ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງມຽນມາ ເລີີ້ມອະພິປາຍ ຮ່າງກົດໝາຍ ສາສະໜາ ທີ່ເປັນບັນຫາໂຕ້ແຍ້ງ


ຊາວມຸສລິມໂຣຮິງຢາ ຢູ່ໃນສູນອົບພະຍົບ Sittwe ລັດ Rakhine ໃນພາກຕາເວັນຕົກມຽນມາ.
ຊາວມຸສລິມໂຣຮິງຢາ ຢູ່ໃນສູນອົບພະຍົບ Sittwe ລັດ Rakhine ໃນພາກຕາເວັນຕົກມຽນມາ.

​ສະພາ​ສູງ ​ຂອງ​ມຽນມາ ເລີ້​ມ​ອະພິປາຍກັນ ​ກ່ຽວ​ກັບ​ຮ່າງ​ກົດ
ໝາຍ 2 ສະບັບທີ່​ເປັນບັນຫາໂຕ້ແຍ້​ງ​ພົວພັນກັບພວກນັບຖື
ສາສະໜາຕ່າງກັນຊຶ່ງ​ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າອາດ​ກໍ່​ເກີດໃຫ້
ເກີດມີ​ການ​ຂັດ​ແຍ້​ງກັນຂຶ້ນ​ລະຫວ່າງ​ກຸ່ມ​ສາສະໜາ​ຕ່າງໆ.

ຮ່າງ​ກົດໝາຍ ທີ່ນຳສະ​ເໜີ​ໂດ​ຍລັດຖະບານ​ຂອງປະທານາທິ
ບໍດີ Thein Sein ອາດ​ຈະບັງຄັບໃຫ້​ປະຊາຊົນ​ ໄດ້​ຮັບ​ອະນຸ
ຍາດ​ຈາກ​ພວກເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກ່ອນ​ທີ່ຈະປ່ຽນ​ໄປນັບຖື​
ສາສະໜາ​ໃໝ່. ມາດ​ຕະການ​ດັ່ງກ່າວ​ ອາດ​ຍັງ​ຈະ​ອະນຸຍາດ
ໃຫ້ລັດຖະບານ ທີ່ຢູ່​ໃນ​ເຂດຊົນ​ເຜົ່າ​ຕ່າງໆຕັ້ງ​ນະ​ໂຍບາຍ​
ຄວບຄຸມປະຊາຊົນ​ຂອງ​ຕົນຂຶ້ນ ຮວມທັງ​ກົດ​ລະບຽບ​ຫ້າມ​ບໍ່​ໃຫ້​ມີ​ລູກ​ກາຍ​ນຶ່ງ​ຄົນ​ຕໍ່​ຄອບ​ຄົວນຶ່ງ.

ທ່ານ Khat Htain Nan ສະມາຊິກພັກສາມັກຄີແລະປະຊາທິປະ​ໄຕ​ ຈາກລັດ Kachin
ກ່າວ​ວ່າ ປັດຈຸບັນ​ນີ້​ ເປັນ​ເວລາ​ທີ່​ບໍ່ຄ່ອຍ​ດີປານໃດ ສຳຫລັບ​ຮ່າງ​ກົດ ໝາຍ​ທັງສອງນີ້.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ຮ່າງ​ກົດໝາຍນີ້ ​ບໍ່​ມີຄວາມຈຳ​ເປັນ​ໃນ​ເວລາ​ນີ້ ​ໂດຍ​ສະ​ເພາະ ໃນ​ລະຫວ່າງ​ການຫັນປ່ຽນໄປສູ່ປະ​ຊາ​ທິປະ​ໄຕ ຊຶ່ງສິດ​ເສລີພາບ ​ແລະ​ອິດສະຫລະ
ພາບຢ່າງ ໄດ້​ຮັບການ​ອະນຸຍາດໃຫ້ນັ້ນ. ຂ້າພະ​ເຈົ້າ ມີ​ຄວາມ​ເປັນ​ຫ່ວງ​ວ່າ ມັນ​ອາດ​ຈະ
​ເຮັດ​ໃຫ້​ເກີ​ດຄວາມເຂົ້າໃຈຜິດ ​ແລະ​ບັນຫາຫຍຸ້ງຍາກ ຕ່າງໆ.” ​

ລັດຖະບານ ​ໄດ້​ນຳສະເໜີຮ່າງ​ກົດໝາຍກ່ຽວກັບສາສະໜາ 4 ສະບັບ​ໃນ​ປີກາຍ ນີ້ ຮວມ
ທັງ​ການ​ແຕ່ງ​ງານ ການປ່ຽນສາສະໜາ ການ​ສົມລົດໄດ້ແຕ່ພຽງ​ຄົນ​ດຽວ ​ແລະ​ການ​ຄວບ
ຄຸມປະຊາກອນ. ບັນດາ​ນັກເຄື່ອນ​ໄຫວ ​ແລະ​ກຸ່ມປົກປ້ອງ​ສິດທິ​ມະນຸດ ​ໄດ້​ປະນາມຮ່າງ
ກົດໝາຍເຫຼົ່ານີ້ ໂດຍກ່າວ​ວ່າ ມັນ​ອາດ​ຈະ​ລະເມີດ ຕໍ່ ມາດ​ຕະຖານນາໆ​ຊາດ ​ໃນດ້ານສິດ
ເສລີພາບການນັບຖື​ສາ​ສະໜາ ​ແລະ​ສິດທິ​ຜູ້ຍິງ.

​ແຕ່ວ່າ ມີ​ຄູ​ບາກຸ່ມ​ນຶ່ງ ໄດ້​ເກັບ​ກຳ​ລາຍເຊັນ ​ຫລາຍ​ກວ່່ານຶ່ງ​ລ້ານຄົນ ​ເພື່ອໃຫ້ ການສະໜັບ
ສະໜຸນຕໍ່ຮ່າງ​ກົດໝາຍເຫຼົ່ານີ້ ໂດຍກ່າວ​ວ່າ ຮ່າງກົດໝາຍເຫຼົ່ານີ້​ມີ​ຄວາມ​ຈຳ​ເປັນ ​ເພື່ອ​
ຫລີກ​ລ່ຽງບໍ່ໃຫ້ເກີດຄວາມ​ຮຸນ​ແຮງ​ທາງ​ສາສະໜາແລະ​ປ້ອງ​ກັນ​ບໍ່ໃຫ້ພົນລະ​ເມືອງຊາວ
ມຸສລິ​ມຂອງປະ​ເທດເພີ້ມຂຶ້ນນັ້ນ. ​

XS
SM
MD
LG