ເຈົ້າໜ້າທີ່ປົກປ້ອງສິດທິມະນຸດຂັ້ນສູງຂອງສະຫະປະຊາຊາດທ່ານນຶ່ງ ກໍາລັງ
ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສ້າງຄວາມກົດດັນຕໍ່ລັດຖະບານມຽນມາ
ເພື່ອຢັບຢັ້ງການກະທໍາທີ່ໂຫດຮ້າຍປ່າເຖື່ອນຕໍ່ຊາວມຸສລິມໂຣຮິງຢາ ແລະ
ອໍານວຍຄວາມສະດວກແກ່ເຂົາເຈົ້າໃຫ້ກັບຄືນໄປບ້ານເກີດເມືອງນອນຂອງ
ເຂົາເຈົ້າໄດ້.
ທ່ານ ແອນດຣູ ກີລມົວ (Andrew Gilmour) ຜູ້ຊ່ວຍເລຂາທິການໃຫຍ່ສະຫະ
ປະຊາຊາດ ດ້ານການປົກປ້ອງສິດທິມະນຸດ ກ່າວຕໍ່ວີໂອເອໃນວັນພະຫັດວານ
ນີ້ວ່າ "ມັນເປັນທີ່ຈະແຈ້ງຢູ່ແລ້ວວ່າ ຕ້ອງມີການດໍາເນີນຄວາມກົດດັນຈາກສາ
ກົນຕໍ່ລັດຖະບານມຽນມາຕໍ່ໄປ ເພື່ອປ້ອງກັນບໍ່ໃຫ້ກໍາລັງທະຫານຂອງປະເທດ
ນັ້ນ ກະທໍາໃນສິ່ງທີ່ພວກເຂົາກໍາລັງປະຕິບັດໄປຢູ່ນີ້. ແລະເພື່ອເຮັດໃຫ້ ບໍ່ແມ່ນ
ແຕ່ເປັນຄໍາເວົ້າເທົ່ານັ້ນ ເຮັດໃຫ້ສະພາບການດີເພື່ອເຮັດໃຫ້ພວກອົບພະຍົບ
ດັ່ງກ່າວ ສາມາດກັບຄືນປະເທດໄດ້ຢ່າງແທ້ຈິງ."
ທ່ານ ກີລມົວ (Gilmour) ຫາກໍ່ກັບຈາກການໄປຢ້ຽມຢາມເຂດບາຊາຂອງເມືອງ
ຄອກສ໌ (Cox) ຢູ່ບັງກລາແດັສ ບ່ອນທີ່ອົບພະຍົບຊາວມຸສລິມໂຣຮິງຢາ ເກືອບ
ຮອດ 1 ລ້ານຄົນອາໄສຢູ່ໃນສູນ ທີ່ກາຍເປັນສູນອົບພະຍົບທີ່ໃຫຍ່ທີ່ສຸດຂອງໂລກ
ເປັນເວລາ 4 ມື້ໃນອາທິດນີ້.
ຊາວໂຣຮິງຢາປະມານ 700,000 ຄົນໄດ້ຫລົບໜີຈາກມຽນມານັບແຕ່ ວັນທີ 25
ເດືອນສິງຫາ ປີກາຍນີ້ ພາຍຫລັງທີ່ພວກຫົວຮຸນແຮງໂຣຮິງຢາໄດ້ໂຈມຕີ ກໍາລັງ
ຮັກສາຄວາມສະຫງົບຂອງລັດທີ່ພາໃຫ້ເກີດການໂຕ້ຕອບຄືນດ້ວຍການໃຊ້ກໍາລັງ
ທະຫານ ທີ່ສະຫະປະຊາຊາດເວົ້າວ່າໄດ້ດໍາເນີນໄປແບບມີການຈັດຕັ້ງເປັນລະບົບ
ແລະມີການປະສານງານກັນດີ ແລະເປັນ "ຕົວຢ່າງໃນປຶ້ມຕໍາລາ" ຂອງການຂ້າ
ລ້າງເຊື້ອຊາດເຜົ່າພັນ.
ພວກທີ່ລອດຊີວິດໄປ ແລະພວກທີ່ເຫັນເຫດການມີຄວາມເຈັບແຄ້ນແໜ້ນໃຈຕໍ່ການ
ເຂັ່ນຄ້າ ແລະຂົ່ມຂືນຊາວໂຣຮິງຢາຂອງທະຫານປ້ອງກັນຄວາມສະຫງົບ ໃນເວລາ
ທີ່ທະຫານເຫລົ່ານັ້ນເຂົ້າໄປທັບມ້າງ ແລະຈູດເຜົາບ້ານຂອງພວກເຂົາເຈົ້າ ຢູ່ໃນລັດ
ຣາໄຄນ໌ ຢູ່ພາກເໜືອຂອງປະເທດນັ້ນ. ຊາວໂຣຮິງຢາເປັນຊົນເຜົ່າສ່ວນນ້ອຍກຸ່ມນຶ່ງ
ໃນຫລາຍໆ ກຸ່ມຢູ່ໃນມຽນມ້າ ທີ່ເປັນປະເທດມີຄົນນັບຖືສາດສະໜາພຸດເປັນສ່ວນ
ໃຫຍ່ນັ້ນ. ພວກເຂົາຖືກມອງວ່າເປັນພວກຍ້າຍຖິ່ນຖານ ຍ້ອນຄວາມທຸກຍາກຈາກ
ບັງກລາແດັສ ແລະຖືກປະຕິເສດບໍ່ໃຫ້ເປັນຄົນມີສັນຊາດຢູ່ໃນມຽນມາ ເຖິງແມ່ນວ່າ
ພວກເຂົາເຈົ້າສ່ວນຫລາຍແມ່ນສາມາດສະແດງໃຫ້ເຫັນວ່າຄອບຄົວຂອງພວກເຂົາ
ເຈົ້າໄດ້ເຂົ້າໄປຢູ່ໃນປະເທດດັ່ງກ່າວໄດ້ຫລາຍຮຸ່ນຄົນແລ້ວ.
ກ່ານກີລມົວ ຍັງເວົ້າອີກວ່າ ຊາວໂຣຮິງຢາ ທີ່ບໍ່ຫລົບໜີ ແລະຍັງຄ້າງຢູ່ໃນລັດຣາ
ໄຄນ໌ນັ້ນ ດຽວນີ້ກໍາລັງຖືກກັ້ນການບໍ່ໃຫ້ໄດ້ຮັບອາຫານກິນ. ທ່ານເວົ້າວ່າ "ມັນເປັນ
ການບັງຄັບໃຫ້ອົດຫິວ." "ແລະມັນກໍເປັນການກໍ່ອາຊະຍາກໍາ ຕໍ່ມະນຸດຊາດອີກດ້ວຍ."