ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ມຽນມາ ກ່າວປ້ອງກັນ ການປາບປາມ ພວກປະທ້ວງ ໂດຍ ຕຳຫລວດ


ຕຳຫລວດຢືນຍາມ ຕໍ່ໜ້າສານແຫ່ງນຶ່ງ ຫຼັງຈາກທີ່ພວກນັກສຶກສາປະທ້ວງ ໄດ້ເດີນທາງໄປເຖິງເມືອງ Letpadan ວັນທີ 11 ມີນາ 2015.

ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ຂອງ​ມຽນມາ ​ອອກ​ມາ​ປົກ​ປ້ອງ
​ການ​ປາບ​ປາມ ພວກ​ນັກສຶກສາປະ​ທ້ວງ​ ຂອງ​ເຈົ້າໜ້າ​ທີ່​ຕຳ
ຫລວດ ​ໂດຍ​ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່ ​ມີ “ພັນທະ​ຕາມ​
ກົດໝາຍ”
​ ຕ້ອງໄດ້​ທັບ​ມ້າງການປະ​ທ້ວງ ​ແລະ​ຢືນ​ຢັດ​ວ່າ
​ເຫດການນີ້ ​ຈະ “​ບໍ່​ມີ​ຜົນ​ກະທົບ” ຕໍ່ຂັ້ນຕອນ​ການປະຕິ​ຮູບ
​ ໄປ​ສູ່​ປະຊາທິປະ​ໄຕ​ ຂອງ​ປະ​ເທດ.

ການໃຫ້ຄວາມເຫັນດັ່ງກ່າວ ​ທີ່ໄດ້​ມີການພິມ​ເຜີຍ​ແຜ່​ໂດຍ
ໜັງສື​ພິມ​ພາ ສາ​ອັງກິດ Global New Light of Mynmar
ຂອງ​ທາງ​ການນັ້ນ​ ມີ​ຂຶ້ນ ຫຼັງຈາກ​ຕຳຫລວດ​ໄດ້​ທັບ​ມ້າງ​
ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ​ໃນ​ວັນ​ອັງຄານ​ຜ່ານ​ມາ ຢູ່​ທີ່​ເມືອງ
Letpadan ທາງ​ພາກ​ກາງຂອງ​ປະ​ເທດ ບ່ອນ​ທີ່​ພວກ​ນັກ​ສຶກສາ ​ໄດ້​ພະຍາຍາມ​ສືບ​ຕໍ່​
ການ​ເດີນ​ຂະ​ບວນຮຽກຮ້ອງ ເພື່ອ​ໃຫ້​ປ່ຽນ​ແປງ​ຮ່າງ​ກົດໝາຍ​ ວ່າ​ດ້ວຍ​ການ​ປະຕິ​ຮູບ​
ລະບົບ​ການ​ສຶກສາ.

ໜັງສື​ພິມ​ສະບັບນີ້ ​ໄດ້​ອ້າງ​ອີງ​ເຖິງ​ຄຳ​ເວົ້າຂອງ​ລັດຖະມົນຕີ ຖະ​ແຫລ​ງ ຂ່າວ ​ທ່ານ Ye
Htut ທີ່​ໄດ້ກ່າວຕໍ່ສະຖານີ​ໂທລະພາບທ້ອງ​ຖິ່ນ ວ່າ “​ເຖິງ​ແມ່ນ​ວ່າ​ ໄດ້​ຂໍ​ຮ້ອງ​ໃຫ້​ມີ​
ການ​ເຈລະຈາ​ກັນ​ຢ່າງ​ສັນຕິ​ໄປ​ແລ້ວ ພວກ​ນັກ​ສຶກສາປະ​ທ້ວງ​ກໍຍັງ​ພະຍາຍາມ
ບຸກຜ່ານການປິດລ້ອມ ຂອງ​ຕຳ​ຫຼວດ ​ແລະ ຕຳຫລວດ​ແມ່ນມີພັນທະຕາມກົດ
ໝາຍ ​ຕ້ອງໄດ້​ຂັບໄລ່ ທັບມ້າງພວກ​ເຂົ້າ​ເຈົ້າ.”

​ໃນ​ຂະນະ​ດຽວກັນ ທ່ານ Ye Htut ສະ​ແດງ​ຄວາມເສຍ​ໃຈ ຕໍ່​ການ​ປາບ​ປາມ​ໂດຍ​ກ່າວ​ວ່າ​
ເປັນ “​ເຫດການ​ທີ່ໜ້າ​ໂສ​ກ​ເສົ້າ” ທີ່​ລັດຖະບານ​ ຊຶ່ງ ຄອບ​ງຳ​ໂດຍພວກ​ທະຫານໄດ້ ພະຍາຍາມ “ດ້ວຍຄວາມ​ຍາກ​ລຳບາກ​ເທົ່າທີ່​ຕົນ​ສາມາດ​ທຳ​ໄດ້” ​ ເພື່ອ​ໃຫ້​ບັນລຸ​
ການແກ້ໄຂ​ຢ່າງ​ສັນຕິ ​ແລະ ​ໄດ້​ຫາ​ທາງ​ເພື່ອ “ຫລີກ​ລ້ຽງ​ເຫດການ​ຕ່າງ​ໆ ທີ່​ບໍ່​ເພິ່ງ
ປາດຖະໜານັ້ນ.”

ໜັງສືພິມ​ດັ່ງ​ກ່າວໄດ້​ອ້າງ​ອີງ​ເຖິງ​ຄຳ​ເວົ້າຂອງ​ລັດຖະມົນຕີ​ ທີ່ກ່າວວ່າ “ການ​ຕັດສິນ​ໃຈ ​
ທີ່​ຈະ​ເດີນ​ຂະ​ບວນ​ເຂົ້າ​ໄປ​ໃນ​ນະຄອນ​ຢ້າງ​ກຸ້ງ ຂອງພວກ​ນັກ​ສຶກສາ​ປະ​ທ້ວງ ​
ແທນ​ທີ່​ ຈະ​ເລືອກ​ເອົາ​ຂັ້ນຕອນແບບປະຊາທິປະ​ໄຕ ​ຫຼື ຂະ​ບວນການ​ຕ່າງໆ
ຜ່ານ​ທາງ​ສະພານັ້ນ ​ແມ່ນ​ເຫດຜົນ​ຂອງ​ການ​ຕໍ່ສູ້​ກັນ.”

ຢ່າງ​ນ້ອຍ 127 ຄົນ ຖືກ​ຈັບ​ກຸມ ​ແລະ ພວກ​ປະ​ທ້ວງຫຼາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບເວລາ​
ຕຳຫລວດ​ໄດ້ໃຊ້ໄມ້ຄ້ອນ​ເຂົ້າທຸບຕີ​ພວກ​ນັກ​ສຶກສາ. ​ໃນ​ບາງ​ກໍລະນີ ພວກ​ປະ​ທ້ວງ​ໄດ້​
ຖືກແລ່ນ​ໄລ່ຕາມ ​ແລະ​ຕໍ່​ມາ​ໄດ້​ຖືກ​ເຕາະ ​ຖີບ ແລະ ​ທຸບຕີ ​ຂະນະ​ທີ່​ພວກ​ເຂົາ​ຖືກ​ລາກ
​ໂຕ​ໄປ​ຂຶ້ນລົດ​ຂອງຕຳຫຼວດ.

ການ​ປາບ​ປາມ​ດັ່ງກ່າວ ໄດ້​ກໍ່​ໃຫ້​ເກີດ​ມີການໂຈມຕີ ຈາກ​ບັນດາລັດຖະບານ​ປະ​ເທດ​ຕາ​
ເວັນ​ຕົກ ​ແລະ ​ກຸ່ມປົກປ້ອງ​ສິດທິ​ມະນຸດ​ສາກົນ​ ​ແລະ ​ໄດ້ກໍ່ໃຫ້ເກີດ​ມີ​ຄວາມ​ກັງວົນ​ຄັ້ງໃໝ່ ຢ້ານວ່າ​ມຽນມາ ຈະຫັນເຫໄປ​ຈາກການ​ປະຕິ​ຮູບ​ປະຊາທິປະ​ໄຕເພີ້ມ​ຕື່ມ​ ທີ່​ຕົນ​ໄດ້​ເລີ້ມ
ລົງມືປະຕິບັດ ສອງ​ສາມ​ປີຜ່ານມາ​ແລ້ວນັ້ນ.

Myanmar Student Protests
please wait

No media source currently available

0:00 0:00:40 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG