ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ພັກ​ຝ່າຍ​ຄ້ານມຽນ​ມາ ​ຍິນ​ດີ​ທີ່ອາ​ຊຽນ ບໍ່​ໃຫ້ທະ​ຫານ ເຂົ້າ​ຮ່ວມກອງປະຊຸມສຸດຍອດ​ ແລະ​ຢາກ​ໃຫ້ເຊື້ອ​ເຊີນຕົວ​ເອງ​ເຂົ້າ​ຮ່ວມແທນ​


ພວກ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລັດ​ຖະ​ປະ​ຫານຖື​ປ້າຍ​ທີ່​ຂຽນ​ວ່າ "We Support NUG" "ພວກ​ເຮົາ​ສະ​ໜັບ​ສະ​ໜຸນ NUG" ຊຶ່ງໝາຍ​ເຖິງ 'ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ’ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າເດີນ​ຂະ​ບວນ​ໄປ​ຕາມ​ຖະ​ໜົນທີ່​ມີພວກ​ແມ່​ຄ້າ​ຂາຍ​ອາ​ຫານ​ສົດທີ່​ນະ​ຄອນ​ຢ່າງກ​ຸຸງ, 17 ພຶດ​ສະ​ພາ, 2021.
ພວກ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລັດ​ຖະ​ປະ​ຫານຖື​ປ້າຍ​ທີ່​ຂຽນ​ວ່າ "We Support NUG" "ພວກ​ເຮົາ​ສະ​ໜັບ​ສະ​ໜຸນ NUG" ຊຶ່ງໝາຍ​ເຖິງ 'ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ’ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າເດີນ​ຂະ​ບວນ​ໄປ​ຕາມ​ຖະ​ໜົນທີ່​ມີພວກ​ແມ່​ຄ້າ​ຂາຍ​ອາ​ຫານ​ສົດທີ່​ນະ​ຄອນ​ຢ່າງກ​ຸຸງ, 17 ພຶດ​ສະ​ພາ, 2021.

ລັດຖະບານເງົາຂອງມຽນມາ ທີ່ສ້າງຕັ້ງຂຶ້ນໂດຍຝ່າຍຕໍ່​ຕ້ານລັດ​ຖະ​ບານທະຫານ ທີ່ປົກຄອງປະເທດຢູ່ນີ້, ສະແດງຄວາມຍິນດີໃນວັນຈັນມື້ນີ້ຕໍ່ການຍົກເວັ້ນບໍ່​ໃຫ້ຜູ້ນຳລັດຖະບານທະຫານ, ທ່ານມິນ ອອງ​ ແລັງ (Min Aung Hlaing) ​ເຂົ້າ​ຮ່ວມກອງປະຊຸມສຸດຍອດລະດັບພາກພື້ນທີ່ຈະມາເຖິງນີ້ ແລະກ່າວວ່າ ມັນຄວນ ຈະເປັນຕົວແທນທີ່ມີ​ຄວາມຖືກຕ້ອງ, ອີງ​ຕາມ​ລາຍ​ງານຂອງ​ອົງ​ການຂ່າວ ຣອຍ​ເຕີ​ສ໌ (Reuters).

ຝ່າຍຄ້ານຍັງກ່າວວ່າ ຕົນຈະຮັບການເຊື້ອເຊີນ ໃຫ້ຕົວແທນມຽນມາ ທີ່ເປັນຜູ້​ອື່ນທີ່ມີ​ຄວາມເປັນກາງຢ່າງແທ້ຈິງໄປ​ແທນຕາມ​ການຕັດສິນໃຈໃນທ້າຍອາທິດຜ່ານ​ມາຂອງສະມາຄົມປະຊາຊາດເອ​ເຊຍຕາເວັນອອກສ່ຽງໃຕ້ຫລື ອາຊຽນ.

ອາຊຽນຈະເຊື້ອເຊີນຜູ້ຕາງໜ້າທີ່ບໍ່​ແມ່ນຝ່າຍການເມືອງ ຈາກມຽນມາໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດ ໃນວັນທີ 26-28 ຕຸລານີ້ ຊຶ່ງ​ເປັນການປະຕິເສດແບບບໍ່ເຄີຍມີມາກ່ອນ ຕໍ່ຜູ້ນຳທະຫານທີ່ຢູ່ເບື້ອງຫຼັງການກໍ່ລັດຖະປະຫານໂຄ່ນ​ລົ້ມລັດຖະບານທີ່ຖືກເລືອກຕັ້ງຂອງທ່ານນາງອອງຊານ ຊູຈີ ໃນວັນທີ 1 ກຸມ ພາຜ່ານ​ມາ.

ລັດຖະບານສາມັກຄີຊາດ ຫລື NUG ຂອງ​ຝ່າຍຄ້ານ ເຊິ່ງ​ຝ່າຍ​ທະ​ຫານບໍ່ຍອມ​ຮັບ​ວ່າ ເປັນລັດ​ຖະ​ບານ​ທີ່ຖືກກົດໝາຍນັ້ນ ກ່າວວ່າ ບຸກຄົນທີ່ບໍ່ແມ່ນຈາກ​ຝ່າຍການເມືອງທີ່ເຂົ້າຮ່ວມກອງປະຊຸມສຸດຍອດນັ້ນ ຈະຕ້ອງບໍ່ແມ່ນຕົວແທນຂອງລັດຖະບານທະຫານທີ່​ປອມ​ຕົວເຂົ້າ​ໄປ.

"ອາຊຽນບໍ່ໃຫ້ທ່ານມິນອອງ ແລັງ (Min Aung Hlaing) ເຂົ້າ​ຮ່ວມກອງ​ປະ​ຊຸມແມ່ນເປັນບາດກ້າວທີ່ສຳຄັນ, ແຕ່ພວກເຮົາຮ້ອງຂໍໃຫ້ເຂົາເຈົ້າຮັບຮູ້ພວກເຮົາວ່າເປັນຕົວແທນທີ່ຖືກ​ຕ້ອງ​ເໝາະສົມ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ດຣ. ຊາ​ຊາ (Sasa) ໂຄສົກຂອງ NUG.

ການຕັດສິນໃຈດັ່ງກ່າວ ແມ່ນເປັນບາດກ້າວທີ່ກ້າຫານແບບບໍ່​ເຄີຍ​ມີ​ມາ​ກ່ອນສໍາລັບກຸ່ມປະ​ເທດທີ່ລົງຄະແນນດ້ວຍຄວາມເປັນເອກະສັນກັນ, ເຊິ່ງມີປະເພນີທີ່ສະໜັບສະໜູນນະໂຍບາຍທີ່​ແນ​ໃສ່ການມີສ່ວນກ່ຽວ​ພັນ ແລະບໍ່ມີການແຊກແຊງກັນ.

ບຣູໄນ, ທີ່ປັດຈຸບັນເປັນປະທານຂອງ​ກຸ່ມ​ອາຊຽນ, ໄດ້ອອກຖະແຫຼງການສະບັບນຶ່ງໂດຍອ້າງເຖິງການຂາດຄວາມຄືບໜ້າໃນການ​ເດີນ​ຕາມແຜນທີ່ເສັ້ນທາງ ທີ່ລັດຖະບານທະຫານໄດ້ຕົກລົງກັບອາຊຽນໃນເດືອນເມສາຜ່ານ​ມາ ເພື່ອຟື້ນຟູ ສັນຕິພາບໃນມຽນມານັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG