ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເລື້ອງສິດ​ທິ​ມະ​ນຸດ ​ຂອງ​ເກົາ​ຫຼີເໜືອ​ ກາຍເປັນ​ບັນ​ຫາ ໃນການ​ເຈ​ລະ​ຈາ​ ​ປົດ​ອາ​ວຸດ​ນີວ​ເຄ​ລຍ


ປ. ດໍ​ໂນ​ລ ທ​ຣຳ ແລະ​ທ່ານ ກິມ ຈົງ ອຶນ ຈັບ​ມື​ກັນ​ພາຍ​ຫລັງ ຈົບ​ກອງ​ປະ​ຊຸມສຸດຍອດ ​ຂອງ​ພວກ​ເພິ່ນ​ຢູ່ສິງ​ກະ​ໂປໃນ​ວັນ​ທີ 12 ມິ​ຖຸ​ນາ, 2018 (AP Photo/Susan Walsh, Pool)
ປ. ດໍ​ໂນ​ລ ທ​ຣຳ ແລະ​ທ່ານ ກິມ ຈົງ ອຶນ ຈັບ​ມື​ກັນ​ພາຍ​ຫລັງ ຈົບ​ກອງ​ປະ​ຊຸມສຸດຍອດ ​ຂອງ​ພວກ​ເພິ່ນ​ຢູ່ສິງ​ກະ​ໂປໃນ​ວັນ​ທີ 12 ມິ​ຖຸ​ນາ, 2018 (AP Photo/Susan Walsh, Pool)

ປະ​ຫວັດດ້ານ​ສິດ​ທິ​ມະ​ນຸດ​ຂອງ​ເກົາ​ຫລີ​ເໜືອ​ປາ​ກົດຂຶ້ນ​ມາ​ໃຫ້​ເຫັນ​ວ່າ ເປັນ​ບັນ​ຫາ
​ຫລ້າ​ສຸດ ທີ່​ແບ່ງ​ແຍກເຮັດໃຫ້ວໍ​ຊິງ​ຕັນ ແລະ​ພຽງ​ຢາງບໍ່​ລົງ​ລອຍ​ກັນໄດ້, ໃນ​ຂະ​ນະ​ທີ່​
ການ​ພົບ​ປະ​ເຈ​ລະ​ຈາ​ດ້ານ​ການ​ປົດ​ອາ​ວຸດ​ນີວ​ເຄ​ລຍ​ຖືກ​ຢຸດ​ສະ​ງັກ​ລົງ.

ໂດຍ​ທີ່​ມັກ​ຖືກ​ປະ​ນາມ​ວ່າ ມີ​ປະ​ຫວັດດ້ານ​ສິດ​ທິ​ມະ​ນຸດ​ທີ່​ຂີ້​ຮ້າຍກວ່າ​ໝູ່​ທີ່​ສຸດ​ໃນ​ໂລກ
ອີງຕາມ​ບົດ​ລາຍ​ງານ ປະ​ຈຳ​ປີ 2017 ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດເອີ້ນ​ການ
​ລະ​ເມີດ​ຕ່າງໆ​ນັ້ນວ່າ "ຮ້າຍ​ກາດຫລາຍ" ນັ້ນ ເກົາ​ຫລີ​ເໜື​ອໄດ້​ປະ​ຕິ​ເສດຕໍ່​ຄຳ​ຕຳ​ໜິ​ດັ່ງ
​ກ່າວ ໂດຍ​ເອີ້ນ​ມັນ​ວ່າເປັນ​ແຜນ​ການ​ທີ່​ແນ​ໃສ່​ເພື່ອໂຄ່ນ​ລົ້ມ​ລະ​ບອບການ​ເມືອງ​ຂອງ​ຕົນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ວ່າ ທ່ານ​ໄດ້​ຍົກ​ເອົາ​ບັນ​ຫາ​ສິດ​ທິ​ມະ​ນຸດມາ​ເວົ້າ​ກັບ
​ທ່ານ​ກິມ ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ສິງ​ກະ​ໂປ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາຜ່ານ​ມາ ແລະ
​ເວົ້າ​ວ່າທ່ານ​ກິມ​ຕອບ​ "ໄດ້​ດີ​ຫລາຍ." ແຕ່​ວ່າ ​ທ່ານ​ທ​ຣຳໄດ້​ຖືກ​ຕຳ​ໜິ​ວ່າ ບໍ່ໄດ້​ມີ​ຂໍ້​ຕົກ​ລົງ
ດ້ານ​ສິດ​ທິ​ມະ​ນຸດ​ຢ່າງ​ເປັນ​ຮູບ​ປະ​ທຳ ຢູ່​ໃນ​ຄຳ​ຖະ​ແຫລງ​ການ​ຮ່ວມ ທີ່​ເຊັນ​ໂດຍ​ຜູ້​ນຳ​ທັງ
​ສອງທ່ານຢູ່ກອງ​ປະ​ຊຸມ​ສຸດຍອດນັ້ນ.

ຄວາມ​ເຄັ່ງ​ຕຶງ​ອັນ​ຫລ້າ​ສຸດ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ການວາງ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ
​ຫະ​ລັດ ທີ່​ຢູ່​ພາຍ​ໃຕ້ການ​ປຸກ​ລະ​ດົມ "ໃຫ້​ມີ​ການກົດ​ດັນ​ສຸດ​ຂີດ" ທີ່​ອອກ​ແບບ​ມາ ເພື່ອ
​ພັກ​ດັນ​ໃຫ້​ພຽງ​ຢາງ​ ​ກ້າວໄປ​ສູ່​ການ​ປົດອາ​ວຸດ​ນີວ​ເຄ​ລຍ.

​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ເໜືອ​ເວົ້າ​ວ່າ “ຕົນຈະ​ສະ​ກັດ​ກັ້ນ​ເສັ້ນ​ທາງ​ເພື່ອກ້າວ​
ໄປ​ສູ່​ການ​ປົດອາ​ວຸດ​ນີວ​ເຄ​ລຍ​ຢູ່​ແຫລມ​ເກົາ​ຫລີ​ໄວ້​ຢ່າງ​ຕະ​ຫຼອດ​ການ" ຖ້າ​ຫາກວ່າ​ສະ
​ຫະ​ລັດເພີ້ມ​ທະ​ວີການ​ປຸກ​ລະ​ດົມດ້ານ​ສິດ​ທິ​ມະ​ນຸດ ຕ້ານ​ກັບ​ປະ​ເທດ​ຂອງຕົນ ແລະ​ທຳ
​ການ​ລົງ​ໂທດໜັກ​ຂຶ້ນ.

​ກະ​ຊວງ​ດັ່ງ​ກ່າວ​ເວົ້າ​ວ່າ ມັນຈະ "ເປັນ​ການ​ຄິດ​ໄລ່​ທີ່​ຜິດ​ພາດ​ທີ່​ສຸດ" ທີ່​ຄິດ​ວ່າ ການ​ປຸກ​
ລະ​ດົມ​ແບບ​ນັ້ນ ​ຈະ​ພາ​ໃຫ້​ມີ​ການ​ປົດ​ອາ​ວຸດ​ນີວ​ເຄ​ລຍ.

ຖະ​ແຫລງ​ການ​ດັ່ງ​ກ່າວ ທີ່ໄດ້​ອອກ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ພາຍ​ຫລັງ​ທີ່​ກະ​ຊວງ​ການ​ເງິນ​
ສະ​ຫະ​ລັດ ​ໄດ້ຈັດເອົາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເກົາ​ຫລີ​ເໜືອສາມ​ຄົນ ຊຶ່ງ​ລວມ​ທັງ​ຜູ້​ຊ່ວຍ​
ຂັ້ນ​ສູງຜູ້​ນຶ່ງ ​ຂອງທ່ານ​ກິມ ຈົງ ອືນ, ​ຜູ້ນຳ​ເກົາ​ຫລີ​ເໜືອ ທີ່​ສົງ​ໄສວ່າ ທຳ​ການ​ລະ​ເມີດ
​ສິດ​ທິ​ມະ​ນຸດ ແລະ​ທຳ​ການ​ສິ້ງຊອມ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ຄົນ ເຂົ້າໃສ່​ໃນ
ບັນ​ຊີ​ດຳ ໃນອາ​ທິດ​ແລ້ວນີ້.

ການ​ລົງ​ໂທດ​ດັ່ງ​ກ່າວ ໄດ້​ຫ້າ​ມ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ສາມ​ຄົນ ບໍ່​ໃຫ້​ພົວ​ພັນວຽກ​ງານກັບໃຜ​ຢູ່​
ໃນ​ສະ​ຫະລັດ ແລະ​ກໍ​ໄດ້​ກັກ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າ​ຢູ່​ພາຍໃນສະ​ຫະ​ລັດ​ນັ້ນ​ໄວ້.

ໃນ​ວັນ​ຈັນ​ຜ່ານ​ມາ, ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາມະ​ຕິ​
ສະ​ບັບ​ນຶ່ງ​ທີ່​ໄດ້​ປະ​ນາມ​ "ການ​ລະ​ເມີດ​ສິດ​ທິ​ມະ​ນຸດຢ່າງ​ເປັນ​ລະ​ບົບ, ແຜ່​ຫລາຍ ແລະ​ທີ່​
ຮ້າຍ​ແຮງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG