ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕິດຝິ່ນ ໃນລັດ ສານ ປະເທດ ມຽນມາ ມີທາງເລືອກ ພຽງສອງ ສາມຢ່າງ


Addiction in Myanmar’s Opium-Growing Region
please wait

No media source currently available

0:00 0:02:15 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຕັ້ງ​ຢູ່ເທິງ​ພູ​ດອຍ​ທີ່​ມີ​ການ​ຜະລິດ​ຝິ່ນ​ໃຫຍ່​ເປັນອັນ​ດັບ​ສອງ​ຂອງ​ໂລກ, ​ເມືອງ Taunggyi, ​ເປັນ​ເມືອງ​ຫຼວງ​ຂອງ​ລັດ Shan ປະ​ເທດ ມຽນມາ, ​ແລະ​ຍັງ​ເປັນ​ບ່ອນ​ທີ່ມີຜູ້​ຕິດ​ຢາ​ເປັນ ຈຳນວນ​ຫຼ​າຍ​ຈົນ​ເຮັດ​ໃຫ້​ຕົກ​ໃຈຍ້ອນລາຄາ​ຝິ່ນ​ທີ່​ຖືກ ​ແລະຫຼາຍ​ເຫຼືອ​ເຟືອ ເຊິ່ງອົງການ​ສະຫະ​ປະຊາ​ຊາດ​ຄາດ​ວ່າ 40 ​ເປີ​ເຊັນ​ ຂອງ​ປະຊາຊົນ​ອາຍຸ​
ລະຫວ່າງ 18 ຫາ 20 ປີ​ ທີ່​ອາໄສຢູ່ເມືອງດັ່ງກ່າວ ແມ່ນຜູ້ທີ່ເສບ
ຢາເສບຕິດ. Daniel de Carteret ມີລາຍງານ ຈາກເມືອງ
Taunggyi, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

ທ້າວ Phone Myint Han, ​ໄດ້​ເສບ​ຝິ່ນ​ມາ ​ເປັນ​ເວ​ລາ 8 ປີແລ້ວ. ລາວ​ກໍ​ຄື​ຄົນ​ອື່ນໆ​ໃນ​ລັດ Shan, ລາວ​ສາມາດ​ເຂົ້າ​ເຖິງ​ຢາ​ເສບ​ຕິດ​ທີ່​
ມີ​ລາຄາ​ຖືກ, ​ແລະຈຳນວນ​ຫຼວງ​ຫຼາຍ ​ທີ່​ປູກ​ຂຶ້ນ​ໃນ​ພູ​ຢູ່ອ້ອມ​ຮອບ​ນັ້ນ.

ທ້າວ Phone Myint Han ກ່າວວ່າ “ຂ້ອຍ​ເຄີຍ​ໃຊ້​ “ສູ​ດ” ໜຶ່ງ ມັນ​ເຮັດ​ຈາກ​ການ​ເອົາ ຝິ່ນ​ປະສົມ​ກັບ​ນ້ຳ ​ແລ້ວ​ກໍ​ປະສົມ​ກັບ​ຢາ​ແກ້​ໄອ.”

ຜູ້​ຊາຍ​ອາຍຸ 26 ປີ​ຄົນ​ນີ້​ໄດ້​ພະຍາຍາ​ມທີ່​ຈະ​ບຳບັດ​ໂຕ​ເອງ​ ຢູ່​ສະ​ຖາ​ບັນແຫ່ງໜຶ່ງ​ທີ່ດຳ​ເນີນ​ໂດຍ ລັດຖະບານ ​ແຕ່​ລາວ​ໄດ້​ກ່າວ​ວ່າ ລາວ​ໄດ້​ຖືກ​ປະຕິບັດ​ຕົນນຳ​ ຄື​ກັນ​ກັບ​ອາຊະຍາກອນຄົນ​ໜຶ່ງ.

ທ້າວ Phone Myint Han ກ່າວ​ວ່າ “ຢູ່ສູນ​ທີ່​ດຳ​ເນີນ​ໂດຍ​ລັດຖະບານ ສະພາບ​ມັນ​ເປັນ​ຄື​ກັບ​ຢູ່​ໃນ​ຄຸກ. ຂ້ອຍ​ເຄີ​ຍ​ໄປ​ເທື່ອ​ໜຶ່ງ ​ແລະ ຂ້ອຍກໍ​ຮູ້ສຶກວ່າ ​ຂ້ອຍ​ບໍ່​ໄດ້​ມີ​ອິດສະຫຼະພາບ​ເລີຍ.”

​ເປັນ​ທີ​ສອງ​ຮອງ​ຈາກ ​ອັ​ຟກາ​ນິສຖານ ​ໃນ​ການ​ຜະລິດ​ຝິ່ນ ​ຂອງໂລກ ຝິ່ນ​ທັງໝົດ​ຂອງ ມຽນມາ​ ​ແມ່ນ​ຖືກສົ່ງ​ໄປ​ປະ​ເທດ ຈີນ ​ເພື່ອ​ປ້ອນ​ການ​ຄ້າເຮໂຣອິນ ທີ່​ກຳລັງຂະຫຍາຍໂຕ​ເພີ່ມ​ຂຶ້ນ. ​ແຕ່​ວ່າ​ບາງ​ສ່ວນ​ກໍ​ມີການເລັດລອດ​ໄປສູ່​ຊຸມ​ຊົນ​ທ້ອງ​ຖິ່ນ.

ສູນຂອງ ​ສະຫະ​ປະຊາ​ຊາດ ເປັນ​ພຽງ​ທາງ​ເລືອກ​ດຽວ​ ຈາ​ກສະ​ຖານ​ທີ່​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ໃນ​ເມືອງ Taunggyi. ​ແຕ່​ວ່າ​ຢຸກຢາປິ່ນປົວ ແມ່ນ​ມີ​ໃນ​ປະລິມານທີ່​ຈຳກັດ.

​ຫົວໜ້າ​ສະຖານ​ທີ່​ຊ່ວຍ​ເຫຼືອ Dr. Than Myo Tun ກ່າວ​ວ່າ ສະຖານ​ທີ່​ນີ້​ເປັນ​ບ່ອນ​ທີ່ເຈົ້າ​ໜ້າ​ທີ່​ທ້ອງຖິ່ນ​ເຮັດບໍ່ຮູ້ບໍ່ເຫັນ ​ໃນ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ກຳລັງ​ເຕີບ​ໂຕ​ຢ່າງ​ໄວວາ, ​ແລະ ຜູ້​ຕິດ​ຢາ​ທີ່ດີ້ນຮົນ​ກັບ​ເງິນ​ສະໜັບ​ສະ​ໜູນ​ໜ້ອຍ​ດຽວ​ເພື່ອ​ການ​ບຳບັດ​.

ທ່ານ Than Myo Tun ຫົວໜ້າຄວບ​ຄຸ​ມ​ສະຖານ​ທີ່​ຊ່ວຍ​ເຫຼືອ​ໃນ ມຽນມາ ກ່າວ​ວ່າ “ບັນຫາ​ຕໍ່​ໄປ​ແມ່ນ​ຜູ້​ທີ່ເສບ​ຢາ​ເສບ​ຕິດ. ​ໃນ​ເມື່ອ​ພວກ​ເຮົາ​ບໍ່​ປາບ​ປາມ​ບັນຫາ​ການຈຳໜ່າຍ​ຢາ​ເສບ​ຕິດ. ພວກ​ເຮົາບໍ່​ພຽງ​ແຕ່​ບອກ​ໃຫ້​ພວກ​ເສບ​ຢາ​ເສບ​ຕິດ​ວ່າ: ອັນ​ນີ້​ມັນ​ບໍ່​ດີ, ​ເຈົ້າ​ບໍ່​ຄວນ​ເສບ​ມັນ. ພວກ​ເສບ​ຢາ​ບາງ​ຄົນ​ເລີ່​ມ​ເສບ​ຢາ ​ພຽງ​ແຕ່ເປັນ​ການ​ທົດ​ລອງ​ເທົ່າ​ນັ້ນ, ​ແຕ່​ຕໍ່​ມາ, ພວກ​ເຂົາ​ສາມາດ​ພັດທະນາ​ການ​ຕິດ​ຢາ​ທາງ​ດ້ານ​ວັດ​ຖຸ ​ແລະ ດ້ານ​ຈິດໃຈ.”

ສູນ​ສະຫະ​ປະຊາ​ຊາດໄດ້ມີ​ຜູ້​ຕິດ​ຢາ​ລົງທະບຽນ 600 ຄົນ​, ເຊິ່ງເປັນ​ເສດສ່ວນ​ນ້ອຍໆ​ຂອງຜູ້​ຕິດ​ຢາຢູ່​ໃນເມືອງ​ທີ່​ຄາດ​ວ່າ​ມີ​ 2​0,000 ຄົນ.

ພວກ​ເຂົາ​ບໍ່​ເປັນ​ທີ່​ຍອມຮັບ​ທາງ​ສັງ​ຄົມ ​ໂດຍ​ຊຸມ​ຊົນ​ຂອງ​ພວກ​ເຂົາ, ​ແລະ ກໍ​ມີ​ທາງເລືອກ​ສຳລັບ​ການເຂົ້າ​ບຳບັດ​ພຽງ​ໜ້ອຍ​ດຽວ, ຫຼາຍ​ຄົນ​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ຮອບ​ຕົວ​ເມືອງ​ເພື່ອ​ມຶນເມົາ​ກັບຢາເສບຕິດ. ​ມັນ​ເປັນ​ສະຖານ​ທີ່ພວກ​ນີ້,​ ເມືອງ Taunggyi, ​ເປັນ​ບ່ອນສ້າງ​ລາຍ​ໄດ້​ສູງທີ່​ສຸດຈາກ​ການ​ສົ່ງ​ອອກ​ຢາເສບຕິດ​ ​ໄດ້ກໍ່​ຄວາມ​ເສຍ​ຫາຍ​ອັນເປັນຕາ​ຢ້ານ​ຕໍ່​ຄົນ​ລຸ້ນ​ຫຼັງຂອງ​ພວກ​ເຂົາ.

Nestled in the hills of the world's second largest opium producing region, Taunggyi, capital of Myanmar's Shan State, is also home to an alarming number of drug addicts. With opium cheap and plentiful, the U.N. estimates that 40 per cent of people aged between 18 and 20 there are drug users. Daniel de Carteret reports for VOA from Taunggyi.

Phone Myint Han, has been using opium for eight years.
He, like many young people in Shan State, has easy access to the cheap, abundant drug grown in the surrounding mountains.

(PHONE MYINT HAN, OPIUM ADDICT)
"I used to use "formula." It's made from taking opium mixed with water then mixed with cough syrup,"

The twenty-six year-old tried to get clean at a state-run institution but said he was treated like a criminal.

(PHONE MYINT HAN,OPIUM ADDICT)
"At the government run center it's like a prison. I went there once and I felt like I didn't have any freedom."

Second only to Afghanistan in world production, almost all of Myanmar's opium is shipped to China to feed a growing heroin trade. But some makes its way into local communities.

The U.N.'s drop-in center is the only alternative to government clinics available in Taunggyi. But its resources are limited.

Clinic head Dr Than Myo Tun says that in this place where local authorities turn a blind eye to the booming drug trade, users struggle with little support for recovery.

(THAN MYO TUN, CLINIC SUPERVISOR)
"The next issue is the drug users. While we are not tackling the supply issue, we can't just tell the drug user: this is not good, you shouldn't be using.' Some drug users start to use, just as a test, but later, they can develop a physical and psychological addiction."

The U.N. center has 600 registered usersa small fraction of the city's estimated 20,000 addicts.

Socially ostracized by their community, and with few options for recovery, many gather in the city outskirts to get high. It is these places that Taunggyi's most lucrative export takes a terrible toll on its next generation.

XS
SM
MD
LG