ກຸ່ມປົກປ້ອງສິດທິມະນຸດສາກົນກຸ່ມໜຶ່ງ ຮຽກຮ້ອງໃຫ້ມຽນມາ
ຍຸດຕິການກໍ່ສ້າງ ຢູ່ບໍລິເວນເໝຶືອງທອງແດງແຫ່ງໜຶ່ງ ແລະ
ໃຫ້ຍົກຍ້າຍໂຮງງານຜະລິດສານ sulphuric acid ທີ່ຢູ່ຕິດ
ກັນນັ້ນ ທ່າມກາງຄວາມເປັນຫ່ວງ ທາງດ້ານສະພາບແວດລ້ອມ
ແລະ ສິດທິມະນຸດ. ສະຖານທີ່ການກໍ່ສ້າງດັ່ງກ່າວ ເປັນການ
ລົງທຶນຂອງບໍລິສັດການາດາ ໃນເບື້ອງຕົ້ນ ແລະເມື່ອບໍ່ດົນມານີ້
ເປັນຂອງບໍລິສັດຈີນ. ຜູ້ສື່ຂ່າວວີໂອເອ Steve Herman ມີລາຍ
ງານມາຈາກບາງກອກ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບເລື້ອງນີ້:
ການກ່າວຫາເລື້ອງການລະເມີດສິດທິມະນຸດ ແລະການກໍ່ອາຊະຍາກຳໂດຍບໍລິສັດ ຢູ່ທີ່
ເໝືອງທອງແດງແຫ່ງໜຶ່ງ ທີ່ຊາວຕ່າງຊາດເປັນເຈົ້າຂອງ ໃນພາກກາງຂອງມຽນມານັ້ນ
ແມ່ນເປັນຕົວຢ່າງຂອງອັນຕະລາຍ ທາງສິນທຳແລະອື່ນໆ ສຳຫລັບບັນດານັກລົງທຶນ ຢູ່
ໃນປະເທດ ທີ່ຫຼາຍປີຜ່ານມາ ໄດ້ທຳການຫັນປ່ຽນຢ່າງຍາກລຳບາກ ຈາກການປົກຄອງ
ໂດຍທະຫານ ໄປສູ່ປະຊາທິປະໄຕເປັນບາງສ່ວນ.
ເມື່ອວັນອັງຄານອາທິດແລ້ວນີ້ ກຸ່ມປົກປ້ອງສິດທິມະນຸດ ອົງການນິລະໂທດກຳສາກົນ ຫຼື
Amnesty International ໄດ້ເປີດເຜີຍລາຍງານສະບັບໜຶ່ງ ຢູ່ກອງປະຊຸມຖະແຫລງ
ຂ່າວ ທີ່ບາງກອກ ກ່ຽວກັບໂຄງການເໝືອງທອງແດງ Monywa.
ທ່ານ Richchard Bennet ຜູ້ອຳນວຍການອົງການນິລະໂທດກຳສາກົນ ເຂດເອເຊຍ
ປາຊີຟິກ ເວົ້າວ່າ “ໂຄງການນີ້ ແມ່ນໄດ້ມີການ ລະເມີດສິດທິຢ່າງຮ້າຍແຮງຕ່າງໆ
ນາໆ ມາຫຼາຍທົດສະວັດແລ້ວ.”
ທ່ານນາງ Meghna Abraham ຈາກອົງການນິລະໂທດກຳສາກົນ ກ່າວວ່າ ການລະເມີດ ຕ່າງໆ ລວມມີທັງການຂັບໄລ່ພົນລະເມືອງ ຫຼາຍພັນຄົນ ອອກຈາກພື້ນທີ່ດ້ວຍກຳລັງ ການ
ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ການປາມປາບຢ່າງຮຸນແຮງ ຕໍ່ການປະທ້ວງຂອງ ພວກຊາວບ້ານ ທີ່ຖືກປ່ອຍໃຫ້ຂາດແຄນ ຍ້ອນໂຄງການນັ້ນ.
ທ່ານນາງ Abraham ເວົ້າວ່າ “ໂຄງການ Monywa ໄດ້ຖືກມອງ ເຫັນຫຼາຍຂຶ້ນ
ເລື້ອຍໆ ວ່າ ເປັນກໍລະນີທົດສອບ ທີ່ສະແດງໃຫ້ເຫັນວ່າ ລັດຖະບານມຽນມາເອົາ
ຈິງເອົາຈັງ ຫລາຍສ່ຳໃດ ກ່ຽວກັບການປະຕິຮູບຂອງຕົນນັ້ນ. ແລະສິ່ງທີ່ພວກເຮົາ
ພົບເຫັນ ກໍແມ່ນວ່າ ລັດຖະບານ ບໍ່ໄດ້ຕິດຕາມເບິ່ງພວກບໍລິສັດລົງທຶນເລີຍ ແລະ
ບໍ່ໄດ້ນຳເອົາພວກທີ່ເຮັດຜິດມາລົງໂທດເລີຍ. ດັ່ງນັ້ນ ການລະເມີດສິດທິມະນຸດ
ຕ່າງໆ ທີ່ໄດ້ມີມາຕັ້ງແຕ່ຕົ້ນ ໃນໂຄງ ການນີ້ ກໍຍັງມີຢູ່ຕໍ່ມາ.”
ຍັງມີການເບິ່ງເຫັນໂຄງການດັ່ງກ່າວນີ້ອີກວ່າ ເປັນຕົວຢ່າງອັນສຳຄັນ ຂອງການມີເສັ້ນ
ສາຍເຄືອຂ່າຍ ໃນລະຫວ່າງກຸ່ມບໍລິສັດ ທີ່ທະຫານເປັນເຈົ້າຂອງ ກໍຄືບັນດານັກທຸລະກິດ
ລະດັບແນວໜ້າກຸ່ມນ້ອຍໆກຸ່ມນຶ່ງ ກັບ ນັກລົງທຶນຊາວຕ່າງຊາດ ໂດຍສະເພາະນັກລົງທຶນ
ຊາວຈີນ ທີ່ມີຄວາມກະຕືລືລົ້ນ ຢາກເຂົ້າເຖິງຊັບພະຍາກອນທຳມະຊາດຕ່າງໆ ທີ່ອຸດົມ
ສົມບູນຂອງມຽນມາ ເຊັ່ນ ນ້ຳມັນ ແຮ່ທາດ ແລະ ແກ້ວນິນທີ່ມີຄ່າຕ່າງໆ.
ທ່ານນາງ Abraham ເວົ້າວ່າ “ພວກເຮົາກຳລັງເຫັນ ການປ່ຽງແປງ ບາງຢ່າງທີ່ໃຫ້
ກຳລັງໃຈຢູ່ໃນຈີນ ຊຶ່ງລວມທັງການລິເລີ້ມຕ່າງໆ ເພື່ອຫາທາງຈັດຕັ້ງມາດຕະຖານ
ທີ່ອາດຈະເປັນໄປໄດ້ ໃນດ້ານການຂຸດຄົ້ນບໍ່ແຮ່ ແລະອື່ນໆ. ອັນທີ່ພວກເຮົາຕ້ອງ
ການໃນເວລານີ້ ກໍແມ່ນໃຫ້ລັດຖະບານຈີນ ຍົກລະດັບຂຶ້ນໄປອີກບາດກ້າວໜຶ່ງ
ແລະ ໃຫ້ສົ່ງ ສັນຍານອັນຈະແຈ້ງ ໃຫ້ພວກບໍລິສັດຂອງຕົນຮູ້ວ່າ ຕົນຈະວາງລະ
ບຽບຄວບຄຸມ ການດຳເນີນງານຂອງພວກເຂົາເຈົ້າ ໃນຕ່າງປະເທດ.”
ພວກນັກເຄື່ອນໄຫວຮຽກຮ້ອງໃຫ້ ບັນດາບໍລິສັດຕ່າງປະເທດທຳການ ຄົ້ນຄວ້າໃຫ້ດີເສຍ
ກ່ອນ ກ່ອນທີ່ຈະລົງທຶນໃນມຽນມາ ເພື່ອຮັບປະກັນວ່າ ພົນລະເມືອງແລະສິ່ງແວດລ້ອມ
ໄດ້ຮັບການປົກປ້ອງຢ່າງພຽງພໍ. ແລະພວກເຂົາເຈົ້າຕ້ອງໃຫ້ລັດຖະບານມຽນມາ ອອກ
ກົດໝາຍທີ່ໜັກແໜ້ນເຄັ່ງຄັດຂຶ້ນຕື່ມ ຕາມແນວທາງເຫຼົ່ານັ້ນ.