ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອ ຈະບໍ່ເຂົ້າຮ່ວມ ກິລາໂອລິມປິກ ທີ່ໂຕກຽວ ຍ້ອນ ກັງວົນກ່ຽວກັບພະຍາດໂຄວິດ


ປະທານກິລາໂອລິມປິກ (ຊ້າຍ) ແລະປະທານາທິບໍດີມູນແຈອິນຂອງເກົາຫລີໃຕ້ແລະພັນລະຍາຂອງເພິ່ນ, ທ.ນ. ກິມ ໂຢ ຈອງ (ຫລັງ), ນ້ອງສາວຂອງ ທ. ກິມ ຈົງ ອຶນ, ແລະ ທ່ານ Frank-Walter Steinmeie, ປະທານາທິບໍດີເຢຍຣະມັນ (ຂວາ) ໃນພິທີເປີດກິລາໂອລິມປິກລະດູໜາວທີ່ພຽງຈາງ, ວັນທີ 9 ກຸມພາ, 2018 (ພາບ REUTERS/Kim Kyung-Hoon)
ປະທານກິລາໂອລິມປິກ (ຊ້າຍ) ແລະປະທານາທິບໍດີມູນແຈອິນຂອງເກົາຫລີໃຕ້ແລະພັນລະຍາຂອງເພິ່ນ, ທ.ນ. ກິມ ໂຢ ຈອງ (ຫລັງ), ນ້ອງສາວຂອງ ທ. ກິມ ຈົງ ອຶນ, ແລະ ທ່ານ Frank-Walter Steinmeie, ປະທານາທິບໍດີເຢຍຣະມັນ (ຂວາ) ໃນພິທີເປີດກິລາໂອລິມປິກລະດູໜາວທີ່ພຽງຈາງ, ວັນທີ 9 ກຸມພາ, 2018 (ພາບ REUTERS/Kim Kyung-Hoon)

ເກົາຫລີເໜືອ ກ່າວວ່າຕົນຈະບໍ່ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວທີ່ຈະມາເຖິງນີ້ ຍ້ອນຄວາມກັງວົນກ່ຽວກັບການລະບາດຂອງພະຍາດຢ່າງໜັກ. ປະເທດນີ້ເປັນປະເທດທຳອິດທີ່ຖອນຕົວອອກຈາກການແຂ່ງຂັນກິລາໂອລິມປິກ, ເຊິ່ງໄດ້ຖືກເລື່ອນເວລາມາໄດ້ 1 ປີແລ້ວນັ້ນ. Bill Gallo. ນັກຂ່າວຂອງວີໂອເອມີລາຍງານເພີ່ມເຕີມຈາກນະຄອນຫລວງໂຊລ, ຊຶ່ງບົວສະຫວັນ ຈະນໍາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ເກົາຫຼີເໜືອໄດ້ວາງມາດຕະການປ້ອງກັນໄວຣັສໂຄໂຣນາຢ່າງເຄັ່ງຄັດທີ່ສຸດໃນໂລກ. ສະນັ້ນ, ບາງທີມັນອາດຈະບໍ່ເປັນເລື້ອງທີ່ແປກແຕ່ຢ່າງໃດເລີຍທີ່ເກົາຫຼີເໜືອໄດ້ປະກາດວ່າຕົນຈະບໍ່ສົ່ງຄະນະຜູ້ແທນໄປຮ່ວມການແຂ່ງຂັນກິລາໂອລິມປິກລະດູຮ້ອນໃນນະຄອນຫລວງໂຕກຽວທີ່ຢູ່ໃກ້ໆປະເທດນັ້ນ.

ກະຊວງກິລາຂອງປະເທດດັ່ງກ່າວເວົ້າວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນມີຈຸດປະສົງ "ເພື່ອປົກປ້ອງນັກຫລິ້ນກິລາ" ບໍ່ໃຫ້ຕິດພະຍາດທີ່ກໍາລັງລະບາດຢູ່ນີ້.

ເກົາຫລີເໜືອ ໄດ້ປິດຊາຍແດນຂອງຕົນເກືອບວ່າຢ່າງສິ້ນເຊີງເລີຍມາໄດ້ນຶ່ງປີແລ້ວ. ປະເທດນີ້ ຢືນຢັດວ່າ ຕົນໄດ້ເຮັດໃຫ້ເຊື້ອໄວຣັສດັ່ງກ່າວ ບໍ່ໃຫ້ເຂົ້າໄປໃນປະເທດຂອງຕົນໄດ້ - ຊຶ່ງເປັນການກ່າວອ້າງທີ່ສ່ວນໃຫຍ່ບໍ່ຖືກຮັບຮູ້ຈາກບັນ ດານັກຊ່ຽວຊານ.

ການຕັດສິນໃຈຂອງເກົາຫລີເໜືອທີ່ຈະບໍ່ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ຊີ້ໃຫ້ເຫັນວ່າ ການປິດປະເທດໄວ້ຢ່າງເຄັ່ງຄັດຍັງອາດຈະດຳເນີນໄປຢູ່.

ທ່ານ ພາກ ວອນ-ກອນ (Park Won-gon), ເປັນອາຈານສອນວິຊາສຶກສາ ກ່ຽວກັບເກົາຫຼີເໜືອ ທີ່ມະຫາວິທະຍາໄລອີວາ (Ewha) ຂອງນະຄອນຫລວງໂຊລ.

ທ່ານກ່າວວ່າ "ການເຄື່ອນໄຫວດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຢ້ານກົວທີ່ສຸດຂອງເກົາຫຼີເໜືອຕໍ່ພະຍາດໂຄວິດ-19. ແຕ່ທ່ານກໍຍັງໄດ້ກ່າວເນັ້ນຢໍ້າອີກວ່າ ການຕັດສິນໃຈດັ່ງກ່າວອາດຈະບໍ່ເປັນການຕັດສິນຂັ້ນສຸດທ້າຍ, ຊຶ່ງປ່ອຍຊ່ອງຫວ່າງ ໄວ້ໃຫ້ແກ່ການແຂ່ງຂັນກິລາຖືກໃຊ້ເປັນໂອກາດສ້າງສາຍສໍາພັນທູດທາງກິລາຢູ່."

ເກົາຫຼີໃຕ້ໄດ້ສະເໜີໃຫ້ນໍາໃຊ້ເກມດັ່ງກ່າວ ເພື່ອເປັນວິທີການຟື້ນຟູການຮ່ວມມືລະຫວ່າງສອງເກົາຫຼີທີ່ຢຸດສະງັກຢູ່ນັ້ນ. ການເຮັດເຊັ່ນນັ້ນ ຈະສະທ້ອນໃຫ້ເຫັນເຖິງສິ່ງທີ່ເກີດຂຶ້ນໃນປີ 2018, ໃນເວລາທີ່ສອງເກົາຫຼີສົ່ງທີມກິລາທີ່ຫລິ້ນຮ່ວມກັນ ໄປຮ່ວມງານກິລາໂອລິມປິກລະດູໜາວ.

ຕໍ່ມາທັງສອງປະເທດເກົາຫຼີ ກໍໄດ້ດຳເນີນການເຈລະຈາທີ່ນຳໄປສູ່ການພົບປະເຈ ລະຈາລະຫວ່າງຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ (Kim Jong Un) ແລະປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ.

ແຕ່ສຳລັບດຽວນີ້, ເບິ່ງຄືວ່າມັນບໍ່ໜ້າຈະເປັນໄປໄດ້. ເກົາຫຼີເໜືອ ໄດ້ຍຸຕິການເຈລະຈາໃດໆ ມາເປັນເວລາ 1 ປີແລ້ວ. ກົງກັນຂ້າມ, ສ່ວນຫຼາຍປະເທດນີ້ໄດ້ສຸມໃສ່ ແກ້ໄຂສິ່ງທ້າທາຍຢູ່ພາຍໃນປະເທດ.

ເກົາຫຼີເໜືອເປັນປະເທດທຳອິດ ທີ່ຖອນຕົວອອກຈາກການແຂ່ງຂັນກິລາລະດູ ຮ້ອນ ປີນີ້ ເຊິ່ງກຳນົດຈະເລີ່ມຕົ້ນຂຶ້ນໃນວັນທີ 23 ກໍລະກົດ ໂດຍທີ່ມີມາດຕະການປ້ອງກັນໄວຣັສຢ່າງເຄັ່ງຄັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG