ສະພານິຕິບັນຍັດຂອງມຽນມາ ແມ່ນເປັນຫຼັກໝັ້ນຂອງລັດຖະ
ບານພົນລະເຮືອນ ທີ່ປົກຄອງປະເທດມາໄດ້ 4 ປີແລ້ວນັ້ນ
ແຕ່ສະພານີ້ສະຫງວນບ່ອນນັ່ງ ຈຳນວນ 1 ສ່ວນ 4 ໄວ້ໃຫ້
ພວກຜູ້ແທນ ທີ່ໄດ້ຮັບການແຕ່ງຕັ້ງຈາກກອງທັບ ແລະມອບ
ອຳນາດໃຫ້ພວກເຂົາເຈົ້າມີສິດ ວີໂຕ້ ຫຼືຍັບຍັ້ງການດັດແປງ
ແກ້ໄຂລັດຖະທຳມະນູນທັງໝົດນັ້ນ. ມາບັດນີ້ທາງສະພາກຳ
ລັງພິຈາລະນາຈະແກ້ໄຂລັດຖະທຳມະນູນ ເພື່ອຍົກເລີກສິດ
ອຳນາດດັ່ງກ່າວ ຊຶ່ງພວກນັກສັງເກດການນາໆຊາດ ກ່າວວ່າ
ເປັນບາດກ້າວສຳຄັນອັນນຶ່ງໃນການຢືນຢັນການໂອນອຳນາດ
ຂອງປະເທດໃຫ້ຢູ່ພາຍໃຕ້ການປົກຄອງຂອງພວກພົນລະ
ເຮືອນນັ້ນ. ສິງຈະນຳເອົາ ລາຍງານກ່ຽວກັບເລື້ອງນີ້ ຈາກຜູ້
ສື່ຂ່າວ ວີໂອເອ ທີ່ບາງກອກມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານທີ່ສຳຄັນໃນມຽນມາ
ໄດ້ຮວບຮວມເອົາລາຍເຊັນປະຊາຊົນ ມາໄດ້ ປະມານ 3 ລ້ານຄົນແລ້ວ ໃນຄຳຮ້ອງຮຽນ
ສະບັບນຶ່ງ ເພື່ອໃຫ້ທຳການລົບລ້າງສິດອຳນາດຍັບຍັ້ງຂອງພວກທະຫານທີ່ເອີ້ນກັນວ່າ
ມາດຕາ 436 ນັ້ນ.
ໃນຕົ້ນເດືອນນີ້ ທ່ານນາງອອງຊານຊູຈີ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ
ໃນມຽນມາ ໄດ້ຖະແຫຼງຕໍ່ຝູງຊົນ ກ່ຽວກັບວ່າມາດຕະການດັ່ງກ່າວ ມີຄວາມສຳຄັນແນວ
ໃດຕໍ່ປະເທດຊາດ.
ທ່ານນາງອອງຊານຊູຈີ ກ່າວວ່າ “ຖ້າພວກເຮົາບໍ່ປ່ຽນມາດຕາ 436 ມັນກໍໝາຍ
ຄວາມວ່າ ທະຫານເກືອບວ່າມີອຳນາດຢ່າງສິ້ນແຊີງ ໃນການໃຊ້ສິດຍັບຍັ້ງ
ສິ່ງທີ່ພວກເຮົາຈະສາມາດ ຫຼືບໍ່ສາມາດປ່ຽນແປງໄດ້ໃນກົດລັດຖະທຳມະນູນ
ນັ້ນ ແລະຂ້າພະເຈົ້າຄຶດວ່າ ມັນຄວນຈະເປັນໜ້າທີ່ຂອງພວກຜູ້ແທນທີ່ປະ
ຊາຊົນເລືອກຕັ້ງຂຶ້ນມາ ທີ່ຈະຕັດສິນໃຈວ່າ ຄວນມີການປ່ຽນແປງ ລັດຖະທຳ
ມະນູນ ຫຼືບໍ່ນັ້ນ.”
ພາຍໃຕ້ມາດຕາດັ່ງກ່າວ ຂໍ້ດັດແປງແກ້ໄຂລັດຖະທຳມະນູນໃດໆ ແມ່ນຈະຕ້ອງໄດ້ຮັບສຽງສະໜັບສະໜຸນເຫັນດີນຳຈາກ 75 ເປີເຊັນຂອງຜູ້ແທນ ຊຶ່ງກໍເທົ່າກັບອະນຸມັດໃຫ້
ພວກທະຫານມີສິດຍັບຍັ້ງໄດ້. ການຮ້ອງຮຽນດັ່ງກ່າວ ມີກຳນົດໝົດອາຍຸລົງໃນວັນທີ
19 ເດືອນກໍລະກົດນີ້.
ທ່ານ Ko Ni ທີ່ປຶກສາດ້ານກົດໝາຍຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ
ໃນມຽນມາ ຫຼື NLD ແລະຮ່ວມຢູ່ໃນຄະນະກຳມະການວ່າດ້ວຍການປ່ຽນແປງລັດຖະທຳມະນູນຂອງພັກ ກ່າວວ່າ ມັນຈະຫຍຸ້ງຍາກຫຼາຍທີ່ຈະປ່ຽນແປງມາດຕາ 436 ຜ່ານສະພາແຫ່ງຊາດນັ້ນ ເພາະວ່າ ພັກ NLD ຄວບຄຸມບ່ອນນັ່ງພຽງແຕ່ 7 ເປີເຊັນເທົ່ານັ້ນ ໃນຈຳ
ນວນບ່ອນນັ່ງທັງໝົດຢູ່ໃນສະພາ. ທ່ານ Ko Ni ກ່າວຕື່ມວ່າ ທາງພັກຫວັງວ່າ ເອກະສານຮ້ອງຮຽນທີ່ມີລາຍເຊັນນີ້ ຈະຊ່ອຍໃຫ້ບັນລຸເປົ້າໝາຍຂອງເຂົາເຈົ້າ ແຕ່ກໍເບິ່ງຄືວ່າ ມັນຍັງຈະຕ້ອງການການສະໜັບ ສະໜຸນຈາກພວກຜູ້ແທນທະຫານບາງຄົນຢູ່ ຜູ້ທີ່ເຕັມໃຈຈະແຍກອອກຈາກແນວທາງຂອງກອງທັບ ແລະບໍ່ລົງມະຕິຮ່ວມກັບຝ່າຍທະຫານນັ້ນ.
ທ່ານ Ko NI ກ່າວວ່າ “ ໃນຄວາມເຫັນຂອງຂ້າພະເຈົ້າແລ້ວ ມັນເປັນໄປບໍ່ໄດ້
ແຕ່ຍ້ອນຄວາມກົດດັນຂອງພົນລະເມືອງ ຖ້າເຂົາເຈົ້າຫາກຄິດ ເຫັນຄວາມປະສົງ
ຄວາມປາດຖະໜາຂອງພວກພົນລະເມືອງຂອງຕົນແລ້ວ ມັນກໍອາດຈະເປັນໄປໄດ້
ທີ່ພວກເຂົາເຈົ້າຈະຕົກລົງເຫັນດີ ນຳການດັດແປງແກ້ໄຂລັດຖະທຳມະນູນ ແຕ່ຖ້າ
ພວກເຂົາເຈົ້າມີຄວາມຢ້ານກົວ ທີ່ຈະປ່ຽນມາດຕາ 436 ແລ້ວ ພວກເຮົາກໍຈະສາ
ມາດປະສົບ ກັບຄວາມລົ້ມແຫຼວໄດ້.”
ເຖິງແມ່ນຂໍ້ດັດແກ້ລັດຖະທຳມະນູນ ຜ່ານສະພາໂດຍໄດ້ຮັບສຽງສະໜັບສະໜຸນຮອດ
75 ເປີເຊັນກໍຕາມ ແຕ່ມັນກໍຍັງຕ້ອງການສຽງສະໜັບສະໜຸນຮອດ 51 ເປີເຊັນ ຢູ່ໃນ
ການລົງປະຊາມະຕິທົ່ວປະເທດ ກ່ອນຈະຖືກລົບລ້າງໄດ້ ອີງຕາມ ທ່ານ Ko Ni ນັ້ນ.
ນັບແຕ່ລັດຖະບານຂອງທ່ານ Thein Sein ໄດ້ຂຶ້ນດຳລົງຕຳແໜ່ງໃນປີ 2010 ເປັນຕົ້ນ
ມາ ລັດຖະບານໄດ້ຮັບການຕຳໜິຕິຕຽນວ່າ ເປັນລັດຖະບານພົນລະເຮື້ອນພຽງແຕ່ໃນ
ນາມຊື່ໆ ຍ້ອນເຫດຜົນທີ່ວ່າລັດຖະທຳມະນູນສາມາດດັດແປງແກ້ໄຂໄດ້ ກໍຕໍ່ເມື່ອໄດ້ຮັບ
ຄວາມເຫັນດີເຫັນພ້ອມນຳ ຈາກພວກທະຫານເທົ່ານັ້ນ ໃນບັນດາເຫດຜົນອື່ນໆ.
ໃນຄຳປາໄສທີ່ໂຮງຮຽນນາຍຮ້ອຍທະຫານ ທີ່ນະຄອນຫຼວງ ເນປີອີຕໍ ໃນທ້າຍເດືອນ
ມິຖຸນາຜ່ານມາ ພົນຕີ Anthony Crutchfield ແຫ່ງກອງ ທັບສະຫະລັດ ກ່າວຕໍ່ພວກ
ນາຍຮ້ອຍທະຫານມຽນມາວ່າ ບາດກ້າວທີ່ສຳຄັນອັນນຶ່ງ ໃນການເປັນກອງທັບມືອາຊີບ
ກໍຄືຕ້ອງເປັນກອງທັບທີ່ຄວບຄຸມໂດຍລັດຖະບານພົນລະເຮືອນ ແລະບໍ່ແມ່ນເປັນກອງ
ທັບ ທີ່ຄວບຄຸມລັດຖະບານ.
ພວກສະມາຊິກຂອງກອງທັບ ມັກອ້າງເຫດຜົນໃນການມີອຳນາດຂອງຕົນ ຢູ່ເລື້ອຍວ່າ
ແມ່ນແນໃສ່ເພື່ອປ້ອງກັນບໍ່ໃຫ້ເກີດຄວາມສັບສົນວຸ້ນວາຍໃນປະເທດ. ທ່ານ David
Law ອາຈານສອນວິຊາກົດໝາຍແລະລັດຖະສາດການເມືອງ ທີ່ມະຫາວິທະຍາໄລ
ວໍຊິງຕັນ ກ່າວວ່າ ນັ້ນເປັນຂໍ້ອ້າງທີ່ຮັບໃຊ້ຜົນປະໂຫຍດຂອງຕົນເອງຢ່າງໜ້າສົງໄສ.
ອີງຕາມຄເວົ້າຂອງທ່ານ Law ກໍແມ່ນວ່າ ເຖິງແມ່ນວ່າການປ່ຽນແປງລັດຖະທຳມະນູນ
ຜ່ານວິທີທາງດ້ານກົດໝາຍ ຈະຫຍຸ້ງຍາກກໍຕາມ ມັນກໍມີຫຼາຍຊ່ອງທາງເພື່ອຫຼົບຫຼີກບັນ
ຫານັ້ນ ເປັນຕົ້ນວ່າ ຜ່ານທາງສານລັດຖະທຳມະນູນ ຜ່ານການລົງປະຊາມະຕິໃໝ່ ຫຼືຄຳ
ສັ່ງຂອງສານ. ແຕ່ທ່ານ Law ກ່າວຊີ້ອອກວ່າ ການເອົາອຳນາດໜີຈາກພວກທະຫານ
ຢ່າງໄວເກີນໄປນັ້ນ ສາມາດນຳຜົນກະທົບມາຕາມຫຼັງໄດ້.
ທ່ານ Law ກ່າວວ່າ “ ຖ້າພວກທະຫານບໍ່ມີບ່ອນນັ່ງໃນສະພາ ເວລານັ້ນ ທ່ານກໍ
ຈະປະເຊີນກັບການສ່ຽງອີກຢ່າງນຶ່ງ ຊຶ່ງນັ້ນກໍແມ່ນ ວ່າ ສະພາຈະເຮັດຫຍັງກໍໄດ້
ທີ່ຕົນຢາກເຮັດ ແລະນັ້ນກໍ ອາດຈະນຳພາ ໄປສູ່ການກໍ່ລັດຖະປະຫານຂຶ້ນໄດ້.
ສະນັ້ນ ບັນຫາກໍແມ່ນວ່າ ທ່ານຈະ ມີລະບອບປະຊາທິປະໄຕໄດ້ແນວໃດ ໂດຍທີ່ບໍ່ໃຫ້ພວກທະຫານມີ ຄວາມສາມາດແລະຄວາມປາດຖະໜາທີ່ໂຄ່ນລົ້ມ
ລັດຖະບານແບບໃດກໍຕາມ ທີ່ທ່ານຈັດຕັ້ງຂຶ້ນມານັ້ນ.”
ບາດກ້າວຕໍ່ໄປສຳລັບການດັດແປງແກ້ໄຂລັດຖະທຳນູນທີ່ຖືກສະເໜີໄປນັ້ນ ກໍແມ່ນວ່າ ຄະນະກຳມະການຮ່າງຂໍ້ດັດແກ້ ຈະຕ້ອງສົ່ງຮ່າງຂໍ້ດັດແກ້ນັ້ນ ໄປຍັງສະພາໂດຍເຕັມ ຊຶ່ງ
ຄາດວ່າຈະມີຂຶ້ນ ກ່ອນທ້າຍເດືອນກໍລະກົດນີ້.