ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ຫາ​ມຽນ​ມາ ເຮັດ​ໃຫ້​ມີ​ການ​ແຕກ​ແຍກ​ຫຼາຍ​ຂຶ້ນ ຢູ່​ໃນ​ສະ​ມາ​ຄົມ​ອາ​ຊຽນ


​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຮຸນ​ເຊນ ແຫ່ງ​ກຳ​ປູ​ເຈຍ (ຂວາ) ຈັບ​ມື​ກັບ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ນາຍ​ພົນ​ມິນ​​ອອງ​ແລງ (ຊ້າຍ) ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທ​ີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 7 ມັງ​ກອນ 2022.
​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຮຸນ​ເຊນ ແຫ່ງ​ກຳ​ປູ​ເຈຍ (ຂວາ) ຈັບ​ມື​ກັບ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ນາຍ​ພົນ​ມິນ​​ອອງ​ແລງ (ຊ້າຍ) ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທ​ີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 7 ມັງ​ກອນ 2022.

ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໂດຍ​ທ່ານ​ຮຸນ​ເຊນ ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ເພື່ອຈະ​ນຳ​ເອົາ​ມຽນ​ມາ​ກັບ​ຄືນ​ເຂົ້າ​ມາ​ຮ່ວມ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື​ອາ​ຊຽນ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ພາຍ​ໃນກຸ່ມ​ກາ​ນ​ຄ້າ​ດັ່ງ​ກ່າວລະ​ຫວ່າງ​ລັດ​ຖະ​ບານຜະ​ເດັດ​ການຂອງ​ປະ​ເທດ​ທີ່​ຕັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໃຫຍ່ ​ແລະປະ​ເທດ​ປະ​ຊາ​ທິ​ປະ​ໄຕ ທີ່​ຕັ້ງ​ຢູ່​ຕາມ​ເກາະ​ດອນ​ທາງ​ທະ​ເລ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ມີ​ຄວາມ​ເຫັນ​ທີ່​ບໍ່​ລົງ​ລອຍ​ກັນ​ດັ່ງ​ກ່າວ ອາດ​ເປັນ​ເງົາ​ບົດ​ບັງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທີ່​ເມືອງ​ສຽມ​ຮຽບ ໃນ​ອາ​ທິດ ນີ້ ເວ​ລາ 10 ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນ​ຄາດ​ວ່າຈະ​ສົນ​ທະ​ນາ​ຫາ​ລື​ກັນ​ກ່ຽວກັບ​ຄວາມ​ເຫັນ​ທີ່​ບໍ່​ລົງ​ລອຍ​ກັນ​ຂອງ​ພວກ​ທ່ານ ແລະ​ກຳ​ນົດ​ຫົວ​ຂໍ້​ປະ​ຊຸມ ​ສຳ​ລັບ​ປີຕໍ່ໜ້າ. ກຳ​ປູ​ເຈຍ​ເປັນ​ປະ​ທານ​ວຽນ​ຂອງ​ສະ​ມາ​ຄົມ​ອາ​ຊຽນ ໃນ​ເວ​ລານີ້.

ບັນ​ຫາ​ຕ່າງໆ ນັບ​ແຕ່​ການ​ຂັດ​ແຍ້ງ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຫາ​ກຸ່ມ​ຄວດ ຊຶ່ງ​ເປັນ​ກຸ່ມປະ​ເທດພັນ​ທະ​ມິດ​ຕາ​ເວັນ​ຕົກ​ທີ່​ຕັ້ງ​ຂຶ້ນ​ມາ​ເພື່ອ​ປ້ອງ​ກັນ​ການ​ຂະ​ຫຍາຍ​ອິດ​ທິ​ພົນຂອງ​ຈີນນັ້ນ ​ເປັນ​ຫົວ​ຂໍ້​ສຳ​ຄັນພ້ອມ​ກັບ​ການ​ຟື້ນ​ໂຕ​ຄືນ​ທາງ​ດ້ານ​ເສດ​ຖະ​ກິດ​ຫຼັງຈາກ​ເກີດ​ໂຣກ​ລະ​ບາດ ການ​ຮັບ​ເອົາ​ຕີ​ມໍ​ຕ​າ​ເວັນ​ອອກ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ ແລະ​ຍຸ​ຕິ​ຄວາມ​ຮຸນ​ແຮງ​ລຸນ​ຫຼັງ​ທີ່​ໄດ້​ມີ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ມຽນ​ມາ.

ແຕ່​ພວກ​ນັກ​ວິ​ເຄາະ ​ກ່າວ​ວ່າ ການ​ແບ່ງ​ແຍກ​ທີ່​ມີ​ຢູ່​ແລ້ວ ​ຊຶ່ງ​ເກີດ​ຂຶ້ນ​ຍ້ອນ​ການ ກວດ​ລ້າງ​ຊົນ​ຊາດຊົນ​ເຜົ່າແລະ​ການ​ກ່າວ​ຫາວ່າ​ມີ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ໂດຍ​ພວກ​ທະ​ຫານ​ມຽນ​ມາ ຕໍ່​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ​ໃນ​ປີ 2017 ໄດ້ແຕກກວ້າງອອກນັບ​ແຕ່​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານ​ ເມື່ອ​ວັນ​ທີ 1 ກຸມ​ພາ 2021 ແລະ​ເຫັນໄດ້ຢ່າງຈະ​ແຈ້ງ ​ນັບ​ແຕ່​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ນະ​ຄອນ​ຫຼວງ​ເນ​ປີ​ດໍຂອງທ່ານ​ຮຸນ​ເຊນ.

ທ່ານ​ຊາ​ລ​ສ໌ ຊັງ​ຕີ​ອາ​ໂກ (Charles Satiago) ຈາກ​ກຸ່ມປົກ​ປ້ອງ​ສິດ​ທິ​ມະ​ນຸດຂອງສະ​ພາອາ​ຊຽນ ກ່າວ​ວ່າ “ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ເລື້ອງ​ມຽນ​ມາ​ ແມ່ນ​ມີ​ຢ່າງ​ແທ້​ຈິງແລະ​ທ່ານ​ສາ​ມາດມອງ​ເຫັນ​ໄດ້​ວ່າປະ​ເທດ​ຕ່າງໆ​ທີ່​ມີ​ຜູ້​ນຳແມ່ນ​ທະ​ຫານເຊັ່ນ​ໄທ ກຳ​ປູ​ເຈຍ ລາ​ວ ກຳ​ລັງ​ເຮັດ​ວຽກ​ກັບ​ມຽນ​ມາ​ໂດຍ​ກົງ ຫຼື​ໂດຍ​ທາງ​ອ້ອມ.”

ທ່ານ​ກ່າວ​ວ່າ “ສ່ວນ​ປະ​ເທດ​ອື່ນໆ ເຊັ່ນ ​ມາ​ເລ​ເຊຍ ສິງ​ກະ​ໂປ ອິນ​ໂດ​ເນ​ເຊຍ ຕະ​ຫຼອດ​ທັງ​ຟີ​ລິບ​ປິນ ແມ່ນ​ເປັນ​ອີ​ກ​ກຸ່ມ​ນຶ່ງ​ເມື່ອ​ຮວມ​ກັນ​ແລ້ວ.”

ບັນ​ດາ​ປະ​ເທດ​ທີ່​ຕັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໃຫຍ່ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ສ່ວນໃຫຍ່​ຈະ​ເປັນ​ຊາວ​ພຸດ ແລະ​ຄວບ​ຄຸມຫຼື​ບໍ່​ກໍ​ມີ​ອິດ​ທິ​ພົນ​ຢ່າງ​ໜັກ​ຈາກ​ພວກ​ທະ​ຫານຂະ​ນະ​ທີ່​ແຫຼມ​ມາ​ເລ​ແລະ​ຫຼາຍ​ພັນ​ເກາະ​ດອນ​ທີ່​ເນັ່ງ​ຜ່ານ​ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບປິນ ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ ແລະ​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ຫຼື​ບໍ່​ກໍ​ຄ​ຣິ​ສ​ຕ​ຽນ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ກຸ່ມ​ສາມ​ປະ​ເທດ​ໄດ້​ປາ​ກົດ​ໂຕ​ຂຶ້ນ​ມາ​ທີ່​ປະ​ກອບ​ດ້ວຍ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ແລະ​ບ​ຣູ​ນາຍ ຊຶ່ງ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ທາງ​ດ້ານສາ​ສະ​ໜາ​ຮ່ວມ​ກັນ​ກັບ​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ໄດ້​ຄັດ​ຄ້ານ​ຕໍ່​ການ​ນຳ​ເອົາ​ພວກ​ທະຫານ​ມຽນ​ມາກັບ​ຄືນ​ເຂົ້າ​ມາ​ອາ​ຊ່ຽນ ຫຼັງ​ຈາກ​ໄດ້​ມີ​ການ​ຫ້າມ​ບໍ່​ໃຫ້​ປະ​ເທດ​ດັ່ງ​ກ່າວເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ເຮັດ​ລັດ​ຖະ​ປະ​ຫານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG