ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ຕໍ່ຕ້ານການກໍ່ລັດຖະປະຫານມຽນມາ ໄດ້ປະທ້ວງຕໍ່ຕ້ານລັດຖະບານທະຫານ ດ້ວຍການນັດຢຸດງານຢ່າງງຽບໆ 


ຖະໜົນຫົນທາງຫວ່າງເປົ່າ ແລະທຸລະກິດປິດ ທີ່ເຫັນຢູ່ ທ້ອງຖິ່ນຕ່າງໆ ໃນນະຄອນຢາງກຸ້ງ ວັນທີ 10 ທັນວາ 2021.
ຖະໜົນຫົນທາງຫວ່າງເປົ່າ ແລະທຸລະກິດປິດ ທີ່ເຫັນຢູ່ ທ້ອງຖິ່ນຕ່າງໆ ໃນນະຄອນຢາງກຸ້ງ ວັນທີ 10 ທັນວາ 2021.

ພວກປະທ້ວງຢູ່ໃນ ມຽນມາ ພາກັນປິດ ທຸລະກິດ ແລະ ຢູ່ຫ່າງຈາກຖະໜົນໃນວັນສຸກມື້ນີ້ໃນການ “ນັດຢຸດງານແບບງຽບໆ” ຕ້ານການປົກຄອງໂດຍທະຫານ ແລະ ການຂັບໄລ່ລັດຖະບານທີ່ຖືກເລືອກຕັ້ງຢ່າງປະຊາທິປະໄຕຂອງປະເທດ ໃນເອເຊຍຕາເວັນອອກສຽງໃຕ້ຢ່າງຈະແຈ້ງໃນການກໍ່ລັດຖະປະຫານເມື່ອເດືອນກຸມພາທີ່ຜ່ານມາ.

ຮູບພາບທີ່ຖືກເຜີຍແຜ່ໂດຍສື່ມວນຊົນ ມຽນມາ ໄດ້ສະແດງໃຫ້ເຫັນຖະໜົນຫົນທາງ ແລະ ຕະຫຼາດທີ່ເປົ່າຫວ່າງຢູ່ໃນເມືອງຕ່າງໆທົ່ວປະເທດ, ໃນຂະທີ່ພວກປະທ້ວງຢູ່ ເມືອງສະເວໂບ (Shwebo) ທາງພາກເໜືອປະເທດ ໄດ້ພາກັນນຸ່ງເຄື່ອງສີດຳ ແລະ ເດີນຂະບວນຢ່າງມິດໆ.

ຜູ້ນຳການປະທ້ວງ ນາງ ຄິນ ຊານດາ (Khin Sandar) ໄດ້ກ່າວຕໍ່ສື່ມວນຊົນວ່າ “ພວກເຮົາຕ້ອງການທີ່ຈະສົ່ງຂໍ້ຄວາມໃຫ້ໂລກຮູ້ ກ່ຽວກັບ ການລະເມີດສິດທິມະນຸດ ທີ່ໂຫດຮ້າຍຂອງ ມຽນມາ.”

ນາງກ່າວວ່າ “ຄວາມມິດງຽບເປັນສຽງຮ້ອງທີ່ດັງທີ່ສຸດ. ພວກເຮົາຢາກໄດ້ສິດຂອງພວກເຮົາຄືນ. ພວກເຮົາຢາກເຮັດການປະຕິວັດ. ພວກເຮົາສະແດງຄວາມໂສກເສົ້າສຳລັບບັນດາວິລະບູລຸດທີ່ລົ້ມຫາຍຕາຍໄປ.

ມຽນມາ ໄດ້ຕົກເຂົ້າສູ່ວິກິດການເວລາທີ່ທະຫານໄດ້ໂຄ່ນລົ້ມຜູ້ນຳ ທ່ານນາງ ອອງ ຊານ ຊູ
ຈີ ແລະລັດທະບານຂອງທ່ານນາງໃນວັນທີ 1 ກຸມພາ ທີ່ຜ່ານມາ, ທີ່ເຮັດໃຫ້ເກີດການປະ
ທ້ວງໃນແຕ່ລະວັນຢູ່ເມືອງຕ່າງໆ ແລະຕົວເມືອງທັງຫຼາຍ ແລະສູ້ລົບຢູ່ຕາມເຂດຊາຍແດນ
ລະຫວ່າງ ທະຫານ ແລະພວກແບ່ງແຍກດິນແດນຊົນກຸ່ມນ້ອຍ.

ທ່ານນາງ ຊູ ຈີ ຜູ້ໄດ້ຮັບລາງວັນໂນແບລສັນຕິພາບ ອາຍຸ 76 ປີ ກຳລັງປະເຊີນໜ້າກັບຂໍ້
ກ່າວຫາຫຼາຍຢ່າງແລະໄດ້ຕັດສິດ ໃຫ້ຂັງຄຸກສີ່ປີ ໃນວັນຈັນທີີ່ຜ່ານມາ ເຊິ່ງຂໍ້ກ່າວຫາທຳອິດນັ້ນ
ແມ່ນການ ຍຸແຍ່ ແລະ ລະເມີດກົດລະບຽບ ໄວຣັສໂຄໂຣນາ, ດືງດູດການກ່າວປະນາມ
ຈາກສາກົນ ກ່ຽວກັບ ສິ່ງທີ່ບັນດານັກວິຈານໄດ້ອະທິບາຍດັ່ງກ່າວ “ການດຳເນີນຄະດີປອມ.”

ຫົວໜ້າລັດຖະບານທະຫານຕໍ່ມາໄດ້ຫລຸດການຕັດສິນລົງໂທດຂອງທ່ານນາງ ລົງມາເປັນ
ສອງ ປີ “ດ້ວຍເຫດຜົນດ້ານມະນຸດສະທຳ” ແຕ່ວ່າຂໍ້ກ່າວຫາທີ່ທ່ານນາງຍັງປະເຊີນໜ້າຢູ່
ນັ້ນ ອາດເຮັດໃຫ້ທ່ານນາງຖືກຂັງຄຸກເປັນເວລາຫຼາຍປີ.

ກອງກຳລັງລັດຖະບານທະຫານທີ່ພະຍາຍາມຈະທັບມ້າງຝ່າຍຄ້ານ ໄດ້ສັງຫານຫຼາຍກວ່າ
1,300 ຄົນ ອີງຕາມສະມາຄົມການຊ່ວຍເຫຼືອເພື່ອກຸ່ມຕິດຕາມນັກໂທດການເມືອງ (AAPP.)

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG