ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານ ສະພາແຫ່ງຊາດ ຢືນຢັນວ່າ ຈະຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງ ລາວ- ຈີນ.


ປະທານສະພາແຫ່ງຊາດ ລາວ ທ່ານນາງ ປານີ ຢາທໍຕູ້ ລົງກວດກາຈຸດກໍ່ສ້າງທາງລົດໄຟ ລາວ-ຈີນ.
ປະທານສະພາແຫ່ງຊາດ ລາວ ທ່ານນາງ ປານີ ຢາທໍຕູ້ ລົງກວດກາຈຸດກໍ່ສ້າງທາງລົດໄຟ ລາວ-ຈີນ.

ປະທານສະພາແຫ່ງຊາດ ລາວ ຢືນຢັນວ່າທາງການ ລາວ ຈະໃຫ້ການຊ່ວຍເຫຼືອ ແລະ
ຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນ ລາວ ທຸກຄົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງ
ລົດໄຟເຊື່ອມຕໍ່ ລາວ ກັບ ຈີນ.

ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ໃຫ້ການຢືນຢັນວ່າ ປະຊາຊົນ
ລາວ ທຸກຄົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດທີ່ລວມເຖິງ
ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ດ້ວຍນັ້ນ ຈະໄດ້ຮັບການ
ຊ່ວຍເຫຼືອ ແລະ ຊົດເຊີຍຜົນເສຍຫາຍຢ່າງຍຸຕິທຳ ແລະ ສອດຄ່ອງກັບສະພາບທີ່ເປັນ
ຈິງ ໂດຍຫຼ້າສຸດຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ ລາວ ກໍໄດ້ປະ
ຊຸມເພື່ອປຶກສາຫາລືກັນ ກ່ຽວກັບ ມາດຕະການຕ່າງໆທີ່ຈະຈັດຕັ້ງປະຕິບັດເພື່ອຮັບ
ປະກັນວ່າ ປະຊາຊົນ ລາວ ທີ່ຖືກກະທົບດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອ ແລະ ການ
ຊົດເຊີຍຢ່າງເຕັມສ່ວນ ດັ່ງທີ່ທ່ານນາງ ປານີ ໄດ້ໃຫ້ການຢືນຢັນວ່າ.

"ກອງປະຊຸມຄັ້ງນີ້ໄດ້ພ້ອມກັນປຶກສາຫາລືການຈັດຕັ້ງປະຕິບັດນະໂຍບາຍຊົດເຊີຍຕໍ່
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນພັດທະນາຂອງ ລັດ ລວມທັງໂຄງ
ການກໍ່ສ້າງທາງລົດໄຟ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ພົວພັນເຖິງ
ການຊົດເຊີຍ ແລະ ການຈັດສັນທີ່ຢູ່ອາໄສ ແລະ ອາຊີບຄົງທີ່ໃຫ້ແກ່ປະຊາຊົນທີ່ຖືກ
ຜົນກະທົບແນໃສ່ຮັບປະກັນຄວາມເປັນເອກະພາບໃນການຊີ້ນຳ ແລະ ການຈັດຕັ້ງຜັນ
ຂະຫຍາຍໃຫ້ທັນຕາມກຳນົດເວລາ ແລະ ມີໝາກຜົນ."

ສຳລັບໂຄງການກໍ່ສ້າງທາງລົດໄຟນັ້ນ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ໃຫ້ການຢືນຢັນວ່າ ການ
ເຈລະຈາ ກ່ຽວກັບ ການຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນ ລາວ ທີ່ຖືກກະທົບນັ້ນ ສາ
ມາດຕົກລົງໃນຫຼັກການຮ່ວມກັນໄດ້ແລ້ວຈຶ່ງຍັງເຫຼືອພຽງການປະເມີນຄ່າຊົດເຊີຍ ແລະ
ນັດໝາຍການຊຳລະຄ່າຊົດເຊີຍໃຫ້ກັບປະຊາຊົນແຕ່ລະລາຍຢ່າງຄົບຖ້ວນເທົ່ານັ້ນ.

ໂດຍໃນຂັ້ນຕອນດັ່ງກ່າວນີ້ ລັດຖະບານ ລາວ ໄດ້ມອບໝາຍໃຫ້ອຳນາດການປົກຄອງ
ໃນແຂວງທີ່ຖືກກະທົບນັ້ນເປັນຜູ້ຮັບຜິດຊອບໃນການພົວພັນກັບປະຊາຊົນທີ່ຖືກກະ
ທົບຕໍ່ໄປ.

ທັງນີ້ໂດຍທາງການ ລາວ ໄດ້ດຳເນີນການສຳຫຼວດເພື່ອເກັບກຳຂໍ້ມູນທີ່ກ່ຽວກັບ ປະຊາ
ຊົນ ລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟສຳເລັດແລ້ວໃນຫຼາຍພື້ນທີ່ເຊັ່ນ
ແຂວງຫຼວງພະບາງ ມີປະຊາຊົນໄດ້ຮັບຜົນກະທົບ 241 ຄອບຄົວໃນເຂດ 29 ບ້ານທີ່
ເປັນທີ່ດິນທຳການຜະລິດ 253 ຕອນ ມີເນື້ອທີ່ທັງຫມົດ 92,691 ເຮັກຕາ, ຕົ້ນໄມ້ຊະນິດ
ຕ່າງໆຫຼາຍກວ່າ 60,000 ຕົ້ນ, ສິ່ງປູກສ້າງ ແລະ ທີ່ຢູ່ອາໄສ 251 ຫຼັງ ແລະ ໂຮງຮຽນ
ປະຖົມ 5 ແຫ່ງ. ສ່ວນໃນເຂດນະຄອນຫຼວງວຽງຈັນ ກໍຈະກະທົບຕໍ່ປະຊາຊົນເຖິງ 11
ບ້ານໃນເຂດເມືອງໄຊທານີ ທີ່ຕັ້ງຢູ່ 2 ຟາກທາງລົດໄຟໄລຍະທາງ 17.5 ກິໂລແມັດ ມີ
ທີ່ດິນທີ່ຈະຕ້ອງຖືກເວນຄືນ 730 ຕອນ, ເນື້ອທີ່ລວມ 150 ເຮັກຕາທີ່ສ່ວນໃຫຍ່ເປັນດິນ
ຢູ່ອາໄສ, ດິນສວນ, ດິນນາ ແລະ ໜອງລ້ຽງປາ.

ທັງນີ້ໂດຍລັດຖະບານ ລາວ ກໍໄດ້ກູ້ຢືນເງິນທຶນຈາກທະນາຄານການຄ້າຂາອອກ ແລະ
ຂາເຂົ້າຂອງລັດຖະບານ ຈີນ ໃນມູນຄ່າລວມ 480 ລ້ານໂດລາ ສຳລັບນຳໃຊ້ໃນການ
ຮ່ວມລົງທຶນກັບທາງການ ຈີນ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ເຖິງແມ່ນ
ວ່າໂຄງການຈະຕ້ອງນຳໃຊ້ເງິນທຶນລວມເຖິງ 6,000 ລ້ານໂດລາກໍຕາມ ແຕ່ດ້ວຍການ
ຊ່ວຍເຫຼືອຂອງລັດຖະບານ ຈີນ ຈຶ່ງເຮັດໃຫ້ລັດຖະບານ ລາວ ມີພາລະໜີສິນຕໍ່ລັດຖະ
ບານ ຈີນ ພຽງແຕ່ 480 ລ້ານໂດລາເທົ່ານັ້ນ ແລະ ຄ່າຊົດເຊີຍຕ່າງໆກໍລວມຢູ່ໃນມູນຄ່າ
ການລົງທຶນລວມດັ່ງກ່າວດ້ວຍ.

ທາງດ້ານອົງການແມ່ນໍ້າສາກົນ (International Rivers) ລາຍງານວ່າປະຊາຊົນ ລາວ
ຖືກກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ຍັງບໍ່ທັນໄດ້ຮັບການຊົດເຊີຍຈາກກຸ່ມ
ຜູ້ລົງທຶນຈາກ ຈີນ ເລີຍໂດຍການສຳຫຼວດພົບວ່າ ມີປະຊາຊົນ ລາວ 2,000 ກວ່າຄອບ
ຄົວ ຫຼື 10,000 ກວ່າຄົນໃນ 89 ບ້ານໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນນໍ້າອູທັງ
7 ໂຄງການທັງໃນແຂວງ ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ. ສ່ວນບໍລິສັດ Power
China ກໍຢືນຢັນວ່າ ໄດ້ຈ່າຍຄ່າຊົດເຊີຍທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວ
ທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ຈຶ່ງຍັງເຫຼືອອີກ 4 ໂຄງ
ການ ກໍຄືເຂື່ອນໄຟຟ້ານໍ້າອູ 1, 3, 4 ແລະ 7 ທີ່ຈະຕ້ອງຈ່າຍຄ່າຊົດເຊີຍທັງໝົດໃນປີ
2017 ນີ້.

XS
SM
MD
LG