ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານທະຫານ ມຽນມາ ຄາດວ່າຈະເຂົ້າຫາ ຈີນ ຖ້າປະເທດຕາເວັນຕົກ ໃຊ້ມາດຕະການໜັກ


ຜູ້ບັນຊາການກອງທັບ ມຽນມາ ແລະ ຕອນນີ້ແມ່ນຜູ້ນຳຄົນໃໝ່ຂອງປະເທດ ນາຍພົນ ມິນ ອອງ ແລງ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້, ຖ່າຍຮູບນຳກັນໃນລະຫວ່າງກອງປະຊຸມຢູ່ນະຄອນຫຼວງ ເນປີດໍ, ມຽນມາ. 12 ມັງກອນ, 2021. (Myanmar Military Information Team via AP)
ຜູ້ບັນຊາການກອງທັບ ມຽນມາ ແລະ ຕອນນີ້ແມ່ນຜູ້ນຳຄົນໃໝ່ຂອງປະເທດ ນາຍພົນ ມິນ ອອງ ແລງ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້, ຖ່າຍຮູບນຳກັນໃນລະຫວ່າງກອງປະຊຸມຢູ່ນະຄອນຫຼວງ ເນປີດໍ, ມຽນມາ. 12 ມັງກອນ, 2021. (Myanmar Military Information Team via AP)

ລັດຖະບານທະຫານທີ່ໄດ້ຍຶດອຳນາດໃນ ມຽນມາ ຈະເຂົ້າກັນໄດ້ດີກັບປະເທດຜະເດັດການ ຈີນ ທີ່ຢູ່ໃກ້ຄຽງໃນໄລຍະຍາວ ແລະ ໃກ້ຊິດກັນຫຼາຍຂຶ້ນ, ເຖິງແມ່ນຈະມີຄວາມບໍ່ໄວ້ວາງໃຈກັນໃນປະ ຫວັດສາດກໍຕາມ, ຖ້າມາດຕະການລົງໂທດຂອງສາກົນຫາກແຍກປ່ຽວປະເທດໃນເອເຊຍຕາເວັນອອກສຽງໃຕ້ນັ້ນອອກຈາກມະຫາອຳນາດໂລກ, ອີງຕາມການກ່າວຂອງບັນດານັກວິຊາການ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ກອງທັບ ມຽນມາ ໄດ້ເຂົ້າຄວບຄຸມປະເທດໃນວັນຈັນທີ່ຜ່ານມາ ແລະ ໄດ້ປະກາດພາວະສຸກເສີນຕະຫຼອດນຶ່ງປີ. ຜູ້ນຳພົນລະເຮືອນທີ່ແທ້ຈິງຂອງປະເທດ ທ່ານນາງ ອອງ ຊານ ຊູ ຈີ, ເຈົ້າຂອງລາງ ວັນ ໂນເບລ, ໄດ້ຖືກຄວບຄຸມຕົວໃນການປ່ຽນແປງອຳນາດດັ່ງກ່າວ, ຈົນກໍ່ໃຫ້ເກີດການກ່າວປະ ນາມຈາກບັນດາ ລັດຖະບານຕາເວັນຕົກ.

ຈີນ ອາດຈະບໍ່ສະດວກສະບາຍ ໃນການເຮັດວຽກກັບຜູ້ນຳ ມຽນມາ ຄົນໃໝ່ ທ່ານ ມິນ ອອງ ແລງ ໃນຕອນທຳອິດ ຍ້ອນຄວາມບໍ່ພໍໃຈທາງທະຫານ ກ່ຽວກັບ ການມີສ່ວນຮ່ວມຂອງ ຈີນ ໃນເຂື່ອນໄຟຟ້າທີ່ຕອນນີ້ໄດ້ຖືກຢຸດໄປ, ການຂົນສົ່ງແກັສທຳມະຊາດຂ້າມເຂດຊາຍແດນຂອງ ມຽນມາ ແລະ ອິດທິພົນອື່ນໆ ກ່ຽວກັບ ເສດຖະກິດໃນ 20 ປີທີ່ຜ່ານມາ, ອີງຕາມການກ່າວຂອງທ່ານ ທິຕິນັນ ພົງສຸດທິຣັກ, ອາຈານສອນທີ່ຄະນະລັດຖະສາດ ຢູ່ມະຫາວິທະຍາໄລ ຈຸລາລົງກອນ ໃນ ບາງກອກ.

ອາຈານຄົນດັ່ງກ່າວ ໄດ້ເວົ້າວ່າ ສອງຝ່າຍທີ່ວ່ານັ້ນໃນທີ່ສຸດຈະກ້າວໄປໜ້າ, ເພາະວ່າບໍ່ຄືກັບບັນ ດາປະເທດຕາເວັນຕົກ, ລັດຖະບານຄອມມູນິສຂອງ ຈີນ ຮູ້ສຶກວ່າມັນບໍ່ມີຄວາມກົດດັນພາຍໃນປະເທດທີ່ຈະກ່າວປະນາມລັດຜະເດັດການອີກແຫ່ງນຶ່ງ.

ທ່ານໄດ້ກ່າວວ່າ “ຈີນ ແມ່ນເພື່ອນທີ່ຈະຢູ່ກັບເຈົ້າບໍ່ວ່າຈະເກີດຫຍັງຂຶ້ນ, ແລະ ເຈົ້າກໍຈະສາມາດເຫັນໄດ້ ເວລາທີ່ປະເທດຕ່າງໆຫັນໄປເປັນຜະເດັດການ, ຄືທີ່ ມຽນມາ ຫາກໍ່ໄດ້ເຮັດໃນອາທິດນີ້. ມັນເປັນຄວາມໄດ້ປຽບຕໍ່ ຈີນ ເພາະວ່າ ຈີນ ບໍ່ໄດ້ມີຄວາມຮີບເລັ່ງທາງການທູດ ແລະ ເງື່ອນໄຂ ກ່ຽວ ກັບ ການປົກຄອງພາຍໃນປະເທດ, ສະນັ້ນມັນສາມາດເປັນລະບອບການປົກຄອງແບບໃດກໍໄດ້ ແລະ ຈີນ ກໍພໍໃຈກັບມັນ.”

ໃນ ປັກກິ່ງ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ຫວັງ ເວັນບິນ ໄດ້ກ່າວໃນວັນຈັນທີ່ຜ່ານມາ ລັດຖະບານຂອງທ່ານຍັງພະຍາຍາມທີ່ຈະເຂົ້າໃຈ ກ່ຽວກັບ “ສະຖານະການ” ໃນ ມຽນມາ. ຈີນ ແມ່ນເພື່ອນບ້ານທີ່ເປັນມິດຂອງ ມຽນມາ,” ທ່ານຫວັງໄດ້ກ່າວດັ່ງທີ່ໄດ້ຢໍ້າໃນເວັບໄຊ້ຂອງກະຊວງ ແລະ ພວກ ເຮົາຫວັງວ່າທຸກພັກຝ່າຍໃນ ມຽນມາ ຈະສາມາດລະງັບຄວາມຂັດແຍ້ງ ແລະ ຮັກສາຄວາມໝັ້ນຄົງທາງສັງຄົມ ແລະ ການເມືອງດ້ວຍການໃຊ້ລັດຖະທຳ ມະນູນ ແລະ ກົດໝາຍ.

ການຍຶດອຳນາດໂດຍກອງທັບໄດ້ເກີດມາຈາກການເລືອກຕັ້ງສະພາແຫ່ງຊາດໃນເດືອນພະຈິກປີກາຍນີ້. ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕທີ່ປົກຄອງປະເທດໃນເວລານັ້ນໄດ້ຊະນະພັກສະຫະພັນຄວາມສາມັກຄີ ແລະ ການພັດທະນາທີ່ໄດ້ຮັບການໜູນຫຼັງໂດຍກອງທັບຢ່າງຖ້ວມລົ້ນ. ກອງທັບດັ່ງກ່າວ, ເຊິ່ງໄດ້ປົກຄອງ ມຽນມາ ເປັນເວລາເກືອບ 50 ປີກ່ອນທີ່ລັດຖະບານປະຊາທິປະ ໄຕຊຸດທຳອິດໄດ້ກຳເນີດຂຶ້ນຫຼັງຈາກປີ 2011 ພາຍໃຕ້ທ່ານນາງ ອອງ ຊານ ຊູ ຈີ ນັ້ນ, ໄດ້ຍົກເອົາການກ່າວຫາ ກ່ຽວກັບ ການສໍ້ໂກງການເລືອກຕັ້ງຂຶ້ນມາ.

ໂດຍພື້ນຖານແລ້ວ ຈີນ ແລະ ມຽນມາ ແມ່ນເປັນມິດກັນກ່ອນເຫດການຄັ້ງຫຼ້າສຸດນີ້, ແຕ່ແນວໃດກໍ ຕາມ ມຽນມາ ໄດ້ມຸ່ງຫາສາຍພົວພັນທີ່ແຂງແກ່ນກວ່າເກົ່າກັບ ຍີ່ປຸ່ນ ແລະ ປະເທດຕາເວັນຕົກ ໃນຂະນະດຽວກັນຫຼົບຫຼີກອິດທິພົນຂອງ ຈີນ.

ໃນວັນຈັນທີ່ຜ່ານມາ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະຕິຍານທີ່ຈະເອົາ “ມາດຕະການທີ່ເໝາະສົມ” ແລະ ທົບທວນມາດຕະການລົງໂທດທີ່ເປັນໄປໄດ້ຕໍ່ ມຽນມາ. ອອສເຕຣເລຍ, ອັງກິດ, ສະຫະພາບ ຢູໂຣບ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ ກໍໄດ້ສະແດງຄວາມເປັນຫ່ວງຂອງເຂົາເຈົ້າເອງໃນອາທິດນີ້ ກ່ຽວກັບ ຄວາມໝັ້ນຄົງຂອງປະເທດໃນເອເຊຍຕາເວັນອອກສຽງໃຕ້ນັ້ນ.

ມີແຕ່ລັດຖະບານປະເທດຕາເວັນຕົກຮູ້ສຶກ “ຢາກໃຫ້ ມຽນມາ ມີປະຊາທິປະໄຕຢ່າງແຮງ”, ອີງຕາມການກ່າວຂອງທ່ານ ໂອ ເອ ຊັນ, ຜູ້ຊ່ຽວຊານອາວຸໂສທີ່ມີຄວາມຊຳນານ ກ່ຽວກັບ ເອເຊຍຕາເວັນອອກສຽງໃຕ້ ຢູ່ສະຖາບັນການຕ່າງປະເທດ ສິງກະໂປ.

ຖ້າປະເທດຕາເວັນຕົກວາງມາດຕະການລົງໂທດທີ່ຮຸນແຮງ, “ກອງທັບ ມຽນມາ ອອກຈະບໍ່ມີທາງເລືອກແຕ່ຫັນໄປຫາ ຈີນ”, ອີງຕາມການກ່າວຂອງທ່ານ ທິຕິນັນ. ການໂດດດ່ຽວທາງການທູດ ແລະ ຄວາມກະຫາຍການລົງທຶນ ຈາກຕ່າງ ປະເທດ ເພື່ອກະຕຸ້ນເສດຖະກິດ ທີ່ທຸກຍາກຂອງປະ ເທດຈະຜັກດັນ ມຽນມາ ໄປຫາ ຈີນ, ອີງຕາມການກ່າວຂອງບັນດານັກວິເຄາະ.

ຈີນ ໄດ້ກາຍເປັນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງ ມຽນມາ ໃນປີ 2011, ແທນທີ່ປະເທດ ໄທ, ດ້ວຍ ການນຳເຂົ້າ ແລະ ສົ່ງອອກມູນຄ່າ 5.3 ຕື້ໂດລາໃນປີນັ້ນ. ຈີນ ສ່ວນໃຫຍ່ຈະຂົນສົ່ງວັດຖຸດິບ ແລະ ອຸປະກອນສຳລັບໂຄງການລົງ ທຶນ, ໃນຂະນະທີ່ ມຽນມາ ຈະສົ່ງແຮ່ທາດໄປ ຈີນ. ເຂດແຊາຍແດນທີ່ມີພື້ນທີ່ 2,200 ກິໂລແມັດຈະອຳນວຍຄວາມສະດວກໃຫ້ການຄ້າຂອງເຂົາເຈົ້າ.

ທ່ານ ຮວາງ ເວໂບ, ຮອງອະທິການບໍດີຂອງວິທະຍາໄລການຕ່າງປະເທດ ຢູ່ມະຫາວິທະຍາໄລແຫ່ງຊາດ ເຈັງຈີ ໃນນະຄອນຫຼວງ ໄທເປ ກ່າວວ່າ “ຕໍ່ໄປຫຼັງຈາກການກໍ່ລັດຖະປະຫານນີ້ ພວກເຮົາຕ້ອງເບິ່ງວິທີທີ່ລັດຖະບານທະຫານຮັບມືກັບສາຍພົວພັນກັບ ສະຫະລັດ. ໂດຍສະເພາະຖ້າຫາກ ສະຫະລັດ ເພີ່ມຄວາມກົດດັນຕໍ່ ມຽນມາ, ແລ້ວລັດຖະບານທະຫານແນ່ນອນກໍຈະຄິດຫາວິທີເຂົ້າຫາ ປັກກິ່ງ ແລະ ຮັດແໜ້ນສາຍພົວພັນ.”

ບັນດານັກວິເຄາະເຊື່ອວ່າ, ແມ່ນກະທັ້ງປາສະຈາກມາດຕະການລົງໂທດ, ສາຍພົວພັນທາງການເມືອງ, ການຄ້າ ແລະ ການລົງທຶນໃນປັດຈຸບັນນີ້ຄົງຈະເຮັດໃຫ້ແນວທາງໃນປັດຈຸບັນນີ້ ເປັນຄືເກົ່າ. ມຽນມາ ຕ້ອງການການຊ່ວຍເຫຼືອພັດທະນາເສດຖະກິດເພື່ອຫຼຸດຜ່ອນຄວາມທຸກຍາກ. ຈີນ ນັບ ມຽນມາ ເປັນນຶ່ງໃນເຄືອຄ່າຍຂອງປະເທດຢູ່ອ້ອມເຂດ ເອເຊຍຢູໂຣບ ບ່ອນທີ່ເຂົາເຈົ້າ ກຳລັງສ້າງ ພື້ນຖານໂຄງລ່າງເພື່ອເປີດເສັ້ນທາງການຄ້າ.

ທ່ານ ອາລິສແຕ ຄຸກ, ນັກວິໄຈອາວຸໂສຈາກໂຮງຮຽນການສຶກສາສາກົນ ເອັສ ຣາຈານັດນຳ (S. Rajaratnam) ກ່າວວ່າ “ຈີນ ຍັງຄົງຈະເປັນຄູ່ຮ່ວມທາງເສດຖະກິດທີ່ສຳຄັນ ເພາະວ່າເຂົາເຈົ້າມີເຂດຊາຍແດນທີ່ຍາວທີ່ສຸດ ແລະ ເຂົາເຈົ້າກໍມີການລົງທຶນທີ່ໃຫຍ່ທີ່ສຸດ.”

ເວລາທີ່ລັດຖະມົນຕີການຕ່າງປະເທດຂອງ ຈີນ ໄດ້ຢ້ຽມຢາມນາຍພົນ ມິນ ອອງ ແລງ, ທີ່ຕອນນີ້ໄດ້ເປັນຜູ້ນຳກອງທັບນັ້ນ, ທ່ານໄດ້ລະບຸວ່າ ຈີນ “ຈະສືບ ຕໍ່ໃຫ້ການໜູນຫຼັງ ມຽນມາ ໃນການປ້ອງກັນ ອຳນາດອະທິປະໄຕຂອງເຂົາເຈົ້າ, ກຽດສັກສີແຫ່ງຊາດ ແລະ ສິດທິທີ່ຖືກຕ້ອງຕາມກົດໝາຍ ແລະ ຜົນປະໂຫຍດ” ໃນເສັ້ນທາງການພັດທະນາທີ່ເໝາະສົມກັບສະຖານະພາບໃນປະເທດຂອງເຂົາ ເຈົ້າ.”

ແຕ່ສາຍພົວພັນຂອງລັດຖະບານທະຫານ ມຽນມາ ກັບ ຈີນ ຈະຈາງຫາຍໄປຖ້າບັນຫາເຂດຊາຍ ແດນຮ້າຍແຮງຂຶ້ນພາຍໃຕ້ການປາບປາມທາງທະຫານໃດໆ.

ຕົວຢ່າງ, ທັງສອງຝ່າຍແມ່ນກຳລັງດີ້ນຮົນກັບສະຖານທີ່ການພະນັນໃໝ່ຫຼາຍ ແຫ່ງ ທີ່ຕັ້ງຢູ່ໃນ ມຽນ ມາ, ແຕ່ຖືກໃຊ້ຢ່າງຫຼວງຫຼາຍໂດຍຄົນ ຈີນ ທີ່ຢູ່ຂ້າມຟາກຂອງຊາຍແດນ ແລະ ເປັນທີ່ຮູ້ຈັກສຳລັບການກຳເນີດຂອງອາຊະຍາກຳ. ຈີນ ແມ່ນກຳລັງສ້າງຮົ້ວຊາຍແດນເພື່ອຫຼຸດຜ່ອນບັນຫານັ້ນ.

ການສິ້ນສຸດການຢຸດຍິງ ທີ່ແຕກຫັກໄດ້ງ່າຍລະຫວ່າງ ກອງກຳລັງລັດຖະບານ ມຽນມາ ແລະ ກຸ່ມຊົນເຜົ່າຕິດອາວຸດທີ່ອາໄສຢູ່ໃກ້ ຈີນ ນັ້ນອາດຈະສືບຕໍ່ມີອິດທິພົນ “ຕໍ່ສາຍພົວພັນຂອງ ຈີນ” ກັບລັດຖະບານທະຫານໃໝ່ ຖ້າປະຊາຊົນເລີ່ມຫຼັ່ງໄຫຼຂ້າມເຂດຊາຍແດນ, ອີງຕາມການກ່າວຂອງທ່ານ ຄຸກ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG