລະລີເບຍຢູ່ໃນການປະທະກັນນັ້ນ, ອີງຕາມວັງເຄຣັມລິນ ກ່າວຢູ່ໃນຖະແຫລງການສະບັບນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG