ຢູ່ເຂດອຸດສາຫະກຳ ນອກນະຄອນຢາງກຸ້ງຂອງມຽນມາ ຄົນງານ
ຫລາຍພັນຄົນ ໄດ້ພາກັນຍ່າງອອກຈາກວຽກ ເມື່ອຕົ້ນເດືອນກຸມ
ພານີ້ ເພື່ອປະທ້ວງ ຮຽກຮ້ອງເອົາຄ່າຈ້າງເພີ້ມຂຶ້ນອີກນຶ່ງເທົ່າຕົວ.
ນັບແຕ່ວັນສຸກອາທິດແລ້ວນີ້ເປັນຕົ້ນມາ ສະພາບການໄດ້ເຄັ່ງຕຶງ
ຂຶ້ນ ຫລັງຈາກທີ່ຕຳຫລວດ ໄດ້ເຄື່ອນເຂົ້າໄປຂັບໄລ່ພວກປະທ້ວງ
ຍັງຜົນໃຫ້ມີການປະທະກັນ ທີ່ເຮັດໃຫ້ທັງສອງຝ່າຍໄດ້ຮັບບາດ
ເຈັບ. ບັດນີ້ ລັດຖະບານໄດ້ຂູ່ຈະປາບປາມໜັກຂຶ້ນ ຖ້າພວກຄົນ
ງານຫາກບໍ່ເຊົາປະທ້ວງ. Steve Herman ມີລາຍງານ ຊຶ່ງດາຣາ
ຈະນຳມາສະເໜີທ່ານ.
ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້
:
ກະຊວງ ແຮງງານຂອງມຽນມາໄດ້ອອກຄຳເຕືອນ ໄປຍັງບັນດາຄົນງານໂຮງຈັກໂຮງງານ
ທີ່ພາກັນຢຸດງານປະທ້ວງນັ້ນວ່າ ເຈົ້າໜ້າທີ່ຈະເອົາມາດຕະການປາບປາມ ຖ້າຫາກພວກ
ເຂົາເຈົ້າບໍ່ກັບຄືນໄປເຮັດວຽກ.
ໃນຄຳປະກາດອອກທາງໂທລະພາບຂອງລັດ ກະຊວງແຮງງານເອິ້ນການການກະທຳຂອງ
ພວກຄົນງານອຸດສາຫະກຳວ່າ ຮຸນແຮງ ແລະວ່າ ພວກເຂົາເຈົ້າກຳລັງສ້າງຄວາມເສຍຫາຍ
ໃຫ້ແກ່ກຳໄລ ຕະຫລອດທັງພາບພົດຂອງປະເທດ ແລະອາດສາມາດໄລ່ພວກນັກລົງທຶນຕ່າງປະເທດ ໃຫ້ໜີໄປໄດ້.
ນາງ Moh Moh Lwin ໄວ 18 ປີ ຄົນງານໂຮງງານຕັດຫຍິບ E-Land Myanmar ກໍ
ເປັນ ຜູ້ນຶ່ງທີ່ຮ່ວມຢຸດງານປະທ້ວງ. ນາງສົ່ງເງິນເມືອບ້ານ ເດືອນລະ 15 ຫາ 20 ດອລລ່າ
ເພື່ອຊ່ວຍພໍ່ແມ່ແລະນ້ອງສາວ ສາມຄົນ.
ນາງ Moh Moh ເວົ້າວ່າ “ລັດຖະບານ ບໍ່ເຂົ້າຂ້າງພວກເຮົາເລີຍ. ເຂົາເຈົ້າມີແຕ່
ປົກປ້ອງພວກເຈົ້າຂອງໂຮງງານ. ບໍ່ມີຜູ້ໃດຢູ່ຂ້າງພວກເຮົາ ນອກຈາກປະຊາຊົນ
ທຳມະດາສາມັນ. ແມ້ນແຕ່ພວກເຈົ້າໜ້າທີ່ທ້ອງຖິ່ນ ກໍຍັງເຂົ້າຂ້າງພວກໂຮງງານ.
ພວກເຮົາໄດ້ຍິນຄົນເວົ້າວ່າ ພວກໂຮງງານໄດ້ໃຫ້ສິນບົນແກ່ຕຳຫລວດທ້ອງຖິ່ນ
ເພື່ອໃຫ້ເຂົາເຈົ້າ ໂຈມຕີພວກເຮົາ.”
ຫລັງຈາກການປະທະກັນແລະມີ ການຈັບກຸມຫລາຍຄົນໄປ ບັນດາຄົນງານທີ່ພາກັນຕັ້ງ
ຄ້າຍປະທ້ວງຢູ່ທີ່ນັ້ນ ຫລາຍໆຄົນແມ່ນມີຄວາມໂກດແຄ້ນ ຢ້ານກົວ ແລະລະແວງສົງໄສ.ຫລາຍໆຄົນບໍ່ເຕັມໃຈທີ່ຈະລົມກັບນັກຂ່າວ ເພາະເຊື່ອວ່າເຂົາເຈົ້າເປັນສອດແນມໃຫ້
ລັດຖະບານມຽນມາ.
ຢູ່ໃນເຂດອຸດສາຫະກຳທີ່ເຕັມໄປດ້ວຍເຮືອນສັງກະສີນັ້ນ ໂດຍທົ່ວໄປແລ້ວ ພວກໂຮງຈັກ
ໂຮງງານແມ່ນພາກັນຈ້າງ ຍິງໄວລຸ້ນ ທີ່ໄດ້ຄ່າແຮງງານ ມື້ນຶ່ງບໍ່ຮອດ 1 ດອລລ່າ 50 ເຊັນ
ດ້ວຍຊ້ຳ ຈາກການເຮັດວຽກຕາມຊົ່ວໂມງປົກກະຕິ. ບັດນີ້ ເຂົາເຈົ້າຢຸດງານປະທ້ວງຮຽກ
ຮ້ອງເອົາຄ່າຈ້າງເພີ້ມຂຶ້ນ ເປັນປະມານ 30 ດອລລ່າ ຕໍ່ເດືອນ.
ໂຮງງານຕັດຫຍິບ E-Land ໄດ້ເປີດເຮັດວຽກຄືນ ເມື່ອວັນອາທິດຜ່ານມານີ້ ແຕ່ບັນດາຜູ້
ຈັດການກ່າວວ່າ ທາງບໍລິສັດຈະພິຈາລະນາຄຳຮຽກ ຮ້ອງຂໍຂຶ້ນເງິນເດືອນ ກໍຕໍ່ເມື່ອພວກ
ຄົນງານກັບຄືນມາເຮັດວຽກເທົ່ານັ້ນ.
ຢ່າງໃດ ກໍຕາມ ພວກຄົນຍາມກ່າວວ່າ ພວກຄົນງານທີ່ປະທ້ວງ ບໍ່ມີໃຜມາເຮັດວຽກຈັກຄົນ.
ແລະບໍ່ມີເຈົ້າໜ້າທີ່ບໍລິສັດຈັກຄົນ ອອກມາໂອ້ລົມ ກັບນັກຂ່າວ.
ຢູ່ເຂດອຸດສາຫະກຳ Hlaing Thar Yar ໃກ້ໆກັນນັ້ນ ການປະເຊີນໜ້າໃນທຳນອງດຽວ
ກັນນີ້ ໄດ້ຜ່ອນຄາຍລົງ.
ພວກຄົນງານໂຮງງານຜະລິດເກີບ Tai Yi ໄດ້ຕົກລົງຮັບເອົາອັດຕາຄ່າຈ້າງພື້ນຖານ ໃນ
ຈຳນວນປະມານ 50 ດອລລ່າຕໍ່ເດືອນ ຂຶ້ນຈາກ ຕ່ຳກ່ວາ 40 ດອລລ່າເລັກນ້ອຍໃນເມື່ອ
ກ່ອນ ແລະໄດ້ພາກັນກັບຄືນເມືອເຮັດວຽກ ໃນວັນອັງຄານຜ່ານມາ.
ການເປີດກ້ວາງທາງການເມືອງຂອງມຽນມາ ໄດ້ດຶງດູດເອົາຄວາມສົນໃຈຢ່າງໃຫຍ່ຫລວງ
ຈາກພວກນັກລົງທຶນຕ່າງປະເທດ. ນາງ Ma Moe Wai ຈາກໂຮງງານຫຍິບເກີບ Tai Yi
ທີ່ນຳພາການປະທ້ວງ ກ່າວວ່າ ພວກຕົນຍັງຍິນດີຕ້ອນຮັບ ບັນດານັກລົງທຶຶນຕ່າງປະເທດ
ຢູ່ ຕາບໃດທີ່ເຂົາເຈົ້າໃຫ້ ຄ່າຊົດເຊີຍແລະສິດທິທີ່ຍຸດຕິທຳ.
ນາງ Ma Moe ເວົ້າວ່າ “ຢູ່ໃນປະເທດຂອງພວກຂ້ອຍ ພວກກຳມະກອນໂຮງຈັກ
ໂຮງງານແມ່ນໄດ້ຮັບຄ່າຈ້າງໜ້ອຍຫລາຍ ແລະພວກເຮົາກໍບໍ່ມີໂອກາດຫລາຍ
ປານໃດ ໃນການທີ່ຈະຫາວຽກໃໝ່ທີ່ດີກ່ວານີ້. ພວກໂຮງງານສ່ວນໃຫຍ່ແມ່ນ
ຈ່າຍຄ່າຈ້າງໃນອັດຕາດຽວກັນ ເພາະວ່າ ລັດຖະບານຍັງບໍ່ທັນໄດ້ຕັ້ງ ອັດຕາ
ຄ່າຈ້າງຕ່ຳສຸດເທື່ອ.”
ສະພາແຫ່ງຊາດຂອງມຽນມາ ໄດ້ຮັບຜ່ານກົດໝາຍໃຫ້ຈັດຕັ້ງອັດຕາຄ່າແຮງງານຕ່ຳສຸດ
ເມື່ອສອງປີກ່ອນ. ແຕ່ວ່າ ກະຊວງແຮງງານໄດ້ເຄື່ອນໄຫວຢ່າງຊ້າໆ ໄປສູ່ການຕົກລົງກັນ
ກ່ຽວກັບອັດຕາຄ່າຈ້າງຕ່ຳນັ້ນ ໂດຍກ່າວວ່າ ຕົນຍັງຕ້ອງການເວລາທຳການຄົ້ນຄ້ວາຕື່ມ
ອີກ ຊຶ່ງກໍໝາຍຄວາມວ່າ ໃນລະຫວ່າງນີ້ ກໍຈະມີການຂັດແຍ້ງກັນລະຫວ່າງພວກເຈົ້າຂອງ
ໂຮງງານ ກັບພວກຄົນງານ ຕື່ມຂຶ້ນເລື້ອຍໆນັ້ນເອງ.
Myanmar Warns Factory Workers to End Strikes
[[Outside Myanmar's main city Yangon, thousands of workers walked off their jobs earlier this month demanding a doubling of their wages, pay raises after a year and input from labor unions on industrial regulations. Since Friday, the standoff has grown more tense as police moved in to disrupt the sit-ins, resulting in clashes that injured people from both sides. The government is now threatening a further crackdown. VOA Correspondent Steve Herman visited industrial zones outside Yangon which have become a focus of Myanmar's fledgling workers rights movement. ]]
((NARRATOR ))
Myanmar's labor ministry is warning thousands of striking factory workers that unless they return to work authorities will take action against them.
((Natsound up))
((NARRATOR))
((mandatory cg: MRTV))
In an announcement broadcast on state television, the ministry called the industrial actions violent and said they are hurting profits, damaging the country's image and could chase away foreign investors.
((end courtesy))
Eighteen-year-old Moh Moh Lwin is a striking worker from the E-Land Myanmar garment factory. The 15 to 20 dollars a month she sends home support her parents and three younger sisters.
((MOH MOH LWIN, STRIKING WORKER (woman in Burmese) ))
"The government is not on our side at all. They only protect the factory owners. No one is on our side except for ordinary people. Even the local authorities side with the factories. We heard that the factories bribed the local police to attack us."
((STEVE HERMAN, VOA NEWS (standup version) ))
((NARRATOR (non-standup version) ))
"After the violence and arrests many of the striking workers camped out here now are angry, scared and suspicious. Many do not want to talk to reporters believing they are spies of the Myanmar government."
((Natsot up))
((NARRATOR))
In these ramshackle industrial zones, factories generally employ teenaged women who earn less than $1.50 per day during their regular shift. They are striking for additional pay of about $30 per month.
The gates of the E-Land factory reopened Sunday, but managers said the company would only consider the salary demands if the workers returned.
However, security guards said none of the workers showed up. No company officials were available to talk.
In the nearby Hlaing Thar Yar industrial zone, a similar standoff has eased.
Workers of the Tai Yi footwear factory agreed to accept a new monthly base pay of about $50, up from just under $40. They began returning on Tuesday.
Myanmar's political opening has drawn strong interest from foreign investors. Ma Moe Wai, a Tai Yi factory worker leading the strike, says they remain welcome, as long as they provide fair compensation and rights.
((MA MOE WAI, FACTORY WORKER ( woman in Burmese) ))
"In our country factory workers earn very little and we don't have many opportunities to find better jobs. Most factories pay the same because the minimum wage has not yet been set by the government."
((NARRATOR))
Myanmar's parliament did approve a minimum wage law two years ago.
But the Labor Ministry has been pedaling quite slowly towards reaching a rate. It says it still needs to conduct more research, which in the meantime means more friction between factory owners and laborers.