ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານທະຫານ ມຽນມາ ຂະຫຍາຍ ກົດໄອຍະການເສິກ ໃນນະຄອນ ຢ່າງກຸ້ງ


ຜູ້ປະທ້ວງແລ່ນໜີຈາກແກັສນໍ້າຕາ ທີ່ຖືກຍິງໂດຍກອງກຳລັງຮັກສາຄວາມປອດໄພ, ໃນຂະນະທີ່ບາງຄົນສີດຖັງດັບໄຟ ຢູ່ທາງຂ້າງສິ່ງກີດຂວາງທີ່ຖືກຕັ້ງຂຶ້ນໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານທະຫານໃນນະເມືອງ ແມນດາເລ. 15 ມີນາ, 2021.
ຜູ້ປະທ້ວງແລ່ນໜີຈາກແກັສນໍ້າຕາ ທີ່ຖືກຍິງໂດຍກອງກຳລັງຮັກສາຄວາມປອດໄພ, ໃນຂະນະທີ່ບາງຄົນສີດຖັງດັບໄຟ ຢູ່ທາງຂ້າງສິ່ງກີດຂວາງທີ່ຖືກຕັ້ງຂຶ້ນໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານທະຫານໃນນະເມືອງ ແມນດາເລ. 15 ມີນາ, 2021.

ພວກເຈົ້າໜ້າທີ່ໃນ ມຽນມາ ໄດ້ຂະຫຍາຍກົດໄອຍະການເສິກໄປຂົງເຂດອື່ນໆຂອງຕົວເມືອງທີ່ສຳ ຄັນຂອງນະຄອນ ຢ່າງກຸ້ງ ໃນວັນຈັນວານນີ້ ທ່າມກາງການລາຍງານຕ່າງໆ ກ່ຽວກັບ ຜູ້ປະທ້ວງຖືກຂ້າຕາຍໂດຍກອງກຳລັງຮັກສາຄວາມປອດໄພ.

ກຸ່ມສະໜັບສະໜູນຊື່ວ່າ ສະມາຄົມການຊ່ວຍເຫຼືອນັກໂທດການເມືອງ ຫຼື AAPP, ເຊິ່ງໄດ້ທຳການຕິດຕາມຄວາມຮຸນແຮງນັ້ນ, ໄດ້ກ່າວວ່າຢ່າງໜ້ອຍ 20 ຖືກຂ້າຕາຍໃນວັນຈັນວານນີ້ ໃນການຍິງປືນໂດຍກອງກຳລັງຮັກສາຄວາມປອດໄພ.

ໂທລະພາບຂ່າວລັດຖະບານ MRTV ໄດ້ປະກາດວ່າເມືອງ ດາກອນເໜືອ, ດາກອນໃຕ້, ດາກອນ ເຊັກການ ແລະ ອົກກາລາປາເໜືອ ແມ່ນໄດ້ຢູ່ພາຍໃຕ້ກົດໄອຍະການເສິກ ລຸນຫລັງການປະທ້ວງທີ່ຮ້າຍແຮງໃນທ້າຍອາທິດທີ່ຜ່ານມາ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂທນີໂອ ກູເຕເຣສ ໄດ້ກ່າວໃນ ວັນຈັນວານນີ້ວ່າທ່ານ “ຕົກໃຈກັບຄວາມຮຸນແຮງທີ່ເພີ່ມຂຶ້ນໃນ ມຽນມາ ດ້ວຍຝີມືຂອງກອງທັບຂອງປະເທດ,” ອີງຕາມການກ່າວຂອງໂຄສົກຂອງທ່ານ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ ຈາລີນາ ພໍເຕີ ໄດ້ກ່າວໃນວັນຈັນວານນີ້ວ່າ ຄວາມຮຸນແຮງຕໍ່ຜູ້ປະທ້ວງແມ່ນ “ຜິດສິນທຳ ແລະ ໂຕ້ແຍ້ງບໍ່ໄດ້.”

ໃນຕອນເດິກຂອງວັນອາທິດທີ່ຜ່ານມາ ບັນດາເຈົ້າໜ້າທີ່ໄດ້ປະກາດກົດໄອຍະການເສິກ ໃສ່ເມືອງ ລາທະຍາ, ເຊິ່ງແມ່ນເຂດຊານເມືອງຂອງນະຄອນຢ່າງກຸ້ງ ຕົວເມືອງໃຫຍ່ສຸດຂອງ ມຽນມາ ນັ້ນ, ຫຼັງຈາກໂຮງງານທີ່ ຈີນ ເປັນເຈົ້າຂອງຫຼາຍແຫ່ງໄດ້ຖືກຈູດ ແລະ ປະຊາຊົນປະມານ 2,000 ໄດ້ຢຸດລົງດັບເພີງບໍ່ໃຫ້ເຂົ້າໄປຫາຕຶກຕ່າງໆນັ້ນ, ອີງຕາມອົງການຂ່າວ ຣອຍເຕີ, ທີ່ໄດ້ອ້າງເຖິງໂທລະ ພາບ ມີຢາວາດດີ ຂອງທະຫານ. ຈີນ ຖືກພິຈາລະນາວ່າໃຫ້ການສະ ໜັບສະນູນແກ່ລັດຖະບານ ທະຫານ ມຽນມາ.

ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ສາວ ລີຈຽນ ໄດ້ຕອບໂຕ້ຕໍ່ການໂຈມຕີຕໍ່ໂຮງງານຕ່າງໆ ຂອງວັນອາທິດທີ່ຜ່ານມາໃນລະຫວ່າງກອງປະຊຸມລາຍງານທົ່ວໄປໃນວັນຈັນວານນີ້.

ທ່ານໄດ້ກ່າວວ່າ “ການຈູດ ແລະ ປຸ້ນສະດົມບໍລິສັດຂອງ ຈີນ ແມ່ນສິ່ງທີ່ໜ້າລັງກຽດຫຼາຍ. ພວກເຮົາຫວັງວ່າຝ່າຍ ມຽນມາ ຈະເອົາມາດຕະການທີ່ໜັກແໜ້ນ ເພື່ອປົກປ້ອງຄວາມປອດໄພຂອງປະຊາ ຊົນ ຈີນ ໃນ ມຽນມາ. ບູລິມະ ສິດສູງສຸດກໍແມ່ນເພື່ອປ້ອງກັນການເກີດຂຶ້ນຂອງຄວາມຂັດແຍ້ງທີ່ນອງເລືອດຄັ້ງໃໝ່ ແລະ ບັນລຸການຜ່ອນຄາຍສະຖານະການໃຫ້ໄວເທົ່າທີ່ຈະໄວໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG