ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກກະວີຂອງມຽນມາ ເສຍຊີວິດ ໃນຂະນະທີ່ຢູ່ໃນການຄຸມຂັງຂອງທະຫານ


ພວກປະທ້ວງຕ້ານການລັດຖະປະຫານ ໄດ້ຍົກນີ້ວມື 3 ນິ້ວ ຂຶ້ນ ເພື່ອສະແດງການເຫັນດີພ້ອມນໍາການຕໍ່ຕ້ານ ຂະນະທີ່ຢູ່ໃນການເດີນຂະບວນຢູ່ນະຄອນຢ່າງກຸ້ງ ຂອງມຽນມາ ໃນວັນທີ 27 ເມສາ, 2021.
ພວກປະທ້ວງຕ້ານການລັດຖະປະຫານ ໄດ້ຍົກນີ້ວມື 3 ນິ້ວ ຂຶ້ນ ເພື່ອສະແດງການເຫັນດີພ້ອມນໍາການຕໍ່ຕ້ານ ຂະນະທີ່ຢູ່ໃນການເດີນຂະບວນຢູ່ນະຄອນຢ່າງກຸ້ງ ຂອງມຽນມາ ໃນວັນທີ 27 ເມສາ, 2021.

ນັກກະວີຄົນນຶ່ງຂອງມຽນມາ ທີ່ເຮັດວຽກສົ່ງເສີມການຕໍ່ຕ້ານລັດຖະບານທະຫານໄດ້ເສຍຊີວິດໄປແລ້ວ, ອີງຕາມຄອບຄົວຂອງທ່ານເວົ້າ ໃນວັນອາທິດວານນີ້.

ພວກສະມາຊິກໃນຄອບຄົວຂອງທ່ານກ່າວວ່າ ທັງທ່ານເຄດ ທີ ແລະພັນລະຍາຂອງທ່ານ, ຄືທ່ານນາງ ຈໍ ຊູ (Chaw Su) ໄດ້ຖືກນຳຕົວໄປສອບສວນໃນວັນເສົາຜ່ານມາ ທີ່ເມືອງເຊໂບ (Shwebo) ໃນເຂດຊາແກງ. ທ່ານນາງ ຈໍ ຊູ (Chaw Su) ຖືກປ່ອຍຕົວ ແຕ່ວ່າທ່ານ ເຄດ ທີ ແມ່ນບໍ່ໄດ້ຖືກປ່ອຍ.

"ພວກເຂົາເຈົ້າໄດ້ໂທຫາຂ້ອຍໃນຕອນເຊົ້າ ແລະບອກຂ້ອຍໃຫ້ໄປພົບລາວຢູ່ໂຮງໝໍໃນເມືອງມອນນີວາ (Monywa)," ນັ້ນຄືຄໍາເວົ້າຂອງທ່ານນາງ ຈໍ ຊູ ທີ່ກ່າວຕໍ່ອົງການຂ່າວ BBC ພະແນກພາສາພະມ້າ. ທ່ານນາງເລົ່າຕໍ່ໄປວ່າ “ຂ້ອຍຄິດວ່າມັນເປັນພຽງແຕ່ແຂນຫັກ ຫລືບາງສິ່ງບາງຢ່າງເທົ່ານັ້ນ ... ແຕ່ເມື່ອຂ້ອຍໄປຮອດ, ລາວຢູ່ບ່ອນເກັບສົບ ແລະອະໄວຍະວະຢູ່ພາຍໃນຕົວຂອງລາວ ຖືກເອົາອອກໄປ.”

ບັນດາສະມາຊິກໃນຄອບຄົວຂອງທ່ານໄດ້ບອກນັກຂ່າວວ່າ ສົບຂອງທ່ານແມ່ນຖືກເອົາອະໄວຍະວະບາງອັນໄປ ແລະໄດ້ສະແດງໃຫ້ເຫັນອາການທີ່ຖືກທໍລະ ມານເມື່ອພວກເຂົາເຈົ້າໄປຊອກຫາຕົວລາວຢູ່ບ່ອນເກັບສົບ. ກອງທັບໄດ້ມອບສົບດັ່ງກ່າວໃຫ້ຄອບຄົວ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌.

ທ່ານເຄດ ທີ ຜູ້ຂຽນບົດຄວາມແຖວນຶ່ງທີ່ເວົ້າວ່າ "ພວກເຂົາຍິງໃສ່ຫົວ, ແຕ່ພວກເຂົາບໍ່ຮູ້ດອກວ່າ ການປະຕິວັດມັນຢູ່ໃນຫົວໃຈ" ນັ້ນແມ່ນຢູ່ໃນໄວ 40 ກວ່າປີ, ອີງຕາມຫນ້າເຟສບຸກຂອງທ່ານ.

ລັດຖະບານທະຫານທີ່ຍຶດອຳນາດໃນການກໍ່ລັດຖະປະຫານໃນເດືອນກຸມພາຜ່ານມາ, ບໍ່ໄດ້ໃຫ້ຄຳເຫັນຕໍ່ສາທາລະນະຊົນກ່ຽວກັບການກັກຂັງ ຫລືການຕາຍຂອງນັກກະວີດັ່ງກ່າວເລີຍ. ອົງການຂ່າວຣອຍເຕີສ໌ລາຍງານວ່າ ການໂທລະສັບຫາໂຄສົກຂອງລັດຖະບານເພື່ອຂໍຄຳເຫັນແມ່ນບໍ່ໄດ້ຮັບການຕອບເລີຍ.

ທ່ານ ເຄນ ທີ ຢ່າງໜ້ອຍ ກໍແມ່ນນັກກະວີຄົນທີ 3 ທີ່ເສຍຊີວິດໄປ ນັບແຕ່ເກີດການກໍ່ລັດຖະປະຫານເປັນຕົ້ນມາ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ໌. ທ່ານເຄດ ທີ ເຄີຍເປັນເພື່ອນກັບທ່ານ ເຄ ຊາ ວິນ (K Za Win), ອາຍຸ 39 ປີ, ນັກກະວີຄົນນຶ່ງທີ່ຖືກຍິງໃນລະຫວ່າງການປະທ້ວງໃນເດືອນມີນາ ຜ່ານມາ.

ໂດຍທີ່ການກໍ່ລັດຖະປະຫານຈະຮອດມື້ທີ 100, ການປະທ້ວງໄດ້ສືບຕໍ່ດຳເນີນໄປ, ຊຶ່ງໄດ້ຮັບການສົມທົບໃສ່ດ້ວຍການລຸກເຮື້ອຂຶ້ນຂອງນັກຮຽນ ແລະພະນັກ ງານລັດຖະກອນທົ່ວປະເທດ. ທະຫານທີ່ຮູ້ກັນໃນນາມວ່າ ທັດມາດໍ (Tatmadaw) ໄດ້ສັງຫານຜູ້ປະທ້ວງ 780 ຄົນ ນັບຕັ້ງແຕ່ເດືອນກຸມພາມາ, ອີງຕາມສະມາຄົມຊ່ວຍເຫລືອນັກໂທດການເມືອງ, ຊຶ່ງເປັນກຸ່ມສິດທິມະນຸດ ທີ່ບໍ່ຫວັງຜົນກຳໄລທີ່ຕັ້ງຢູ່ປະເທດໄທ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG