ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ໂດຣນປິດສະໜາ ຫຼາຍລຳບິນໃນທ້ອງຟ້າທົ່ວສະຫະລັດ ຈຶ່ງກະຕຸ້ນໃຫ້ເກີດຄຳຖາມ ແລະການຮຽກຮ້ອງໃຫ້ມີຄຳຕອບ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ການ​ບັນ​ຍາຍ​ເປັນ​ພາ​ສາ​ລາວ.

ແມ່ນຫຍັງເກີດຂຶ້ນຢູ່ເທິງທ້ອງຟ້າທາງພາກຕາເວັນອອກຂອງສະຫະລັດ? ຫຼາຍອາທິດບໍ່ດົນມານີ້ ມີໂດຣນ ນັບບໍ່ຖ້ວນໄດ້ຖືກແນມເຫັນ - ແລະໝົດທຸກຄົນຈາກພົນລະເມືອງທົ່ວໄປ ຕະຫຼອດເຖິງວ່າທີປະທານາທິບໍດີ ຕ່າງກໍມີຄຳຖາມກ່ຽວກັບເລື້ອງນີ້.

ຊາຍຄົນນຶ່ງເວົ້າວ່າ “ສາຍການບິນ ບໍ່ບິນເວີ່ນຢູ່ແຖວນີ້ດອກ ແລະສິ່ງເຫຼົ່ານັ້ນ ບໍ່ແມ່ນເຮລີຄ໊ອບເຕີ.

ເປັນຫັຍງຈຶ່ງມີໂດຣນຈຳນວນຫຼາຍລຳ ປະກົດຕົວອອກມາຢ່າງກະທັນຫັນ ເທິງທ້ອງຟ້າເໜືອລັດນິວເຈີຊີ?

ຜູ້ໃດສົ່ງພວກມັນມາ? ແລະຍ້ອນຫຍັງ?

ມີຫຼາຍຄຳຖາມກະຈາຍໄປທົ່ວອາເມຣິກາ - ແລະທົ່ວໂລກ.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານ ອາເລຮານໂດຣ ມາຍຢອກກາສ ໄດ້ກ່າວໃນວັນອາທິດຜ່ານມາວ່າ ບໍ່ມີການບົ່ງຊີ້ໃຫ້ເຫັນວ່າ ມີສ່ວນກ່ຽວຂ້ອງກັບຕ່າງປະເທດ. ທ່ານໄດ້ກ່າວວ່າ ໜ່ວຍງານຕ່າງໆ ພວມ “ກວດສອບຢູ່” ແຕ່ໄດ້ຢໍ້າເຖິງການຂາດແຄນບຸກຄະລາກອນ.

ທ່ານ ອາເລຮານໂດຣ ມາຍຢອກກາສ ກ່າວໃນລາຍການຂອງໂທລະພາບ ABCNews ວ່າ “ຂ້າພະເຈົ້າຢາກຮັບປະກັນຕໍ່ມວນຊົນຊາວອາເມຣິກັນວ່າ ພວກເຮົາກຳລັງຕິດຕາມມັນຢູ່. ພວກເຮົາພວມເຮັດວຽກປະສານງານຢ່າງໃກ້ຊິດກັບໜ່ວຍງານທັງທ້ອງຖິ່ນແລະລັດຕ່າງໆ ແລະມັນເປັນສິ່ງທີ່ສຳຄັນຍິ່ງ ພ້ອມກັນນັ້ນ ພວກເຮົາທັງໝົດ ໄດ້ກ່າວມາຫຼາຍປີແລ້ວວ່າ ພວກເຮົາຕ້ອງການອຳນາດເພີ່ມເຕີມຈາກລັດຖະສະພາ ເພື່ອຮັບມືກັບສະຖານະການໂດຣນນີ້. ອຳນາດຂອງພວກເຮົາແມ່ນມີຈຳກັດໃນປັດຈຸບັນນີ້ ແລະ ມັນມີກຳນົດຈະໝົດອາຍຸແລ້ວ. ພວກເຮົາຕ້ອງການໃຫ້ຕໍ່ເວລາມັນອອກໄປ.”

ທ່ານຄຣິສໂຕເຟີ ສຕາດູລິສ ພົນລະເມືອງລັດນິວເຈີຊີ ກ່າວວ່າ “ພວກມັນບໍ່ໄດ້ມີຂະໜາດເທົ່າກັບເຮືອບິນພານິດ, ແຕ່ພວກມັນມີຂະໜາດເທົ່າກັບລົດຍົນ. ເພາະວ່າ ຖ້າພວກມັນບິນຕ່ຳລົງມາ, ພວກມັນກໍຈະເບິ່ງໃຫຍ່ຂຶ້ນຫຼາຍກວ່າເກົ່າ. ແລະຂ້ອຍສາມາດເຫັນໄດ້. ຂ້ອຍບອກໄດ້ວ່າ ມັນບໍ່ແມ່ນຂອງຫຼິ້ນໃນຍາມຫວ່າງ. ແລະມັນກໍມີຫຼາຍໃນບໍລິເວນອ້ອມແອ້ມ ຈົນທົ່ວລັດນິວເຈີຊີ. ໝົດທຸກຄົນໄດ້ເຫັນສິ່ງນີ້ ເປັນເວລາສາມຫຼືສີ່ອາທິດ ແຕ່ບັດນີ້໋ ລອງຈິນຕະນາການເບິ່ງ ມັນຈະມີລາຄາຫຼາຍຊ່ຳໃດ.”

ບັນດາຜູ້ນຳຂັ້ນສູງ ໄດ້ຮຽກຮ້ອງໃຫ້ເອົາມາດຕະການ.

ທ່ານ ຈັກ ຊູມເມີ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ກ່າວວ່າ “ເປັນຫຍັງພວກເຮົາຈຶ່ງມີຄຳຖາມຫຼາຍກວ່າຄຳຕອບ? ເອີ້ ພວກເຮົາມາທີ່ນີ້ ໃນມື້ນີ້ ກໍເພື່ອສາມເຫດຜົນ. ນຶ່ງ ຊຸກຍູ້ໃໝ່ ແຕ່ເປີດເຜີຍເທັກໂນໂລຈີທີ່ບໍ່ຈັດຢູ່ໃນປະເພດຖືກໃຊ້ງານຢ່າງກວ້າງຂວາງ, ອັນທີ່ເອີ້ນວ່າ ຣອບບິນ (Robin), ເພື່ອໃຫ້ໄດ້ຄໍາຕອບກ່ຽວກັບພວກໂດຣນເຫຼົ່ານີ້. ແລະພ້ອມກັນນັ້ນ ປະກາດວ່າ ຂ້າພະເຈົ້າຈະຊ່ອຍຮັບຜ່ານ - ແລະຂ້າພະເຈົ້າຈະລົງນາມເປັນຄູ່ຮ່ວມສະໜັບສະໜູນຮ່າງກົດໝາຍ - ທີ່ຈະຕໍ່ຕ້ານພວກໂດຣນເຫຼົ່ານີ້ ໃນວິທີທາງທີ່ດີກວ່າເກົ່າ ໂດຍອະນຸຍາດໃຫ້ກົມຕຳຫຼວດທັງຂອງທ້ອງຖິ່ນ ແລະລັດ ຊ່ອຍເຫຼືອລັດຖະບານກາງ ໃນການຊອກຫາພວກໂດຣນເຫຼົ່ານີ້ ເຊິ່ງຫຼາຍໆຄົນມີຄຳຖາມນັ້ນ.”

ແລະວ່າທີ ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະເໜີທິດສະດີຂອງທ່ານເອງ ໃນວັນຈັນຜ່ານມາ. ທ່ານຈະບໍ່ເວົ້າວ່າ ທ່ານໄດ້ຮັບການລາຍງານລັບຫຼືບໍ່ ກ່ຽວກັບເລື້ອງດັ່ງກ່າວ.

ທ່ານດໍໂນລ ທຣຳ ວ່າທີປະທານາທິບໍດີ ກ່າວວ່າ “ລັດຖະບານກໍຮູ້ ວ່າແມ່ນຫຍັງເກີດຂຶ້ນ. ພວກເຂົາຮູ້ບ່ອນທີ່ມັນມາຈາກ ແລະບ່ອນທີ່ມັນໄປ. ແລະຍ້ອນເຫດຜົນບາງສ່ວນພວກເຂົາບໍ່ຕ້ອງການອອກຄວາມເຫັນ. ແລະຂ້າພະເຈົ້າຄຶດວ່າ ພວກເຂົາຄວນກ່າວວ່າ ມັນແມ່ນຫຍັງ ຈະດີກວ່າ. ກອງທັບຂອງພວກເຮົາ ກໍຮູ້ ແລະປະທານາທິບໍດີຂອງພວກເຮົາກໍຮູ້. ແລະສຳລັບເຫດຜົນບາງສ່ວນ ພວກເຂົາຢາກໃຫ້ປະຊາຊົນມີຄວາມສົງໄສ. ຂ້າພະເຈົ້າບໍ່ສາມາດຈິນຕະນາການໄດ້ວ່າ ມັນເປັນສັດຕູ ເພາະວ່າ ຖ້າມັນເປັນສັດຕູ ພວກເຂົາຄວນຍິງທຳລາຍມັນ ໝົດແລ້ວ. ເຖິງແມ່ນພວກເຂົາຈະຫລ້າຊ້າກໍຕາມ, ພວກເຂົາຄວນຍິງທຳລາຍມັນ. ມັນມີສິ່ງແປກປະຫຼາດກຳລັງເກີດຂຶ້ນ.”

ບໍ່ວ່າມັນຈະແມ່ນຫຍັງກໍຕາມ, ໝົດທຸກຄົນເຫັນດີນຳກັນວ່າ: ພວກເຂົາຕ້ອງການຄຳຕອບ.

What is going on in the skies of the eastern United States? In recent weeks, countless drones have been spotted — and everyone from residents to the incoming president has questions. Anita Powell reports from Washington.

"Airlines don't just hang out, and those aren't helicopters."

Why have a large number of drones suddenly appeared in the skies over New Jersey? Who sent them? And why?

These are questions spreading across America — and the world.

U.S. Homeland Security Secretary Alejandro Mayorkas said Sunday there was no indication of foreign involvement. He said that authorities are “on it” but pointed to stretched-thin resources.

((Alejandro Mayorkas, US Homeland Security Secretary))

“I want to assure the American public that we are on it. We are working in close coordination with state and local authorities, and it is critical, as we all have said for a number of years, that we need from Congress additional authorities to address the drone situation. Our authorities currently are limited, and they are set to expire. We need them extended.”

Residents say their normally quiet skies have lit up in recent weeks, as officials seek answers.

((Christopher Stadulis, New Jersey Resident))

“They're not the size of a commercial airliner, but they're the size of a vehicle. Because if they get lower, they would get substantially bigger. And I can see that. I could tell, it's not a hobbyist. And there's so many around New Jersey throughout the whole state. Everybody's seen this for three or four weeks now that — imagine how much money this must cost.”

Top elected leaders are demanding action.

((Chuck Schumer, Senate Majority Leader))

“Why do we have more questions than answers? Well, we're here today for three reasons. First, to push a new but unclassified tech into wide use, the so-called Robin, to get answers on these drones. And also, to announce that I am going to help pass – and I'm going to co-sponsor legislation – that will combat these drones in a better way by allowing local police departments and state police departments to help the feds in sighting these drones, which so many have requested.” ((end courtesy))

And President-elect Donald Trump offered his own theory Monday. He would not say whether he had received a classified briefing on the matter.

(Donald Trump, President-Elect))

"The government knows what is happening. // They know where it came from and where it went. And for some reason they don't want to comment. And I think they'd be better off saying what it is. Our military knows and our president knows. And for some reason, they want to keep people in suspense. I can't imagine it's the enemy because if it was the enemy, they would blast it out. Even if they were late, they'd blast it. Something strange is going on.”

Whatever this is, everyone agrees: They want answers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG