ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສອງ​ປີ ຂອງ​ການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ທີ່​ນຳ​ພາ​ໂດຍ​ທະ​ຫານ


​ຜູ້​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສອງ​ປີ​ຂອງ​ການ​ກໍ່​ລັດ​ຖະ​ປະ​ຫານ​ທະ​ຫານ 2021 ຂອງ ມ​ຽນ​ມາ, ຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ໃນ​ ບາງກອກ, ປະ​ເທດ ໄທ, 1 ກຸມ​ພາ 2023.
​ຜູ້​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສອງ​ປີ​ຂອງ​ການ​ກໍ່​ລັດ​ຖະ​ປະ​ຫານ​ທະ​ຫານ 2021 ຂອງ ມ​ຽນ​ມາ, ຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ໃນ​ ບາງກອກ, ປະ​ເທດ ໄທ, 1 ກຸມ​ພາ 2023.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ ການ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ ຂອງ ມຽນ​ມາ ແມ່ນ​ກຳ​ລັງ​ເຂົ້າ​ຮ່ວມ​ໃນ​ການ​ປະ​ຕິ​ເສດກິ​ດ​ຈະ​ການ​ດ້ານ​ເສດ​ຖະ​ກິດ​ທັງ​ໝົດ​ໃນ​ວັນ​ພຸດມື້ນີ້ ເພື່ອ​ລະ​ນຶກ​ເຖິງວັນຄົບ​ຮອບ​ສອງ​ປີ​ຂອງ​ການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ໂດຍ​ທະ​ຫານ.

ບັນ​ດາ​ຜູ້​ນຳ​ທັງຫຼາຍ​ໄດ້​ຮຽກ​ຮ້ອງ​ພໍ່​ຄ້າ​ແມ່​ຄ້າ​ທັງຫຼາຍ​ໃຫ້​ປິດ​ຮ້ານ​ຂອງ​ເຂົາ​ເຈົ້າ ແລະປະ​ຊາ​ຊົນ​ໃຫ້​ຢູ່​ບ້ານ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ “ການ​ນັດ​ຢຸດ​ງານ​ງຽບ” ຕໍ່​ລັດ​ຖະ​ບານ​ທະ​ຫານ ຍ້ອນ​ການ​ຂັບ​ໄລ່​ທ່ານ​ນາງ ອອງ ຊານ ຊູ ຈີ ແລະ ລັດ​ຖະ​ບານ​ຂອງ​ທ່ານ​ນາງ ​ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ເມື່ອ​ວັນ​ທີ 1 ກຸມ​ພາ 2021 ທີ່​ຜ່ານ​ມາ. ຮູບ​ພາບ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຖະ​ໜົນ​ຕ່າງໆ​ໃນ​ນະ​ຄອນ ຢາງ​ກຸ້ງ, ເຊິ່ງ​ແມ່ນ​ເມືອງຫຼວງ​ດ້ານ​ການ​ຄ້າ​ຂອງ​ມຽນ​ມານັ້ນ, ເປົ່າ​ຫວ່າ​ງເປັນ​ສ່ວນ​ໃຫຍ່.

ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂອງ​ທ່ານ​ນາງ ຊູ ຈີ ໄດ້​ຊະ​ນະພັກ​ສະ​ຫະ​ພັນ​ເອກ​ກະ​ພາບ ແລະ ກາ​ນ​ພັດ​ທະ​ນາ​ ທີ່​ໄດ້​ຮັບ​ໜູນຫຼັງ ​ໂດຍ​ທະ​ຫານ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້​ງ​ທົ່ວ​ໄປ​ເມື່ອ​ເດືອນ​ພະ​ຈິກ 2020. ລັດ​ຖະ​ບານ​ທະ​ຫານ​ໄດ້​ອ້າງ​ວ່າ ມີການ​ສໍ້​ໂກງ​ການ​ເລືອກ​ຕັ້ງ​ຢ່າງ​ກວ້າງ​ຂວາງ​ ອັນ​ເປັນ​ເຫດ​ຜົນ​ຂອງ​ເຂົາ​ເຈົ້າ​ ສຳ​ລັບ​ການ​ໂຄ່ນ​ລົ້​ມ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ແລະ ເຮັດ​ໃຫ້​ຜົນ​ການ​ລົງຄະ​ແນນ​ເປັນ​ໂມ​ຄະ. ຄະ​ນະ​ກຳ​ມາ​ທິ​ການ​ການ​ເລືອກ​ຕັ້ງ ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຕ່າງໆ ກ່ອນ​ຖືກ​ຍຸບ​ໄປ.

ການ​ກໍ່​ລັດ​ຖະ​ປະ​ຫານ​ໄດ້​ນຳ​ໄປ​ສູ່​ການ​ປະ​ທ້ວງ​ ຕໍ່​ຕ້ານ​ລັດ​ຖະ​ບານ​ທ​ະ​ຫານ​ທົ່ວ​ມຽນ​ມາ​ໃນ​ທັນ​ທີ ທີ່​ໄດ້​ນຳ​ໄປ​ສູ່​ການ​ເສຍ​ຊີ​ວິດ​ ຂອງ​ພົນ​ລະ​ເຮືອນ ຫຼາຍກວ່າ 2,900 ຄົນ ແລະ ຫຼາຍກວ່າ 18,000 ຄົນ​ຖືກ​ຈັບ​ກຸມ​ດ້ວຍນ້ຳ​ມື​ຂອ​ງ​ທະ​ຫານ, ອີງ​ຕ​າມ​ອົງ​ການ​ການ​ຊ່ວຍ​ເຫຼືອ​ນັກ​ໂທດ​ການ​ເມືອງ, ເຊິ່ງ​ແມ່ນ​ກຸ່ມ​ຕິດ​ຕາມ​ອິດ​ສະຫຼະ. ຄວາມ​ວຸ້ນ​ວາຍ​ຍັງ​ໄດ້​ກາຍ​ເປັນ​ຄວາມ​ຂັດ​ແຍ້ງ​ທີ່​ຮຸນ​ແຮງ​ເຖິງ​ຊີ​ວິດ​ໃນ​ທ້ອງ​ຖິ່ນ ລະ​ຫວ່າງ​ທະ​ຫານ ແລະ ກອງ​ກຳ​ລັງ​ຕິດ​ອາ​ວຸດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ກຸ່ມ​ກະ​ບົດ​ຊົນ​ເຜົ່າຫຼາຍ​ກຸ່ມ ຜູ້​ທີ່​ໄດ້​ຕໍ່​ສູ້​ເພື່ອ​ການ​ປົກ​ຄອງ​ຕົນ​ເອງ​ມາຫຼາຍ​ທົດ​ສະ​ວັດ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ທີ່​ຖືກ​ເລືອກ ຜູ້​ທີ່​ຖືກ​ຫ້າມ​ຈາກ​ການ​ເຂົ້າ​ກຳ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າຫຼັງ​ຈາກ​ການ​ກໍ່​ລັດ​ຖະ​ປະ​ຫານ ​ເມື່ອ​ປີ 2021 ທີ່​ຜ່ານ​ມາ​ໄດ້​ຕັ້ງ​ລັດ​ຖະ​ບານ​ເງົາ​ຂຶ້ນມາ​ທີ່ເອີ້ນ​ວ່າ, ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດ, ເຊິ່ງ​ໄດ້​ຮຽກ​ຮ້ອງໃຫ້​ລຸກ​ຂຶ້ນ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ​ທົ່ວ​ປະ​ເທດ. ທ່ານ​ນາງ ຊູ ຈີ, ຜູ້​ທີ່​ໄດ້​ນຳ​ໜ້າ​ລັດ​ຖະ​ບານ​ພົນ​ລະ​ເຮືອນ​ໃນ​ຖາ​ນະ​ທີ່​ປຶກ​ສາ​ລັດ, ແມ່ນ​ກຳ​ລັງ​ຖືກ​ຂັງ​ຄຸກ​ລວມ​ທັງ​ໝົດ 33 ປີ ຫຼັງ​ຈາກ​ການ​ຕັດ​ສິນ​ໂທດ​ທ່ານ​ນາງ​ ໃນ​ການ​ດຳ​ເນີນ​ຄະ​ດີຫຼາຍ​ຄັ້ງ ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ ທີ່​ຖືກ​ຕັ້ງຂຶ້ນ​ມາ ຕໍ່​ທ່ານ​ນາງ​ໂດຍ​ທະ​ຫານ.

ລັດ​ຖະ​ບານ​ທະ​ຫານ​ແມ່ນ​ຄາດ​ວ່າ ​ຈະ​ປະ​ກາດ​ໃນ​ວັນ​ພຸດມື້ນີ້ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ຈະ​ຕໍ່​ເວ​ລາ​ພາ​ວະ​ສຸກ​ເສີນ​ອອກ​ໄປ​ອີກ​ຫຼືບໍ່ ຫຼື ດຳ​ເນີນ​ໄປ​ໜ້າ​ກັບ​ແຜນ​ການ​ທີ່​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ນີ້, ເຊິ່ງ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້​ກ່າວ​ປະ​ນາມ​ວ່າ ເປັນ​ແຜນ​ການຫຼອກ​ລວງ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG