ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ​​ຮຽກຮ້ອງ​ໃຫ້ ແກ້ໄຂບັນຫາ ອົບພະຍົບ ໂຣຮິງ​ຢາ ຢ່າງຮີບດ່ວນ


ຊາວອົບພະຍົບໂຣຮິງ​ຢາພາກັນຮ້ອງໄຫ້ ກ່ອນມີການສົ່ງສະການຂອງສະມາຊິກຄອບຄົວ ຄົນນຶ່ງ ທີ່ພວກເຂົາເຈົ້າເວົ້າວ່າ ໄດ້ເສຍຊີວິດຍ້ອນໄດ້ຮັບບາດເຈັບ ຈາກການຍິງຂອງທະຫານມຽນມາ ກ່ອນຈະໄປເຖິງເຂດ Bazar ຂອງ​ເມືອງ Cox, ປະ​ເທດ​ບັງ​ກລາ​ແດັສນັ້ນ ​ໃນວັນທີ 29 ກັນຍາ 2017 ນີ້.
ຊາວອົບພະຍົບໂຣຮິງ​ຢາພາກັນຮ້ອງໄຫ້ ກ່ອນມີການສົ່ງສະການຂອງສະມາຊິກຄອບຄົວ ຄົນນຶ່ງ ທີ່ພວກເຂົາເຈົ້າເວົ້າວ່າ ໄດ້ເສຍຊີວິດຍ້ອນໄດ້ຮັບບາດເຈັບ ຈາກການຍິງຂອງທະຫານມຽນມາ ກ່ອນຈະໄປເຖິງເຂດ Bazar ຂອງ​ເມືອງ Cox, ປະ​ເທດ​ບັງ​ກລາ​ແດັສນັ້ນ ​ໃນວັນທີ 29 ກັນຍາ 2017 ນີ້.

ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ António Guterres ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້ມີ "ການ​ດໍາ​ເນີນ​ການ​ຢ່າງ​ວອ່ງ​ໄວ" ​ເພື່ອ​ຍຸດຕິ​ສະພາບ​ການ​ທີ່​ນັບ​ມື້ນັບ​ຊຸດ​ໂຊມ ​ໃນລັດຣາ​ໄຄ​ນ໌ ຢູ່​ທາງ​ພາກ​ເໜືອຂອງ​ມຽນມາ ທີ່​ມີ​ປະຊາຊົນ​ເຄິ່ງລ້ານ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ​ໂຣຮິງ​ຢາ ​ໄດ້​ຫລົບໜີ​ເຂົ້າ​ໄປ​ຍັງ​ບັງ​ກລາ​ແດັສ ​ໃນ​ເດືອນ​ແລ້ວນີ້.

ທ່ານ Guterres ​ໄດ້​ກ່າວ​ຢູ່​ໃນກອງ​ປະຊຸມຂອງ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ​ທີ່​ເປີດ​ເຜີຍວ່າ "ສະພາບ​ການ​ໄດ້​ເພີ້ມຄວາມ​ຮ້າຍ​ແຮງ​ຂຶ້ນ​ເປັນສະພາບ​ສຸກ​ເສີນດ້ານອົບ​ພະຍົບທີ່​ມີ​ການ​ຂະຫຍາຍ​ໂຕ​ໄວ​ທີ່​ສຸດ​ຂອງ​ໂລກ; ​ເຊິ່ງ​ເປັນສະພາບມະນຸດສະ​ທໍາ ​ແລະ​ສິດທິ​ມະນຸດ ບໍ່ດີ​ຫລາຍ."

ສະພາຄວາມໝັ້ນຄົງ​ໄດ້ສົນທະນາ​ກ່ຽວກັບ​ສະພາບ​ການ​ດັ່ງ​ກ່າວແບບ​ປິດ​ລັບສາມ​ຄັ້ງ​ໃນ​ເດືອນ​ແລ້ວນີ້ ​ແຕ່​ວ່າຢູ່ກອງ​ປະຊຸມ ໃນ​ວັນ​ພະຫັດວານ​ນີ້ ​ແມ່ນ​ເປັນຄັ້ງທໍາ​ອິດ ​ນັບ​ແຕ່​ປີ​ 2009 ເປັນຕົ້ນມາ ທີ່​ໄດ້​ສົນທະນາ​ກ່ຽວກັບ​ບັນຫາ​ມຽນມາ​ຢ່າງ​ເປີ​ດ​ເຜີຍ.

ທ່ານ Guterres ​ໄດ້​ຮຽກຮ້ອງ​ໃຫ້​ຍຸດຕິ​ການ​ປະຕິບັດງານ​ທາງທະຫານ; ບໍ່​ໃຫ້​ກີດຂວາງ​ ​ການ​ເຂົ້າ​ໄປໃຫ້​ຄວາມ​ຊ່ວຍ​ເຫລືອ; ​ແລະ​ໃຫ້​ພວກ​ອົບ​ພະຍົບກັບ​ຄືນໄປຢູ່​ໃນ​ຂົງ​ເຂດ​ທີ່​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ​ຢ່າງ​ປອດ​ໄພ​ ​ແລະ​ດ້ວຍຄວາມ​ສະໝັກ​ໃຈ.

ທ່ານ​ຍັງ​ກ່າວ​ອີກ​ວ່າ "ປາກົດ​ວ່າ​ມີ​ຮູບ​ການຂອງ​ການກໍ່ຄວາມ​ຮຸນ​ແຮງ ​ທີ່ທໍາ​ໃຫ້​ເກີດ​ຄວາມ​ບໍ່ສະ​ຫງົບຢ່າງ​ເລິກ​ເຊິ​ງ ​ແລະຊຶ່ງ​ເຮັດ​ໃຫ້​ມີ​ການຍົກຍ້າຍຂະໜາດ​ໃຫຍ່ ຂອງ​ພວກ​ຊົນ​ເຜົ່າ​ໜີ ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ​ຕາມ​ມາ."

ທັງທ່ານ Guterres ​ແລະຂ້າ​ຫລວງ​ໃຫຍ່​ດ້ານ​ສິດທິ​ມະນຸດ​ຂອງ​ທ່ານ​ໄດ້​ສະ​ແດງຄວາມ​ເປັນ​ຫ່ວງອອກ​ມາ​ວ່າ ສິ່ງ​ທີ່​ກໍາລັງ​ເກີດ​ຢູ່​ໃນ​ລັດຣາ​ໄຄ​ນ໌ນັ້ນ ແມ່ນ​ການກວດ​ລ້າງ​ຊົນ​ຊາດ​ຊົນ​ເຜົ່າ.

ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດຍັງ​ກ່າວອີກວ່າ ບັນຫາ​ຫລັກ​ແມ່ນ ການ​ບໍ່ມີ​ປະ​ເທດ​ຢູ່​ຂອງ​ຊາວ​ໂຣຮິງ​ຢາ​ທີ່​ຍືດ​ເຍື້ອ​ມາ​ແຕ່​ດົນ​ແລ້ວ ​ແລະ​ການ​ຈໍາ​ແນ​ກ​ເຊື້ອຊາດ ​ທີ່​ກ່ຽວພັນ​ກັບ ການຂາດ​ປະ​ເທດ​ຂອງ​ຕົນນັ້ນ. ທ່ານ Guterres ​ເວົ້າວ່າ "ຊາວ​ມຸສລິ​ມຢູ່​ໃນ​ລັດຣາ​ໄຄ​ນ໌ ຄວນ​ໄດ້​ຮັບ​ສັນຊາດ."

ຊາວໂຣຮິງ​ຢາ ​ແມ່ນ​ນຶ່ງ​ໃນພວກ​ຊົນ​ເຜົ່າ​ກຸ່ມ​ນ້ອຍຫລາຍໆກຸ່​ມ ​ຢູ່​ໃນ​ປະ​ເທດ​ທີ່​ຄົນ​ສ່ວນ​ໃຫຍ່​ຖື​ສາສະໜາພຸດ​ແຫ່ງ​ນັ້ນ. ພວກ​ເຂົາ​ເຈົ້າຖືກ​ຖື​ວ່າ​ເປັນ​ພວກ​ຍົກຍ້າຍ​ຖິ່ນ​ຖານ​ມາ​ຈາກ​ບັງ​ກລາ​ແດັສຍ້ອນ​ເຫດຜົນ​ທາງ​ເສດຖະກິດ ​ແລະ​ຖືກ​ປະຕິ​ເສດ​ບໍ່​ໃຫ້​ໄດ້​ຮັບ​ສັນຊາດ ແມ່ນ​ແຕ່​ວ່າ ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ໄປ​ຢູ່​ໃນ​ປະ​ເທດ​ນັ້ນ ​ມາ​ໄດ້​ຫລາຍ​ຮຸ່ນຄົນ​ແລ້ວ​ກໍ​ຕາມ.

ສະພາ​ກາ​ແດງ Red Crescent Society ທີ່​ໄດ້ຂໍຮ້ອງ​ໃຫ້​ມີ​ການລະດົມທຶນ 13 ລ້ານ​ໂດ​ລາ​ໃຫ້​ແກ່ສູນ​ອົບ​ພະຍົບຂອງ​ພວກ​ທີ່ມາ​ຈາກ​ລັດຣາ​ໄຄ​ນ໌ຢູ່​ໃນ​ເຂດ Bazar ຂອງ​ເມືອງ Cox ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ບັງ​ກລາ​ແດັສ ເຕືອນ​ວ່າ​ສູນ​ອົບ​ພະຍົບດັ່ງກ່າວ ອາດ​ຈະ​ຢູ່ໃນສະພາບ​ສ່ຽງຕໍ່​ການລະບາດ​ຂອງ​ພະຍາດທີ່ຈະເກີດ​ຂຶ້ນ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Rohingya in Myanmar
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG