ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວ​ໜ້າ​ຂອງ​ລັດ​ຖະ​ບານ​ທະ​ຫານ​ ມຽນ​ມາ ຈະ​ຕໍ່​ພາ​ວະ​ສຸກ​ເສີນ​ຢູ່​ໃນ​ປະ​ເທດ​ອອກ​ໄປອີກ​ຫົກ​ເດືອນ


ສັນ​ຊາດ​ມຽນ​ມາ​ຄົນ​ນຶ່ງ ຢູ່​ໃນ​ປະ​ເທດ​ໄທ ຖື​ຮູບນາຍ​ພົນ​ອະ​ວຸ​ໂສ ທ່ານມິນ ອອງ ແລງ ຫົວ​ໜ້າ​ສະ​ພາ​ທະ​ທານ ໃນ​ຂະ​ນະ​ທີ່​ປະ​ທ້ວ​ງຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ໃນ​ບາງກອ​ກ ວັນ​ທີ 26 ກໍ​ລະ​ກົດ 2022.
ສັນ​ຊາດ​ມຽນ​ມາ​ຄົນ​ນຶ່ງ ຢູ່​ໃນ​ປະ​ເທດ​ໄທ ຖື​ຮູບນາຍ​ພົນ​ອະ​ວຸ​ໂສ ທ່ານມິນ ອອງ ແລງ ຫົວ​ໜ້າ​ສະ​ພາ​ທະ​ທານ ໃນ​ຂະ​ນະ​ທີ່​ປະ​ທ້ວ​ງຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ໃນ​ບາງກອ​ກ ວັນ​ທີ 26 ກໍ​ລະ​ກົດ 2022.

ຫົວ​ໜ້​າຂອງ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ຈະ​ຕໍ່​ກົດ​ລະ​ບຽບພາ​ວະ​ສຸກ​ເສີນ​ອອກ​ໄປອີກ 6 ເດືອນ ອີງ​ຕາມ​ສື່ມວນ​ຊົນ​ລັດ​ຖະ​ບານ.

​ຫົວ​ໜ້າ​ຂອງ​ລັດ​ຖະ​ບານ​ທະ​ຫານ​ ມຽນ​ມາ ນາ​ຍ​ພົນ ​ມິນ ອອງ ແ​ລງ ​ຈະ​ຕໍ່​ພາ​ວະ​ສຸກ​ເສີນ​ຢູ່​ໃນ​ປະ​ເທດ​ອອກ​ໄປ​ເປັນ​ເວ​ລາ​ຫົກ​ເດືອນ ອີງ​ຕາມ​ກາ​ນ​ກ່າວ​ຂອງສື່ມວນ​ຊົນ​ລັດຖະ​ບານໃນ​ວັນ​ຈັນ​ມື້​ນີ້, ຊຶ່ງ​ລາຍ​ງານ​ວ່າ ກະ​ຊວງ​ປ້ອງ​ກັນ​ ປະ​ເທດ​ຂອງລັດ​ຖະ​ບານ​ທະ​ຫານ ແລະ​ສະ​ພາ​ຮັກ​ສາ​ຄວາ​ມ​ປອດ​ໄພ​ໄດ້​ໃຫ້​ການ​ອະ​ນຸ​ມັດ.

​ທຳ​ອິ​ດ​ລັດ​ຖະ​ບານທະ​ຫານ​ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ ຫລັງຈາກໄດ້​ຍຶດອຳ​ນາດ​ຈາກລັດ​ຖະ​ບານ​ທີ່​ຖືກ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ອອງ ຊານ ຊູ ຈີ ໃນ​ກ​ານກໍ​ລັດ​ຖະ​ປະ​ຫານ​ເມື່ອເດືອນ​ກຸມ​ພາ ປີ​ກາຍ​ນີ້.

​ອົງ​ການ​ຂ່າວ the Global New Light of Myanmar ໄດ້​ລາຍ​ງານ​ວ່າ “ບັນ​ດາ​ສະ​ມາ​ຊິກ​ສ​ະ​ພາ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ເຫັນ​ພ້ອມກັນ​ຢ່າງ​ເປັນ​ເອກ​ກະ​ສັນ ເພື່ອສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີການຕໍ່ເວ​ລາຂອງ​ພາ​ວະ​ສຸກ​ເສີນ​ອອກ​ໄປ​ອີກຫົກ​ເດືອນ.

​ໜັງ​ສື​ພິມ​ໄດ້​ອ້າງ​ຄຳ​ເວົ້າ​ຂອງນາ​ຍ​ພົນ ​ມິນ ອອງ ແ​ລງ ​ວ່າ “ຢູ່ໃນ​ປະ​ເທດ​ຂອງ​ພວກ​ເຮົາ ພວກ​ເຮົາ​ຕ້ອງ​ສື​ບ​ຕໍ່​ເສີມ​ຂະ​ຫຍາຍລະ​ບົບປະ​ຊາ​ທິ​ປະ​ໄຕຫຼາຍ​ພັກ ຢ່າງແທ້ຈິງ ແລະ ຢ່າງ​ເຄັ່ງ​ຄັດ” ​ຊຶ່ງ​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ.”

​ມ​ຽນ​ມາ​ໄດ້​ຢູ່ຄວາມ​ວຸ້ນ​ວາຍ​ນັບ​ແຕ່​ການ​ກໍ​ລັດ​ຖະ​ປະ​ຫານ, ​ດ້ວຍ​ການຂັດ​ແຍ້ງ​ໄດ້ແຜ່​ລາມ​ໄປ​ທົ່ວ​ປະ​ເທດ​ໃນເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ ຫລັງ​ຈາກກອງ​ທັບ​ບົກໄດ້​ທັບ​ມ້າງ​ການ​ປະ​ທ້ວງທີ່ສ່ວນ​ໃຫຍ່​ມີ​ຄວາມ​ສະ​ຫງົບ​ຢູ່​ໃນ ​ບັນ​ດາ​ໂຕເມືອງ​ຕ່າງໆ.​

ລັດ​ຖະ​ບານທະ​ຫານ​ໄດ້ກ່າວ​ວ່າ ຕົນ​ໄດ້​ຍຶດອຳ​ນາດ ເພ​າະ​ວ່າມີ​ການສໍ້​ໂກງ​ການ​ລົງ​ຄະ​ແນນ​ສຽງໃນການ​ເລືອກ ​ຕັ້ງທົ່ວ​ໄປເມື່ອ​ເດືອນ​ພະ​ຈິກປີ 2020 ​ທີ່​ໄດ້​ຊະ​ນະ​ຢ່າງ​ງ່າຍ​ດາຍໂດຍ​ພັກ​ຂອງທ່ານ​ນາງ ອອງ ຊານ ຊູ ຈີ ຜູ້ທີ່​ໄດ້​ ຮັ​ບ​ລາງວັນ​ໂນ​ແບ​ລ. ​ບັນ​ດາ​ກຸ່ມ​ສັງ​ເກດ​ການການ​ເລືອກ​ຕັ້ງ​ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ການ​ສໍ້​ໂກງ​ຢ່າງກວ້າງ​ຂວາງ.

​ກອງ​ທັບ​ໄດ້ສັນ​ຍາ​ວ່າ​ຈະ​ຈັດ​ການ​ເລືອກ​ຕັ້ງ​ໃໝ່ໃນ​ເດືອນ​ສິງ​ຫາ​ປີ 2023 ແນວ​ໃດ​ກໍ່​ຕາມຕາ​ຕະ​ລາງ​ການ​ຈັດ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ແມ່ນ​ໄດ້​ຜ່ານ​ໄປ​ຢ່າງ​ວ່ອງ​ໄວ ແລະ​ ບັນ​ດາ​ຄູ່​ແຂ່ງບໍ່​ເຊື່ອ​ວ່າການ​ເລືອກ​ຕັ້ງ​ທີ່​ໄດ້​ວາງ​ແຜນໄວ້ຈະ​ເສ​ລີ ແລະເປັນ​ທຳ.

The head of Myanmar's junta, Min Aung Hlaing, will extend the state of emergency in the country for a further six months, state media said on Monday, reporting that the junta's national defense and security council had given its approval.

The junta first declared a state of emergency after seizing power from the elected government of Aung San Suu Kyi in a coup in February last year.

"The members (of the security council) unanimously supported the proposal to extend the period of the declared state of emergency for another six months," the Global New Light of Myanmar reported.

"In our country, we must continue to strengthen the 'genuine and disciplined multi-party democratic system' which is the desire of the people," the paper cited Min Aung Hlaing as saying.

Myanmar has been in chaos since the coup, with conflict spreading across the Southeast Asian country after the army crushed mostly peaceful protests in cities.

The junta said it had taken power because of voting fraud in a November 2020 general election that was easily won by Nobel laureate Aung San Suu Kyi's party. Election monitoring groups found no evidence of mass fraud.

The military has pledged to hold new elections in August 2023 though the timetable has already slipped and opponents do not believe the planned elections will be free and fair.

XS
SM
MD
LG