ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບມຽນມາ ປະຕິເສດວ່າ ຕົນບໍ່ໄດ້ ກໍ່ກຳທຳເຂັນ ຕໍ່ຊາວໂຣຮິງຢາ


ພວກເຂົາຮ່ວມໂຮມຊຸມນຸມ ຖືທຸງຊາດ ແລະທຸງກອງທັບ ໃນການສະໜັບສະໜຸນກອງທັບ ແລະລັດຖະກອນ ຂອງປະເທດ ໃນວັນທີ 29 ຕຸລາ 2017.
ພວກເຂົາຮ່ວມໂຮມຊຸມນຸມ ຖືທຸງຊາດ ແລະທຸງກອງທັບ ໃນການສະໜັບສະໜຸນກອງທັບ ແລະລັດຖະກອນ ຂອງປະເທດ ໃນວັນທີ 29 ຕຸລາ 2017.

ລາຍງານຂອງກອງທັບມຽນມາ ທີ່ນຳອອກເຜີຍແຜ່ ໃນລະຫວ່າງທີ່ຄາດກັນວ່າ ລັດຖະ
ມົນຕີການຕ່າງປະເທດສະຫະລັດທ່ານ Rex Tillerson ຈະເດີນທາງໄປຢ້ຽມຢາມນັ້ນ
ກ່າວວ່າ ການສືບສວນພາຍໃນພົບວ່າບໍ່ມີຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າທະຫານ ຂອງຕົນໄດ້ລ່ວງລະເມີດສິດທິມະນຸດຕໍ່ຊາວມຸສລິມໂຣຮິງຢາ ທີ່ເປັນຊົນກຸ່ມນ້ອຍ.

ບັນດາກຸ່ມປົກປ້ອງສິດທິມະນຸດຂອງນາໆຊາດ ໄດ້ພາກັນປະນາມຢ່າງວ່ອງໄວຕໍ່ລາຍ ງານດັ່ງກ່າວ ຊຶ່ງກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານ ຕັ້ງຢູ່ນະຄອນນິວຢອກ ກ່າວປະນາມວ່າ ເປັນຄວາມພະຍາຍາມໂດຍກອງທັບມຽນມາ
ທີ່ຈະ “ລ້າງຄວາມຜິດ” ໃນອັນທີ່ກຸ່ມປົກປ້ອງສິດທິມະນຸດເວົ້າວ່າຮວມທັງການສັງຫານ
ໝູ່ ການກໍ່ຄວາມຮຸນແຮງທາງເພດ ການປຸ້ນສະດົມ ແລະການຈູດຢ້າວເຜົາເຮືອນ.

ພວກອົບພະຍົບໂຣຮິງຢາ ຍ່າງລົງຄ້ອຍ ທີ່ສູນອົບພະຍົບ Balukhali ໃກ້ເມືອງ Cox's Bazar ບັງກລາແດັສ. (4 ພະຈິກ 2017)​
ພວກອົບພະຍົບໂຣຮິງຢາ ຍ່າງລົງຄ້ອຍ ທີ່ສູນອົບພະຍົບ Balukhali ໃກ້ເມືອງ Cox's Bazar ບັງກລາແດັສ. (4 ພະຈິກ 2017)​

ມີການກ່າວຫາວ່າ ກອງທັບມຽນມາໄດ້ທຳການປຸກລະດົມກວດລ້າງໂດຍທຳລາຍບ້ານ
ຕ່າງໆ ອງຊາວໂຣຮິງຢາ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີປ້ອມຕຳຫຼວດໃນລັດຣາ
ໄຄນ໌ ທາງພາກຕາເວັນຕົກສຽງເໜືອຂອງປະເທດໂດຍພວກຫົວຮຸນແຮງຊາວໂຣຮິງຢາ ໃນເດືອນສິງຫາຜ່ານມາ. ການປຸກລະດົມກວາງລ້າງດັ່ງກ່າວ ໄດ້ພາໃຫ້ມີການຫລັ່ງໄຫຼ
ໜີ ຂອງຊາວໂຣຮິງຢາ 600,000 ຄົນເຂົ້າໄປໃນບັງກລາແດັສຊຶ່ງເປັນເພື່ອນບ້ານທີ່ໄດ້
ກ່າວຕໍ່ບັນດາກຸ່ມປົກປ້ອງສິດທິມະນຸດວ່າ ກຳລັງຮັກສາຄວາມປອດໄພລັດຖະບານໄດ້
ກໍ່ໂທດກຳຕ່າງໆທີ່ຮວມທັງການຍິງສັງຫານຢ່າງບໍ່ເລືອກໜ້າ ການຂົ່ມຂືນສຳເລົາ ແລະ
ການຈູດເຜົາໝູ່ບ້ານຕ່າງໆ

ອົງການສະຫະປະຊາຊາດກ່າວວ່າ ການກະທຳຂອງກຳລັງທະຫານມຽນມາຕາມ ທີ່ມີ
ລາຍງານນັ້ນເປັນ “ການກວດລ້າງຊົນຊາດຊົນເຜົ່າຢູ່ໃນປື້ມ.”

ແຕ່ລາຍງານທີ່ນຳອອກເຜີຍແຜ່ໃນແລງວັນຈັນວານນີ້ ກອງທັບມຽນມາກ່າວອ້າງວ່າ
ກຳລັງຂອງຕົນໄດ້ສັງຫານ “ພວກກໍ່ການຮ້າຍ” ໂຣຮິງຢາ 376 ຄົນໃນການສູ້ລົບກັບ
ພວກຫົວຮຸນແຮງດັ່ງກ່າວ ໂດຍປະຕິເສດ ຕໍ່ການກ່າວຫາໂດຍພວກອົບພະຍົບຊາວ
ໂຣຮິງຢາໃນບັງກລາແດັສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Rohingya in Myanmar
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG