ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 32 ຄົນເສຍຊີວິດ ຢູ່ມຽນມາ ຍ້ອນການດັກຍິງຂອງຊາວ​ໂຣຮິງ​ຢາ


ໃນພາບທີ່ຖ່າຍໃນວັນທີ 14 ກໍລະກົດ, 2017, ເຈົ້າໜ້າທີ່ຕໍາຫລວດຍາມຊາຍແດນຂອງມຽນມາ ຫລື ຍ່າງຢູ່ຕາມທາງເລາະບ້ານ Tin May village ຢູ່ໃນເຂດທີ່ລັດຖະບານ ແລະກອງທັບມຽນມາອ້າງວ່າ ມີພວກກໍ່ການຮ້າຍຊາວມຸສລິມຢູ່ລັດ Rakhine ຂອງມຽນມາ.
ໃນພາບທີ່ຖ່າຍໃນວັນທີ 14 ກໍລະກົດ, 2017, ເຈົ້າໜ້າທີ່ຕໍາຫລວດຍາມຊາຍແດນຂອງມຽນມາ ຫລື ຍ່າງຢູ່ຕາມທາງເລາະບ້ານ Tin May village ຢູ່ໃນເຂດທີ່ລັດຖະບານ ແລະກອງທັບມຽນມາອ້າງວ່າ ມີພວກກໍ່ການຮ້າຍຊາວມຸສລິມຢູ່ລັດ Rakhine ຂອງມຽນມາ.

ກອງທັບ​ມຽນມາ​ເວົ້າວ່າ ຢ່າງໜ້ອຍມີ​ຄົນ 32 ຄົນ​ ຊຶ່ງ​ໃນ​ນັ້ນລວມມີເຈົ້າໜ້າທີ່​ຮັກສາ​ຄວາມ​ສະຫງົບ 11 ຄົນເສຍ​ຊີວິດ​ໃນ​ຕອນ​ທີ່​ພວກ​ກະບົດ​ຊາວ​ໂຣຮິງ​ຢາ​ໄດ້​ດັກ​ຍິງ​ປ້ອ​ມ​ຕໍາຫລວດ​ຫລາຍ​ກວ່າ 20 ​ແຫ່ງ​ຢູ່ໃນ​ລັດຣາ​ໄຄ​ທາງ​ພາກ​ເໜືອຂອງ​ປະ​ເທດ.

ພວກ​ເຈົ້າໜ້າທີ່​ເວົ້າວ່າ​ປ້ອ​ມ​ຕໍາຫລວດ​ໄດ້​ຖືກ​ໂຈມ​ຕີ​ໃນ​ຊ່ວງ​ຊົ່ວ​ໂມງ​ເຊົ້າໆຂອງ​ວັນ​ສຸກ​ມື້ນີ້ ​ໂດຍ​ພວກ​ກະບົດ​ຈໍານວນ​ປະມານ 150 ຄົນ​ທີ່​ຖື​ປືນ ​ແລະ​ລະ​ເບີດ​ທີ່​ຜະລິດ​ເອງ.

ກອງທັບກູ້​ໄພອາຣາຄານ​ຂອງ​ຊາວ​ໂຣຮິງ​ຢາ ຫລື ARSA ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ໄດ້​ເຕືອນ​ວ່າ ຈະ​ມີ​ການ​ໂຈມ​ຕີ​ຫລາຍ​ກວ່າ​ນີ້ອີກ.

ກອງທັບ ARSA ຊຶ່ງ​ເມື່ອ​ກ່ອນ​ເອີ້ນກັນ​ວ່າ Harakah al-Yaqin, ຫລື "ຂະ​ບວນການ​ເຊື່ອ​ຖື​ສາສະໜາ," ​ໄດ້​ໂຜ່​ຕົວ​ຂຶ້ນມາ​ໃນ​ເດືອນ​ຕຸລາ​ແລ້ວນີ້ ​ໂດຍເປັນ​ກອງ​ກໍາລັງ​ທີ່​ອ້າງ​ວ່າ ເພື່ອນໍາພາ​ການກະບົດ​ທີ່​ຕັ້ງຢູ່ເທິງສາຍພູມາຍ​ຢູ (May Yu) ຊຶ່ງ​ຢູ່ໃນ​ເຂດຫ່າງ​ໄກສອກຫລີກ ​ແລະ​ມີ​ຊາຍ​ແດນ​ຕິດ​ກັບ​ບັງ​ກລາ​ເດັສ.

ການ​ຕໍ່ສູ້​ໄດ້​ເກີດ​ຂຶ້ນພາຍຫລັງ​ທີ່​ຄະນະ​ກໍາມາ​ທິການ​ທີ່​ນໍາພາ​ໂດຍ ​ເລຂາທິການ​ໃຫຍ່ ສະຫະ ປະຊາ​ຊາດ ທ່ານ Kofi Annan ​ໄດ້​ລາຍ​ງານ​ວ່າ​ມີ​ການບໍ່ສະຫງົບ​ຢູ່ໃນ​ລັດຣາ​ໄຄ.

ລາຍ​ງານ​ດັ່ງກ່າວ​ໄດ້ຊຸກຍູ້​ໃຫ້​ມີ​ການ​ດໍາ​ເນີນ​ການ​ອັນ​ຮີບ​ດ່ວນ ​ເພື່ອ​ປົວ​ແປງ​ຄວາມແຕກ​ແຍກ​ກັນ ​ແລະ​ລົບ​ລ້າງ​ການ​ເກືອດ​ຫ້າມ​ບໍ່​ໃຫ້​ຊຸມ​ຊົນ​ຊາວ​ໂຣຮິງ​ຢາ​ທີ່​ແຂັງ​ແກ່ນ ຈໍານວນ​ປະມານ 1 ລ້ານ ​ໄດ້ເຄື່ອນ​ໄຫວ​ໄປມາ ​ແລະ​ໄດ້​ຮັບ​ສັນຊາດ ຢູ່​ໃນລັດຣາ​ໄຄນັ້ນ .

ການ​ໂຈມ​ຕີ​ທີ່​ເປັນ​ອັນຕະລາຍ​ໂດຍ​ພວກກໍ່ຄວາມ​ບໍ່ສະຫງົບ​ຕໍ່ຕໍາຫລວດ​ຊາຍ​ແດນ​ໃນຫລາຍ​ຄັ້ງ​ໄດ້​ເຮັດ​ໃຫ້​ມີ​ການ​ຕອບ​ໂຕ້​ຂອງ​ພວກ​ທະຫານ​ຊຶ່ງ​ພາ​ໃຫ້ຄົນ​ເສຍ​ຊີວິດ​ຢ່າງ​ຫລວງຫລາຍ ​ແລະ​ກໍ​ບັງຄັບ​ໃຫ້​ພວກ​ກະບົດ​ຫລາຍ​ສິບ​ພັນ​ຄົນລົບໜີ​ໄປ​ຢູ່​ໃນ​ບັງ​ກລາ​ເດັສ.

ທາງ​ສະຫະ​ປະຊາ​ຊາດ ​ເຊື່ອ​ວ່າ ການ​ປະຕິບັດ​ງານ “ກວດ​ລ້າງ” ​ທີ່​ດໍາ​ເນີນ​ການ​ໂດຍກໍາລັງ​ຮັກສາ​ຄວາມ​ສະຫງົບຂອງລັດຖະບານ ​ໄດ້​ພາ​ໃຫ້​ມີ​ການກວດ​ລ້າງ​ເຜົ່າ​ພັນ​ຊາວ​ໂຣຮິງ​ຢາ, ຊຶ່ງ​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ອາ​ໄສ​ຢູ່​ໃນ​ມຽນມາ ຊຶ່ງ​ເປັນ​ປະ​ເທດ​ທີ່​ຄົນ​ສ່ວນ​ໃຫຍ່​ເປັນ​ຊາວ​ດພຸດ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Myanmar's military says at least 32 people, including 11 security forces, were killed when Rohingya insurgents ambushed more than 20 police posts in northern Rakhine State.

Authorities said the police posts came under attack in the early hours of Friday by an estimated 150 insurgents, armed with guns and homemade explosives.

The Arakan Rohingya Salvation Army (ARSA) claimed responsibility for the offensive, and warned of more attacks.

ARSA, a group previously known as Harakah al-Yaqin, or "Faith Movement," emerged last October as a force which claims to be leading an insurgency based in the remote May Yu mountain range bordering Bangladesh.

The flare up follows a report by a commission led by former UN Secretary General Kofi Annan on the conditions inside Rakhine State.

The report urged immediate actions to heal the divide and abolishing the restrictions of movement and citizenship imposed on about one million-strong Rohingya community in Rakhine.

Deadly attacks by the militants on border police have prompted a military response that left scores dead and forced tens of thousands to flee to Bangladesh.

The UN believes that the 'clearances' operations by government security forces have amounted to ethnic cleansing of the Rohingya, a Muslim minority living in mainly Buddhist Myanmar.

The army and the Myanmar's civilian government have vehemently deny allegations of widespread abuses including rapes and murders.

The area of Rakhine closest to Bangladesh has been in lockdown since October 2016.

XS
SM
MD
LG