ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງໃນມຽນມາ, ຄວາມເຄັ່ງຕຶງໃນທະເລຈີນໃຕ້ ຂະນະທີ່ ລາວ ເຂົ້າຮັບຕຳແໜ່ງເປັນປະທານວຽນ ຂອງອາຊຽນ


ແຟ້ມພາບ - ພວກກຳປັ່ນຍາມຝັ່ງຂອງຈີນ ກີດຂວາງກຳປັ່ນຍາມຝັ່ງ BRP Cabra ຂອງຟີລິບປິນ ຂນະທີ່ພະຍາຍາມແລ່ນມຸ້ງໜ້າໄປຍັງເກາະຫາດຊາຍ Second Thomas Shoal, ທີ່ຮູ້ຈັກກັນໃນທ້ອງຖິນຄື Ayungin Shoal, ໃນບັນຫາຂັດແຍ້ງຢູ່ທະເລຈີນໃນລະຫວ່າງພາລະກິດການໝຸນວຽນ ແລະການລຳລຽງສະບຽງ ເມື່ອວັນທີ 22 ສິງຫາ 2023.
ແຟ້ມພາບ - ພວກກຳປັ່ນຍາມຝັ່ງຂອງຈີນ ກີດຂວາງກຳປັ່ນຍາມຝັ່ງ BRP Cabra ຂອງຟີລິບປິນ ຂນະທີ່ພະຍາຍາມແລ່ນມຸ້ງໜ້າໄປຍັງເກາະຫາດຊາຍ Second Thomas Shoal, ທີ່ຮູ້ຈັກກັນໃນທ້ອງຖິນຄື Ayungin Shoal, ໃນບັນຫາຂັດແຍ້ງຢູ່ທະເລຈີນໃນລະຫວ່າງພາລະກິດການໝຸນວຽນ ແລະການລຳລຽງສະບຽງ ເມື່ອວັນທີ 22 ສິງຫາ 2023.

ຄວາມເຄັ່ງຕຶງທີ່ກຳລັງຮ້ອນຂຶ້ນຢູ່ທະເລຈີນໃຕ້ລະຫວ່າງຈີນກັບ​ຫຼາຍປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ບັດນີ້ ຈະກະຕຸ້ນໃຫ້ເກີດການປະເຊີນໜ້າກັນໂດຍກົງເປັນປະຈຳ. ການສູ້ລົບກັນຢູ່ມຽນມາ ໃນການຕໍ່ລັດຖະບານໂດຍ​ພວກທະຫານທີ່ໄດ້ຢຶດອຳນາດເມື່ອສາມປີກ່ອນ ຮຸນແຮງຂຶ້ນເຖິງຈຸດທີ່ຄົນສ່ວນໃຫຍ່ກ່າວວ່າ ປະເທດນີ້ ​ປັດ​ຈຸ​ບັນ ແມ່ນຢູ່ໃນພາວະສົງຄາມກາງເມືອງ ອີງຕາມອົງ ການຂ່າວເອພີ.

ຄວາມຫວັງຕ່າງໆແມ່ນສູງ ທີ່ວ່າ ອິນໂດເນເຊຍອາດສາມາດທຳຄວາມກ້າວໜ້າໃນທັງສອງບັນຫາດັ່ງກ່າວໄດ້ ໃນລະຫວ່າງການເປັນປະທານວຽນ ຂອງສະມາຄົມບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ເມື່ອປີ 2023 ໂດຍນຳໃຊ້ຖານະການເປັນປະເທດທີ່ໃຫຍ່ສຸດໃນກຸ່ມດັ່ງກ່າວຂອງຕົນນັ້ນ ຫາກແຕ່ໄດ້ທຳຄວາມກ້າວໜ້າພຽງເລັກນ້ອຍ. ປັດນຸບັນນີ້ ເປັນຜຽນຂອງລາວ ຊຶ່ງເປັນປະເທດທີ່ທຸກຍາກທີ່ສຸດຂອງກຸ່ມ ແລະເປັນປະເທດນຶ່ງທີ່ນ້ອຍທີ່ສຸດໃນບັນດາປະເທດທັງຫຼາຍ ກໍໄດ້ເຂົ້າມາຮັບຕຳແໜ່ງເປັນປະທານວຽນອີກ​ຮອບ​ນຶ່ງ.

ໃນຂະນະທີ່ບັນດາລັດຖະມົນຕີການຕ່າງປະເທດມາເຕົ້າໂຮມກັນ ຢູ່ທີ່ຫຼວງພະບາງ ສຳລັບກອງປະຊຸມເຈົ້າ​ໜ້າ​ທີ່ລະດັບສູງຄັ້ງທຳອິດຂອງປີນີ້ ໃນ​ລະ​ຫວ່າງທ້າຍອາທິດນີ້ ຊຶ່ງຫຼາຍໆຄົນແມ່ນມີຄວາມຮູ້ສຶກໃນແງ່ບໍ່ຄ່ອຍດີປານໃດ ທີ່ວ່າ ອາຊຽນຈະສາມາດຮັກສາຄວາມທ້າທາຍທີ່ໃຫຍ່ສຸດທັງຫຼາຍ ບໍ່ໃຫ້ເກີດເລື້ອງແລະຂະຫຍາຍອອກ ໄດ້ຫຼືບໍ່.

“ມີຄວາມຄາດໝາຍຫຼວງຫຼາຍ ເມື່ອອິນໂດເນເຊຍ ໄດ້ເລີ້ມການເປັນປະທານຂອງຕົນ ແລະຄວາມຄາດໝາຍເຫຼົ່ານັ້ນ ກໍລົ້ມແຫຼວ” ທ່ານຊາຟາຍ ມູຮີບັດ (Shafiah Muhibat) ນັກຊ່ຽວຊານຢູ່ທີ່ສູນກາງຍຸດທະສາດແລະການສຶກສາ ລະຫວ່າງປະເທດໃນອິນໂດເນເຊຍ ໄດ້ກ່າວ.

ທ່ານກ່າວອີກວ່າ “ດັ່ງນັ້ນ ເມື່ອອິນໂດເນເຊຍເປັນແລ້ວ ກໍເຄື່ອນໄປຫາລາວ, ຂ້າພະເຈົ້າຄຶດວ່າ ຄວາມຄາດໝາຍທັງຫຼາຍແມ່ນວ່າ ຕ່ຳລົງໃນແງ່ຂອງສິ່ງທີ່ລາວສາມາດເຮັດໄດ້ຢ່າງແທ້ຈິງ.”

Simmering tensions in the South China Sea between China and several Southeast Asian nations now regularly spark direct confrontation. Fighting in Myanmar against the military government that seized power three years ago has grown to the point that most say the country is now in a civil war.

Hopes were high that Indonesia might be able to make significant inroads on both issues during its 2023 chairmanship of the Association of Southeast Asian Nations, using its clout as the bloc's largest country, but little progress was made. Now Laos, the bloc's poorest and one of its smallest countries, has taken over the rotating chair.

As foreign ministers gather in Luang Prabang for this year's first top-level meetings over the weekend, many are pessimistic that ASEAN can keep its biggest challenges from festering and growing.

"There were so many expectations when Indonesia started its presidency and some of those expectations fell short," said Shafiah Muhibat, an expert with the Centre for Strategic and International Studies in Indonesia.

"So with Indonesia moving on to Laos, I think the expectations are quite low in terms of what Laos can actually do."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG