ເມື່ອນັກຂ່າວສາມຄົນໄດ້ຖືກຈັບກຸມໃນສັບປະດາທີ່ຜ່ານມາ ຫຼັງຈາກໄດ້ລາຍງາຍຂ່າວ
ໃນເຂດທີ່ຖືກຄວບຄຸມໂດຍກຸ່ມກະບົດນອກກົດໝາຍກຸ່ມໜຶ່ງໃນພາກຕາເວັນອອກສຽງ
ເໜືອຂອງ ມຽນມາ ນັ້ນ, ບັນດາເຈົ້າໜ້າທີ່ລັດຖະບານກໍໄດ້ຖິ້ມໂທດໃສ່ພວກນັກຂ່າວ
ຢ່າງວ່ອງໄວ.
ໂຄສົກຂອງທຳນຽບປະທານາທິບໍດີຄົນໜຶ່ງໄດ້ກ່າວຕໍ່ອົງການຂ່າວ AP ວ່າ ສະມາຊິກ
ຂອງສື່ມວນຊົນ ຕ້ອງແຈ້ງໃຫ້ກອງກຳລັງຮັກສາຄວາມປອດໄພຮູ້ ກ່ອນລາຍງານຂ່າວ
ໃນເຂດທີ່ມີການຂັດແຍ້ງ, ແລະວ່າຖ້າພວກເຂົາເຈົ້າລ່ວງລະເມີດກົດໝາຍໃດໆ, “ເຂົາ
ເຈົ້າກໍຈະປະເຊີນໜ້າກັບການຖືກຕັ້ງຂໍ້ກ່າວຫາ.”
ຂໍ້ກ່າວຫາໃນຄະດີນີ້ ແມ່ນພາກສ່ວນໜຶ່ງຂອງກົດໝາຍ ການພົວພັນທີ່ຜິດກົດໝາຍ, ເປັນກົດໝາຍສະໄໝຫົວເມືອງຂຶ້ນ ທີ່ອາດໝາຍເຖິງການຖືກຕັດສິນຂັງຄຸກເຖິງສາມປີ ສຳ
ລັບນັກຂ່າວ ວາລະສານ The Irrawaddy ທ້າວ Lawi Weng ແລະ ນັກຂ່າວສຽງປະ
ຊາທິປະໄຕ ມຽນມາ ທ້າວ Aye Naing ແລະ ທ້າວ Pyae Bone Naing.
ພວມມີຄວາມເປັນຫ່ວງເພີ່ມຂຶ້ນ ຕໍ່ສະຖານະພາບທີ່ຮ້າຍແຮງລົງ ກ່ຽວກັບ ເສລີພາບໃນ
ການອອກຂ່າວ ໃນ ມຽນມາ ແລະ ຄວາມລັງເລໃຈຂອງລັດຖະບານໃໝ່ຂອງທ່ານນາງ
ອອງ ຊານ ຊູ ຈີ, ເຊິ່ງໄດ້ເຂົ້າກຳອຳນາດໃນປີກາຍນີ້, ເພື່ອທ້າທາຍຕໍ່ອຳນາດຂອງກອງ
ທັບ ກ່ຽວກັບ ການລ່ວງລະເມີດສິດທິມະນຸດ.
ແຕ່ໃນຂະນະທີ່ພວກນັກຂ່າວລໍຖ້າການພິຈາລະນາຄະດີຄັ້ງທຳອິດໃນວັນທີ 11 ກໍລະ
ກົດນັ້ນ, ບັນດາກຸ່ມສື່ມວນຊົນແມ່ນພາກັນຫຍຸ້ງວຽກຊອກຫາຂໍ້ຜິດພາດ ໃນຄວາມຖືກ
ຕ້ອງຂອງຄະດີທະຫານນີ້, ໂດຍໂຕ້ແຍ້ງວ່າ ນັກຂ່າວທັງສາມຄົນ ໄດ້ຮັບອະນຸຍາດໃຫ້
ເຂົ້າໄປໃນເຂດດັ່ງ ກ່າວ ແລະຂໍ້ກ່າວຫາແມ່ນບໍ່ມີເຫດຜົນກ່ຽວຂ້ອງກັບການລາຍງານ
ກ່ຽວກັບເຫດການທີ່ມີຄວາມສຳຄັນໃນການອອກຂ່າວ.