ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ຫັນ​ເຂົ້າ​ໃກ້ ປັກ​ກິ່ງ ເພື່ອ​ຄວາມ​ປອດ​ໄພ


ຜູ້​ນຳ ມຽນ​ມາ, ທ່ານ​ນາງ ອອງ ຊານ ຊູ ຈີ, ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ້, ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ. 7 ທັນ​ວາ, 2019. (AP Photo/Aung Shine Oo)
ຜູ້​ນຳ ມຽນ​ມາ, ທ່ານ​ນາງ ອອງ ຊານ ຊູ ຈີ, ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ້, ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ. 7 ທັນ​ວາ, 2019. (AP Photo/Aung Shine Oo)

ມຽນ​ມາ ໄດ້​ສ້າງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ກາງ ນັບ​ຕັ້ງ​ແຕ່​ຊຸມ​ປີ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ເຂົາ​ເຈົ້າ ເພື່ອຫຼີກ​ລ່ຽງ​ການ​ອຽງ​ເຂົ້າ​ຫາ​ມະ​ຫາ​ອຳ​ນາດ​ຕ່າງ​ປະ​ເທດຫຼາຍ​ໂພດ, ແຕ່​ວິ​ກິ​ການ​ດ້ານ​ການ​ເມືອງ​ທີ່​ກຳ​ລັງ​ວົນ​ວຽນ​ຢູ່​ໃນ​ປະ​ເທດ​ນັ້ນ ແມ່ນ​ກຳ​ລັງ​ຜັກ​ດັນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຫາ ຈີນ ດັ່ງ​ກັບ​ສິ່ງ​ກັນ​ກະ​ແທກ​ຕໍ່​ການ​ທຳ​ຮ້າຍ​ຂອງ​ສາ​ກົນ.

ບັນ​ດາ​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ​ເວົ້າ​ວ່າ ປະ​ເທດ​ທີ່​ທຸກ​ຍາກ ແຕ່​ກຳ​ລັງ​ພັດ​ທະ​ນາ​ຍ່າງວ່ອງ​ໄວ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ກວາດ​ລ້າງ​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ ຢູ່​ໃກ້​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ບັງ​ກ​ລາ​ແດັ​ສ. ຜູ້​ນຳ​ຂອງ​ ມຽນ​ມາ ທ່ານ​ນາງ ອອງ ຊານ ຊູ ຈີ ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວຫຼາຍ​ວັນ​ກ່ອນ​ໄປ​ຂຶ້ນ​ສານ​ອາ​ຍາ​ສາ​ກົນ​ໃນ​ວັນ​ທີ 11 ທັນ​ວາ​ທີ່​ຜ່ານ​ມາ.

ມຽນ​ມາ ໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ຂ້າ​ລ້າງ​ເຜົ່າ​ພັນ ຕໍ່​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ມຸ​ສ​ລິມ ໂຣ​ຮິງ​ຢາ ໃນ​ລັດ ຣາ​ໄຄ​ນ໌.

ຈີນ ໄດ້​ໃຫ້​ການ​ໜູນຫຼັງ ມຽນ​ມາ ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ເວ​ລາ​ທີ່​ປະ​ເທດ​ຖືກ​ປົກ​ຄອງ​ໂດຍ​ລັດ​ຖະ​ບານ​ທະ​ຫານກ່ອນ​ປີ 2011. ຈີນ ແມ່ນ​ກຳ​ລັງ​ໄດ້​ຮັບ​ການ​ວິ​ພາກວິ​ຈານ​ຈາກ​ສາ​ກົນ ກ່ຽວ​ກັບ ການ​ກົດ​ຂີ່​ປະ​ຊາ​ຊົນ​ຊາວ ວີ​ເກີ ຜູ້​ທີ່​ຄັດ​ຄ້ານ​ການ​ອາ​ໄສ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ ປັກ​ກິ່ງ ນັ້ນ.

ທ່ານ ທິ​ຕິ​ນັນ ພົງ​ສຸດ​ທິ​ຣັກ, ອາ​ຈານ​ສອນ​ລັດ​ຖະ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຸ​ລາ​ລົງ​ກອນ ໃນ​ປະ​ເທດ ໄທ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ວ່າ​ເປັນ​ຫຍັງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ມຽນ​ມາ ຈຶ່ງ​ຢາກ​ພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ຈີນ, ເພາະ​ວ່າ ມຽນ​ມາ ແມ່ນ​ກຳ​ລັງ​ໂດ​ດ​ດ່ຽວ ແລະ ຖືກ​ປະ​ຖິ້ມ​ຈາກ​ປະ​ຊາ​ຄົມ​ສາ​ກົນ ກ່ຽວ​ກັບ​ບັນ​ຫາ ໂຣ​ຮິງ​ຢາ ໃນ​ລັດ ຣາ​ໄຄ​ນ໌. ທ່ານ​ເວົ້າ​ວ່າ “ບັນ​ຫາ ໂຣ​ຮິງ​ຢາ ນີ້ ຕອນນີ້​ແມ່ນ​ສາ​ເຫດ​ດຽວ​ຂອງ​ການ​ຂາດ​ຄວາມ​ເຊື່ອ​ຖື​ຂອງ ມຽນ​ມາ ໃນ​ສາ​ກົນ.

ການເປັ​ນ​ໜີ້​ບຸນ​ຄຸນ ຈີນ ຫຼາຍ​ຂຶ້ນ​ຂອງ ມຽນ​ມາ ຈະ​ເປັນ​ການ​ແຈ້ງເຕືອນ​ຕໍ່ ອິນ​ເດຍ ແລະ ກຸ່ມ​ຂອງ​ບັນ​ດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີຄວາມ​ຫ​ວັງ​ຢາກຍັບ​ຢັ້ງ​ອິດ​ທິ​ພົນ ​ຈີນ ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ກວ້າງ​ຂວາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG