ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທະຫານບ້ານ ທີ່ສະໜັບສະໜຸນ ລັດຖະບານທະຫານຂອງມຽນມາ ໄດ້ໂຕນໜີໄປຮ່ວມກັບກຸ່ມຕໍ່ຕ້ານລັດຖະບານ


ແຜນທີ່ຂອງປະເທດມຽນມາ
ແຜນທີ່ຂອງປະເທດມຽນມາ

ພວກນັກລົບຕໍ່ຕ້ານການກໍ່ລັດຖະປະຫານຂອງມຽນມາ ໄດ້ຢຶດເອົາປ້ອມຍາມຢູ່ເຂດຊາຍແດນຫຼາຍແຫ່ງ ເປັນເວລາບໍ່ດົນ ຫຼັງຈາກທີ່ພວກທະຫານບ້ານ ທີ່ສະໜັບສະໜຸນລັດຖະບານທະຫານ ໄດ້ໂຕນໜີ ແລະເຂົ້າຮ່ວມກັບກຸ່ມຕໍ່ຕ້ານລັດຖະບານ ຈຶ່ງໄດ້ກະຕຸ້ນໃຫ້ມີການປະທະກັນຢ່າງໜັກ ເປັນເວລາສອງວັນ ດັ່ງທີ່ສື່ມວນຊົນຂອງທາງການ ໄດ້ລາຍງານໃນວັນພະຫັດວານນີ້ ອີງຕາມອົງການຂ່າວເອແອັຟພີ.

ການສູ້ລົບກັນ ໄດ້ສ້າງຄວາມເສຍຫາຍຢ່າງໜັກຢູ່ໃນຫຼາຍເຂດຂອງປະເທດ ນັບຕັ້ງແຕ່ໄດ້ມີການພະຍາຍາມໂຄ່ນລົ້ມລັດຖະບານຢ່າງຮຸ່ນແຮງໂດຍກອງທັບ ໃນປີ 2021 ນັ້ນ ໂດຍກຸ່ມຕໍ່ຕ້ານລັດຖະບານ ທີ່ເປັນຊົນເຜົ່າສ່ວນນຶ່ງທີ່ໄດ້ຖືກຈັດຕັ້ງຂຶ້ນມາຢູ່ແລ້ວ ກໍໄດ້ຝຶກແອບ ແລະສູ້ລົບຄຽງບາຄຽງໄຫຼ່ກັບກອງກຳລັງປ້ອງກັນຂອງປະຊາຊົນ ຫຼື PDF ທີ່ໃໝ່ກວ່ານັ້ນ ຕໍ່ຕ້ານລັດຖະບານທະຫານ.

ລັດກາວາ ທີ່ເປັນເຂດກັນດານຢູ່ຊາຍແດນຕິດກັບໄທ ໄດ້ກາຍເປັນຈຸດຮ້ອນແຮງຂອງການຕໍ່ຕ້ານ ເປັນສະຖານທີ່ຕ້ອນຮັບ ພວກປະທ້ວງເພື່ອປະຊາທິ ປະໄຕ ຫຼາຍພັນຄົນ ທີ່ໄດ້ຫັນປ່ຽນມາເປັນພວກນັກລົບ PDF.

ປ້ອມຍາມເຂດຊາຍແດນຫ້າແຫ່ງ ໃນລັດດັ່ງກ່າວ ທີ່ກຳກັບໂດຍກຳລັງທະຫານຍາມເຂດຊາຍແດນ ຫຼື BGF ໄດ້ຖືກ “ໂຈມຕີຂະໜາດໃຫຍ່” ຈາກພວກນັກລົບຕໍ່ຕ້ານການກໍ່ລັດຖະປະຫານ ໃນຊ່ວງໄລຍະ ວັນທີ 13 ຫາ 19 ເດືອນມິຖຸນາ ສື່ມວນຊົນຂອງທາງການໄດ້ກ່າວ.

ກອງກຳລັງຍາມເຂດຊາຍ ປະກອບດ້ວຍອະດີດພວກຊົນເຜົ່າຕໍ່ຕ້ານລັດຖະບານ ແຕ່ດຽວນີ້ ກຳລັງຮ່ວມມືກັບກອງທັບ ໃນການແລກປ່ຽນກັບການປົກຄອງຕົນເອງຢູ່ທ້ອງຖິນ ແລະສິດທິທາງດ້ານທຸລະກິດທີ່ມີກຳໄລງາມ.

ພວກເຂົາເຈົ້າໂດຍສ່ວນຫຼາຍ ຖືກສົ່ງໄປປະຈຳການຄຽງຄູ່ກັບກອງກຳລັງທະຫານປົກກະຕິ.

Myanmar anti-coup fighters briefly seized several border outposts after junta-aligned militia defected and joined the rebels, sparking days of heavy clashes, state media reported Thursday.

Fighting has ravaged swaths of the country since the military's 2021 putsch, with some established ethnic rebel groups training and fighting alongside newer People's Defense Forces against the junta.

Rugged Kayah state on the border with Thailand has become a resistance hotspot, hosting thousands of democracy protesters turned PDF fighters.

Five border posts in the state manned by Border Guard Force (BGF) troops had come under "massive attacks" from anti-coup fighters between June 13 and June 19, state media said.

Border Guard Forces are made up of former ethnic rebels now working with the military in exchange for local autonomy and lucrative business rights.

They are often deployed side by side with regular troops.

XS
SM
MD
LG