ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບ່ອນນັ່ງຂອງມຽນມາ ຫວ່າງເປົ່າ ຂະນະທີ່ ຮອງປະທານາທິບໍດີ ແຮຣິສ ກ່າວຕໍ່ ບັນດາຜູ້ນຳຂອງອາຊຽນ


ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 11th ຂອງ ອາຊຽນ-ສະຫະລັດ ໃນລະຫວ່າງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 6 ກັນຍາ 2023. (Yasuyoshi Chiba/Pool via Reuters)
ຮອງປະທານາທິບໍດີ ສະຫະລັດ ຄາມາລາ ແຮຣິສ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 11th ຂອງ ອາຊຽນ-ສະຫະລັດ ໃນລະຫວ່າງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 6 ກັນຍາ 2023. (Yasuyoshi Chiba/Pool via Reuters)

ຕັ່ງນັ່ງທີ່ມີທຸງຊາດຂອງມຽນມາ ໄດ້ຫວ່າງເປົ່າ ຂະນະທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ກ່າວຖະແຫລງ ຕໍ່ບັນດາຜູ້ນຳຂອງປະເທດເຂດເອເຊຍຕາ ເວັນອອກສຽງໃຕ້ ໃນລະຫວ່າງກອງປະຊຸມສຸດຍອດ ສະຫະລັດກັບ​ສະ​ມາ​ຄົມ
ອາຊຽນ ຢູ່ໃນນະຄອນຫຼວງ ຈາກາຕາ ທີ່ໄດ້ຈັດຂຶ້ນໂດຍອິນໂດເນເຊຍ ຊຶ່ງກຳລັງຈະພົ້ນຈາກການເປັນປະທານ.

ທ່ານນາງແຮຣິສ ໄດ້ກ່າວຢູ່ໃນພິທີເປີດກອງປະຊຸມສຸດຍອດ ໃນວັນພຸດວານນີ້ ວ່າ “ສະຫະລັດ ຈະສືບຕໍ່ກົດດັນລະບອບການປົກຄອງນັ້ນ ໃຫ້ຍຸຕິຄວາມຮຸນແຮງທີ່ໂຫດຮ້າຍ ໃຫ້ປ່ອຍໝົດທຸກຄົນທີ່ຖືກຄຸມຂັງຢ່າງບໍ່ເປັນທຳ ແລະໃຫ້ຟື້ນຟູແນວທາງໄປສູ່ປະຊາທິປະໃຕ້ແບບຮ່ວມກັນຂອງມຽນມາ.”

“ແລະພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜຸນ ຄວາມເປັນເອກະພາບໃນຫ້າຈຸດຂອງອາຊຽນ” ທ່ານນາງກ່າວຕື່ມ ໂດຍອ້າງເຖິງຂໍ້ຮຽກຮ້ອງໃນປີ 2021 ຂອງກຸ່ມນີ້ ກ່ຽວກັບວິກິດການດັ່ງກ່າວ ທີ່ໄດ້ເກີດຂຶ້ນຍ້ອນການກໍ່ລັດຖະປະຫານຂອງທະຫານ ໃນເດືອນກຸມພາ 2021 ຊຶ່ງລວມທັງ ການຢຸດເຊົາຄວາມຮຸນແຮງໃນທັນທີ ແລະໃຫ້ມີການເຈລະຈາຢ່າງສ້າງສັນຊຶ່ງອຳນວຍຄວາມສະດວກໂດຍອາຊຽນ.

ເມື່ອປີກາຍນີ້ ອາຊຽນ ໄດ້ຕົກລົງທີ່ຈະຫ້າມພວກນາຍພົນທີ່ປົກຄອງມຽນມາ ບໍ່ໃຫ້ເຂົ້າກອງປະຊຸມຕ່າງໆ ຈົນກວ່າວ່າ ພວກເຂົາເຈົ້າທຳຄວາມກ້າວໜ້າເພື່ອແກ້ໄຂວິກິດການນັ້ນ. ຕັ່ງນັ່ງຂອງມຽນມາທີ່ຫວ່າງເປົ່ານັ້ນ ໄດ້ຖືກຈັດໄວ້ໃຫ້ເປັນສັນ ຍາລັກເພື່ອຮຽກຮ້ອງໃຫ້ປະເທດນັ້ນ ກັບຄືນສູ່ປະຊາທິປະໄຕ.

A chair with Myanmar’s flag was left empty as Vice President Kamala Harris spoke with Southeast Asian leaders during the U.S.-ASEAN, or Association of Southeast Asian Nations, summit in Jakarta hosted by outgoing chair Indonesia.

“The United States will continue to press the regime to end the horrific violence to release all those unjustly detained and to reestablish Myanmar's path to inclusive democracy,” Harris said at the opening of the summit Wednesday.

Myanmar’s Seat Empty as Harris Speaks to ASEAN Leaders
please wait

No media source currently available

0:00 0:02:09 0:00

“And we will continue to support ASEAN’s five-point consensus,” she added, referring to the group’s 2021 demands on the crisis triggered by the February 2021 military coup, which include immediate cessation of violence and constructive dialogue facilitated by ASEAN.

Last year, ASEAN agreed to bar Myanmar’s ruling generals from meetings until they make progress to address the crisis. An empty Myanmar chair has been held as a symbol to urge the country to return to democracy.

XS
SM
MD
LG