ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ນິລະໂທດກຳ ແກ່ນັກໂທດ 3000 ປາຍຄົນ


ບັນດານັກໂທດມຽນມາ ຖືກລຳລຽງ ອອກຈາກຄຸກ Insein ຫລັງຈາກຖືກປົດປ່ອຍ ໃນວັນອັງຄານ ມື້ນີ້, ວັນທີ 7 ຕຸລາ 2014.
ບັນດານັກໂທດມຽນມາ ຖືກລຳລຽງ ອອກຈາກຄຸກ Insein ຫລັງຈາກຖືກປົດປ່ອຍ ໃນວັນອັງຄານ ມື້ນີ້, ວັນທີ 7 ຕຸລາ 2014.

ລັດຖະບານ​ມຽນມາກ່າວ​ວ່າ ຕົນ​ຈະປ່ອຍ​ນັກ​ໂທດ ປະມານ
3000 ຄົນ ຊຶ່ງ​ເປັນ​ການ​ນີລະ​ໂທດ​ກຳ​ເທື່ອ​ຫລ້າ​ສຸດ ​ໂດຍ
ຄະນະ​ຜູ້ນຳ​ປະຕິ​ຮູບ​ຂອງ​ປ​ະ​ເທດ.

ການ​ເຄື່ອນ​ໄຫວດັ່ງກ່າວ ຊຶ່ງປະກາດອອກ​ໃນ​ວັນ​ອັງຄານ
​ມື້​ນີ້ ​ໂດຍ​ກະຊວງ​ຖະ​ແຫລ​ງຂ່າວ ​ແມ່ນ​ມີ​ຂື້ນ​ລ່ວງ​ໜ້າ ກອງ​
ປະຊຸມບັນດາ​ຜູ້ນຳເອ​ເຊຍ​ປາຊິ​ຟິກ ​ໃນ​ມຽນມາ ​ໃນ​ເດືອນ​ໜ້າ.

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ໃນ​ຈຳນວນ​ນັກ​ໂທດ​ທີ່​ຈະ​ຖືກປ່ອຍ
3,073 ຄົນ​ນັ້ນ ຈະ​ຮວມ​ທັງ​ນັກໂທດ​ການ​ເມືອງນຳ​ຫລື​ບໍ່ຊຶ່ງ
ເປັນ​ທີ່​ເຊື່ອກັນວ່າ ຍັງ​ມີຫລາຍ​ສິບ​ຄົນ​ ຖືກກັກ​ຂັງຢູ່. ຢ່າງ​ໜ້ອຍ​ເຈັດ​ຄົນ ແມ່ນ​ອະ​ດີດ​ເຈົ້າ
​ໜ້າ​ທີ່ສືບລັບ​ຂັ້ນ​ສູງ​ທະຫານ ທີ່​ໄດ້​ຕິດ​ຄຸກ​ມາ​ໄດ້​ສິບ​ປີ​ແລ້ວ​ ຫລັງ​ຈາກ​ການຂັບ​ໄລ່ ອະດີດ
​ຫົວໜ້າ​ສືບ​ລັບຄົນ​ນຶ່ງ ອອກ​.

ຂໍ້​ມູນ​ດັ່ງກ່າວ​ແມ່ນໄດ້​ມາ​ຈາກ ສະມາຄົມ​ຊ່ວຍ​ເຫລືອ​ນັກ​ໂທດ​ການ​ເມືອງ ​ແລະ​ຄະນະ​ກຳ
ມະການກວດກາ​ນັກ​ໂທດການ​ເມືອງ ຂອງ​ທາງ​ການ.

ລັດຖະບານ​ກ່າວ​ວ່າ ມີ​ຄົນຕ່າງ​ປະ​ເທດ 58 ຄົນ​ ຮວມຢູ່​ໃນ​ພວກ​ທີ່ ປະທານາ ທິບໍດີ Thein
Sein ອະ​ໄພ​ໂທດ​ໃຫ້​ນັ້ນ ​ແຕ່​ບໍ່​ໄດ້​ບອ​ກ​ສັນຊາດ​ຂອງ​ເຂົາ​ເຈົ້າ.

ລັດຖະບານ​ກ່າວ​ອີກວ່າ ພວກ​ນັກໂທດຊຸດ​ນີ້ໄດ້ຖືກ​ປ່ອຍ​ໂຕ ເພື່ອ​ເຫັນ​ແກ່ “ສັນຕິພາບ​
ແລະສະຖຽນ​ລະ​ພາບ” “ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ” ​ແລະ ຍ້ອນ “ເຫດຜົນ​ດ້ານ
ມະນຸດ​ສະ​ທຳ.”

XS
SM
MD
LG