ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ມຽນມາ ລົງ​ນາມ​ ໃນ​ຂໍ້​ຕົກລົງຢຸດຍິງ ກັບກະບົດ 8 ກຸ່ມ


Myanmar Peace Deal
please wait
Embed

No media source currently available

0:00 0:01:00 0:00

ລັດຖະບານ​ມຽນມາ ​ແລະຊົນ​ກຸ່ມ​ນ້ອຍ​ທີ່​ຕິດ​ອາວຸດ 8 ກຸ່ມ
​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດຍິງ ຊຶ່ງ​ໄດ້ຮັບການຊົມເຊີຍວ່າເປັນ​
ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ ​ເຖິງ​ແມ່ນ​ວ່າ ກຸ່ມ​ກະບົດອື່ນໆ
ຍັງບໍ່​ຍອມ​ລົງ​ນາມໃນ​ຂໍ້​ຕົກລົງ​ຢຸດຍິງກໍຕາມ.

ທ່ານ Thein Sein ປະທານາທິບໍດີ​ນິຍົມການປະຕິຮູບຂອງ
ມຽນມາ ​ໄດ້​ເຂົ້າ​ຮ່ວມໃນ​ພິທີ ລົງນາມດັ່ງກ່າວ ຊຶ່ງ​ໄດ້ມີການ
​ຖ່າຍ​ທອດ​ທາງ​ໂທລະພາບ ​ໃນ​ແລ​ງວັນ​ພະຫັດ​ມື້​ນີ້ ທີ່​ນະຄອນ
ຫຼວງ​ Naypyidaw ພ້ອມກັບ​ບັນດາ​ຜູ້ນຳ​ຂອງ​ກຸ່ມ​ກະບົດ
​ແລະ ບັນດາ​ນັກ​ການ​ທູດ​ຕ່າງປະ​ເທດ ຈາກ​ຫຼາຍໆ​ປະ​ເທດ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

ທ່ານ Thein Sein ​ໄດ້ກ່າວວ່າ “ຂໍ້​ຕົກລົງ​ການ​ຢຸດ​ຍິງ​ແຫ່ງ​ຊາດ ​ແມ່ນ​ເປັນ​ຂອງ​ຂວັນຄັ້ງ​ປະຫວັດສາດ ຈາກ​ພວກ​ເຮົາ ໃຫ້ແກ່ພວກຮຸ້ນຄົນໃນ​ອະນາ​ຄົດ, ​ເຖິງ​
ແມ່ນ​ວ່າ ຂໍ້​ຕົກລົງ​ດັ່ງ ກ່າວ​ນີ້ ຍັງ​ບໍ່​ແມ່ນ​ຂໍ້ຕົກລົງ​ທົ່ວ​ປະ​ເທດ​ກໍ​ຕາມ ແຕ່ພວກ​ເຮົາ​
ຈະ​ພະຍາຍາມ​ໃຫ້​ຫຼາຍ​ກວ່າ​ເກົ່າ ເພື່ອໃຫ້ບັນລຸ​ການ​ຕົກລົງ​ກັບ​ກຸ່ມກະບົດ​ອື່ນໆ.”

ທະຫານຖືອາວຸດ ຂອງກອງທັບສະຫະລັດ Wa ຂື່ລົດຢູ່ໃນທ້ອງຖະໜົນ Namteuk, ມຽນມາ ລັດ Wa, 3 ກັນຍາ, 2009.
ທະຫານຖືອາວຸດ ຂອງກອງທັບສະຫະລັດ Wa ຂື່ລົດຢູ່ໃນທ້ອງຖະໜົນ Namteuk, ມຽນມາ ລັດ Wa, 3 ກັນຍາ, 2009.

ປະທານາທິບໍດີຫວັງວ່າ ຈະ​ໄດ້​ມີການບັນລຸຂໍ້ຕົກລົງຢຸດຍິງໃນທົ່ວປະເທດກັບ​ທຸກ​ກຸ່ມ​ກະບົດ ​ຂອງມຽນມາ ແຕ່ຄວາມ​ຫວັງ​ດັ່ງກ່າວໄດ້ຈາງຫາຍໄປໃນທ້າຍເດືອນແລ້ວນີ້ ເວລາພວກກະບົດ 10​ ກຸ່ມ ໄດ້​ປະກາດ​ວ່າ ພວກ​ຕົນ​ຈະ​ບໍ່​ລົງ​ນາມ​ດ້ວຍ.

ຮ່ວມ​ຢູ່​ໃນບັນດາ​ກຸ່ມ ​ທີ່​ບໍ່ໄດ້ເຂົ້າຮ່ວມການລົງ​ນາມ​ໃນ​ວັນ​ພະຫັດ​ມື້​ນີ້ ແມ່ນປະກອບດ້ວຍ
ກອງທັບສະຫະລັດ Wa ຊຶ່ງ​ເປັນ​ກຸ່ມ​ກະບົດ​ທີ່​ເຂັ້ມ​ແຂງ​ສຸດກຸ່ມນຶ່ງໃນມຽນມາ ​ແລະ​ອົງການ ເອກກະລາດ Kachin ທີ່​ຄວມຄຸ​ມ​ບໍລິເວນສ່ວນ​ໃຫຍ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ນາຍພົນ Mutu Say Poe,ທີ່ສອງຈາກຂວາ, ປະທານຂອງກຸ່ມສະຫະພັນແຫ່ງຊາດກະລ່ຽງ (KNU), ຮັບດອກໄມ້ຈາກແມ່ຍິງ ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມ ໃນ Laiza, ມຽນມາ, 30 ຕຸລາ, 2013.
ນາຍພົນ Mutu Say Poe,ທີ່ສອງຈາກຂວາ, ປະທານຂອງກຸ່ມສະຫະພັນແຫ່ງຊາດກະລ່ຽງ (KNU), ຮັບດອກໄມ້ຈາກແມ່ຍິງ ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມ ໃນ Laiza, ມຽນມາ, 30 ຕຸລາ, 2013.

ກະຊວງ ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ສະແດງຄວາມຍິນ​ດີ​ຕໍ່​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວນີ້​ວ່າ “ແມ່ນບາດກ້າວທີ່​ສຳຄັນ​ຂັ້ນທຳອິດ” ຂອງ​ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ທີ່​ຍາວ​ໄກ ​ເພື່ອ​ໄປສູ່ການມີສັນຕິພາບທີ່ຍືນຍົງ, ​ແຕ່ໄດ້ກ່າວໃນ​ຖະແຫຼງການ​ວ່າ​ ຍັງ​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍຢູ່ ​ເພາະຍັງມີ “ການ​ສືບຕໍ່ບຸກໂຈມຕີທາງ​ທະຫານ​ໃນ​ເຂດ Kachin ​ແລະ​ລັດ​ສານ ​ແລະ​ການຊ່ວຍເຫລືອທາງ​ດ້ານ​ມະນຸດສະທຳຍັງບໍ່ໄປເຖິງ​” ປະຊາຊົນຫຼາຍ​ກວ່າ 100 ພັນ​ຄົນ ທີ່​ໄດ້​ພັດ​ພາກ​ຈາກ​ເຮືອນຊານບ້ານຊ່ອງ​ຂອງຕົນ​ໄປ ໃນເຂດດັ່ງກ່າວ.

XS
SM
MD
LG