ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ອອງ ຊານ ຊູ ຈີ ເສຍ​ຊື່​ສຽງທີ່​ສູງ​ສົ່ງ ຢ່າງ​ໜ້າ​ເສຍ​ດາຍ ເມື່ອ​ທ່ານ​ນາງ ຖະ​ແຫລງ ຢູ່​ສານ ໃນ​ນະ​ຄອນເຮກ


ທ.​ນ. ອອງ ຊານ ຊູ ຈີ ຍ່າງອອກ​ມາ​ຈາກ​ສານ​ຍຸ​ຕິ​ທຳ​ສາ​ກົນ​ໃນ​ນະ​ຄອນເຮກ, ພາຍ​ຫລັງ​ມີ​ການຮັບ​ຟັງ​ການ​ໄຕ່​ສວນ​ຄະ​ດີທີ່ປະ​ເທດ ແກມ​ເບຍໄດ້​ຍື່ນຄຳຟ້ອງ​ຮ້ອງ​ຕໍ່ມຽນ​ມາວ່າ​ໄດ້ ທຳການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຕໍ່​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ, ວັນ​ທີ 12 ທັນ​ວາ 2019
ທ.​ນ. ອອງ ຊານ ຊູ ຈີ ຍ່າງອອກ​ມາ​ຈາກ​ສານ​ຍຸ​ຕິ​ທຳ​ສາ​ກົນ​ໃນ​ນະ​ຄອນເຮກ, ພາຍ​ຫລັງ​ມີ​ການຮັບ​ຟັງ​ການ​ໄຕ່​ສວນ​ຄະ​ດີທີ່ປະ​ເທດ ແກມ​ເບຍໄດ້​ຍື່ນຄຳຟ້ອງ​ຮ້ອງ​ຕໍ່ມຽນ​ມາວ່າ​ໄດ້ ທຳການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຕໍ່​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ, ວັນ​ທີ 12 ທັນ​ວາ 2019

ໃນ​ຂະ​ນະທີ່ ທ່ານ​ນາງ ອອງ ຊານ ຊູ ຈີ, ທີ່​ປຶກ​ສາຂອງລັດ​ຖະ​ບານມຽນ​ມາ ໄດ້ກ່າວ​ຄຳຖະ​ແຫລງ​ຢູ່​ສານ​ຍຸ​ຕິ​ທຳ​ສາ​ກົນ​ໃນ​ນະ​ຄອນເຮກ, ປະ​ເທດເນ​ເທີ​ແລນ​ໃນ​ອາ​ທິດນີ້, ອະດີດ​ຜູ້ສະ​ໜັບ​ສະ​ໜຸນ​ທ່ານນາງ​ກໍໄດ້ຈ້ອງ​ເບິ່ງດ້ວຍ​ຄວາມຜິດ​ຫວັງ ເພາະຜູ້​ໄດ້​ຮັບ​ລາງວັນ​ໂນ​ແບ​ລ​ດັ່ງ​ກ່າວ ​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ທີ່​ເວົ້າ​ວ່າ ທະ​ຫານ​ຂອງາ ລັດ​ຖະ​ບານ​ມຽນ​ມາທຳການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຕໍ່​ປະ​ຊາ​ຊົນມຸ​ສ​ລິມໂຣ​ຮິງ​ຢາໃນ​ປະ​ເທດ​ນັ້ນ.

​ບັນ​ດາ​ທະ​ນາຍ​ຄວາມ​ດ້ານ​ໄອ​ຍະ​ການ​ເວົ້າ​ວ່າ ການ​ປະ​ທຳ​ຂອງ​ທະ​ຫານແມ່ນ​ເພື່ອຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ແລະ​ຄົນ​ທີ່​ຕຳ​ໜິ​ທ່ານ​ນາງ ຊູ ຈີ ຫລາຍ​ຄົນ​ເວົາ​ວ່າ ທ່ານ​ນາງ​ກໍ​ມີ​ສ່ວນ​ຮັບ​ຜິດ​ຊອບ​ຢູ່​ສ່ວນ​ໃດ​ສ່ວນ​ນຶ່ງ​ໃນ​ການ​ກະ​ທຳ​ ທີ່​ໄດ້​ມີ​ການ​ປາບ​ປາມຢ່າງ​ຕໍ່​ເນື່ອງຕໍ່​ມຸ​ສ​ລິມທີ່​ເປັນ​ຊົນກຸ່ມນ້ອຍ ທີ່​ມີປະ​ຊາ​ຊົນ​ປະ​ມານສາມ​ແສນ​ປາຍ​ຄົນໄດ້​ພາ​ກັນ​ຫລົບ​ໜີ​ອອກ​ຈາກ​ປະ​ເທດ​ໄປນັ້ນ.

ພວກ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ການສືບ​ຕໍ່​ກັກ​ຂັງ​ຊາວໂຣ​ຮິງ​ຢາຢູ່​ທົ່ວ​ປະ​ເທດມຽນ​ມາໃນ​ຂໍ້​ກ່າວ​ຫາ​ວ່າ ເດີນ​ທາງ​ແບບ​ຜິດ​ກົດ​ໝາຍຢູ່​ໃນ​ປະ​ເທດນັ້ນ.
ທ່ານ ຈອນ ຄວີນ​ລີ (John Quinley) III ຈາກ​ກຸ່ມ​ Fortify Rights ທີ່​ເປັນ​ກຸ່ມ​ປຸກ​ລະ​ດົມ​ໃຫ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ເວົ້າ​ວ່າ "ຊາວໂຣ​ຮິງ​ຢາບໍ່​ໄດ້​ຮັບ​ເສ​ລີ​ພາບ​ໃນ​ການ​ເຄື່ອນ​ໄຫວ​ໄປ​ມາ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ໃນ​ມໍ່ໆ ມານີ້ ພວກ​ເຮົາ​ໄດ້​ບັນ​ທຶກ​ກ່ຽວ​ກັບ​ການ​ໃຊ້​ແຮງ​ງານຊາວໂຣ​ຮິງ​ຢາແບບ​ຖືກ​ບີບ​ບັງ​ຄັບ ແລະ ການ​ຖືກຈຳກັດບໍ່​ໃຫ້​ເປັນ​ສັນ​ຊາດ. ພວກ​ເຮົາ​ເຊື່ອ​ວ່າ ສານ​ຍຸ​ຕິ​ທຳ​ສາ​ກົນ ຄວນ​ຈະ​ອອກມາດ​ຕະ​ການ​ທີ່​ເປັນຂໍ້​ກຳ​ນົດ​ຢ່າງ​ຮີບ​ດ່ວນ ເພື່ອ​ຈະ​ເຮັດ​ໃຫ້​ການ​ປາບ​ປາມ​ການກໍ່​ຄວາມ​ຮຸນ​ແຮງຕໍ່ຊາວໂຣ​ຮິງ​ຢາຢູ່ໃນ​ລັດ​ຣາ​ໄຄ​ນ໌ ສິ້ນ​ສຸດ​ລົງ.”

ທ່ານ​ນາງ ອອງ ຊານ ຊູ ຈີ, ໄດ້​ກ່າວ​ປ້ອງ​ກັນ​ການ​ກ່າວ​ຫາຕໍ່ ​ທະ​ຫານຂອງລັດ​ຖະ​ບານມຽນ​ມາທີ່​ເວົ້າ​ວ່າໄດ້ທຳການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຕໍ່​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ ພາຍ​ຫລັງ​ທີ່​ປະ​ເທດ ແກມ​ເບຍໄດ້​ຍື່ນຄຳຟ້ອງ​ຮ້ອງ​ຕໍ່ມຽນ​ມາ ​ສານສານ​ຍຸ​ຕິ​ທຳ​ສາ​ກົນ​ໃນ​ນະ​ຄອນເຮກ. ທ່າ​ນ​ນາງ​ເວົ້າ​ວ່າ ການ​ກະ​ທຳ​ຂອງ​ທະ​ຫານ​ແມ່ນ​ຖືກ​ຕ້ອງ​ຊອບ​ທຳ ເພື່ອ​ຕອບ​ໂຕ້​ຕໍ່​ການກໍ່​ການ​ຮ້າຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG