ຕະຫລາດອະສັງຫາລິມມະຊັບ ຂອງປະເທດມຽນມາ ກຳລັງ
ຈະເລີນງອກງາມ ແຕ່ກໍມີການຈົ່ມທຸກຫຼາຍຂຶ້ນ ກ່ຽວກັບການ
ຍຶດເອົາທີ່ດິນ ຈາກພວກຜູ້ຄົນ ຜູ້ທີ່ກ່າວວ່າ ເຂົາເຈົ້າຖືກຂັບໄລ່
ອອກຈາກທີ່ດິນຂອງເຂົາເຈົ້າ ແບບຜິດກົດໝາຍ ແລະ ເຮັດໃຫ້
ເຂົາເຈົ້າບໍ່ໄດ້ຮັບກຳໄລຢ່າງຫລວງຫຼາຍນັ້ນ. ຜູ້ສື່ຂ່າວວີໂອເອ
Steve Sanford ມີລາຍງານ ຈາກນະຄອນຢ້າງກຸ້ງ ບ່ອນທີ່ເຂດ
ພັດທະນາອຸສາຫະກຳ ບໍ່ໄກປານໃດ ອອກໄປຈາກເມືອງດັ່ງກ່າວ
ພວມກາຍມາເປັນຈຸດພ້ອມແລ້ວ ທີ່ຈະລະເບີດ ຂອງບັນຫາຂັດ
ແຍ້ງກ່ຽວກັບເລື່ອງດິນ. ໄຊຈະເລີນສຸກ ຈະນຳລາຍລະອຽດ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.
ຮ່ອງຮອຍຂອງການພັດທະນາ ຢູ່ໃນນະຄອນຢ້າງກຸ້ງ ແມ່ນເປັນການຢືນຢັນ ເຖິງເປົ້າໝາຍ ຂອງລັດຖະບານ ໃນການເປີດກວ້າງປະເທດ ຮັບເອົາການລົງທຶນ ຂອງພວກນັກທຸລະກິດ
ນາໆຊາດ.
ແຕ່ອ້ອມແອ້ມບໍລິເວນ ເຂດເສດຖະກິດພິເສດ Thilawa ຊຶ່ງເປັນໂຄງ ການຮ່ວມລະຫວ່າງ
ມຽນມາ ແລະ ຍີ່ປຸ່ນ ສຳຫລັບບັນດາບໍລິສັດຜະລິດ ສິນຄ້າຂອງຕ່າງປະເທດ ກໍເກີດມີບັນຫາ ໂຕ້ຖຽງຂຶ້ນ.
ຊາວບ້ານຫຼາຍພັນຄົນໃນເຂດທ້ອງຖິ່ນ ກ່າວວ່າ ທະຫານໄດ້ເລີ້ມຍຶດເອົາໃບຕາດິນຂອງ
ພວກເຂົາເຈົ້າຢ່າງຜິດກົດໝາຍ ເມື່ອ 20 ກວ່າປີ ຜ່ານມາແລ້ວ ແລະເວລານີ້ ດິນດອນ
ດັ່ງກ່າວ ໄດ້ມີລາຄາແພງຂຶ້ນ ພວກເຂົາເຈົ້າຈຶ່ງເລີ້ມຂັບໄລ່ຊາວບ້ານອອກໄປ.
ນາງ Saw Min ແມ່ນນຶ່ງ ຢູ່ໃນກຸ່ມຊາວບ້ານ ທີ່ກ່າວວ່າ ພວກທະຫານໄດ້ຍຶດເອົາທີ່ດິນ
ປູກຝັງ ຂອງພວກເຂົາເຈົ້າຫຼາຍກວ່າ 320 ເຮັກ ຕາ.
ຄອບຄົວຂອງນາງ ໄດ້ຖືກບັງຄັບໃຫ້ຍ້າຍ ອອກໄປຢູ່ຕູບນ້ອຍຫລັງນຶ່ງ ທີ່ຕັ້ງຢູ່ກົງກັນຂ້າມກັບດິນຂອງນາງ ຊຶ່ງດຽວນີ້ດິນດັ່ງກ່າວໄດ້ກາຍມາເປັນຕຶກອາຄານຄອນໂດມູນຄ່າຫຼາຍໆລ້ານດອນລາ. ໂດຍທີ່ບໍ່ມີບ່ອນໃດອີກຈະໄປແລ້ວ ນາງໄດ້ພະຍາຍາມ ເຮັດທຸກວິທີທາງ ທີ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ໄດ້ຮັບເງິນຊົດເຊີຍ.
ນາງ ຊໍ ມີນ ເວົ້າວ່າ “ພວກເຂົາເຈົ້າອ້າງວ່າ ພວກເຮົາບໍ່ມີໃບຕາດິນ ທີ່ຖືກຕ້ອງຕາມກົດໝາຍ ແລະ ພວກເຂົາເຈົ້າຈຶ່ງກົດດັນພວກເຮົາໃຫ້ອອກໄປຈາກທີ່ນີ້ ໂດຍອອກຄຳສັ່ງ ແລະໃບແຈ້ງເຕືອນຕ່າງໆ. ຂ້ອຍບໍ່ສາມາດ ຍ້າຍອອກໄປຈາກທີ່ນີ້ໄດ້ ເພາະຂ້ອຍບໍ່ມີບ່ອນໃດ ຊິໄປຢູ່. ດຽວນີ້ ພວກເຮົາຍັງຕໍ່ສູ້ປົກປ້ອງດິນດອນຂອງພວກເຮົາຢູ່ ໂດຍສະແດງເອກະສານກຳມະສິດຕ່າງໆ ແລະສົ່ງໜັງສື ໄປຫາປະທານສະພາ ທ່ານ U Shwe Mann.”
ເລື່ອງລາວດັ່ງກ່າວນີ້ ແມ່ນຄືກັນ ກັບອີກຫຼາຍໆພັນຄົນ.
ປະທານາທິບໍດີ Thein Sein ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະທຳການສືບ ສວນສອບສວນ ໃນເລື້ອງຂໍ້ກ່າວຫາການຢຶດເອົາດິນດອນທັງໝົດ ແຕ່ ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ຄວາມພະຍາຍາມຂອງລັດຖະ ບານ ບໍ່ໄດ້ເປັນໄປຕາມທີ່ໄດ້ໃຫ້ໄວ້. ພວກເຂົ້າເຈົ້າຮຽກຮ້ອງໃຫ້ບັນດາບໍລິສັດຕ່າງປະເທດ ທີ່ລົງທຶນໃນການພັດທະນາ ຢູ່ມຽນມານັ້ນ ໃຫ້ເຮັດໜ້າທີ່ດີກວ່າເກົ່າ ໃນການຕັດສິນໃຈກ່ຽວກັບເຈົ້າໜ້າທີ່ ທີ່ຖືກຕ້ອງ ສຳຫລັບການຊື້ທີ່ດິນ.
ໃນຂະນະດຽວກັນ ກົດໝາຍກ່ຽວກັບເລື່ອງຊັບສິນນັ້ນ ແມ່ນຍັງມີການ ປ່ຽນແປງຢູ່ຢ່າງ
ຕໍ່ເນື່ອງ ແລະໃນອະນາດຄົດ ກໍຍັງບໍ່ມີຄວາມແນ່ນອນເທື່ອສຳຫລັບຜູ້ຄົນຄືກັບ ນາງ
Tamya Tay ທີ່ບໍ່ມີບ່ອນພັກພາອາໄສ ຍ້ອນການສ້າງສາທີ່ພວມຂະຫຍາຍຕົວນັ້ນ.
ນາງ Tamya Tay ເວົ້າວ່າ “ຖ້າຂ້ອຍບໍ່ໄດ້ຮັບເງິນຊົດເຊີຍແລ້ວ ຂ້ອຍບໍ່ຮູ້ວ່າ ຈະຮຽກ ຮ້ອງເອົາມັນແບບໃດ. ຂ້ອຍບໍ່ມີຜົວ ຂ້ອຍຍັງບໍ່ເຂົ້າໃຈຫຼາຍຢ່າງກ່ຽວກັບກົດໝາຍ ແລະ ສິດທາງດ້ານກົດໝາຍຂອງຂ້ອຍ. ຂ້ອຍຫວັງວ່າ ຂ້ອຍຈະໄດ້ຮັບເງິນຊົດເຊີຍ ເວລາເພື່ອນບ້ານຄົນອື່ນໆ ໄດ້ຮັບມັນ.”
ຜູ້ນຳຊຸມຊົນ ທ່ານ Makon Suha ທີ່ກ່າວວ່າ ທ່ານສູນເສຍທີ່ດິນ ເກືອບ 20 ເຮັກຕາ ໃຫ້ແກ່ເຂດເສດຖະກິດນັ້ນແມ່ນກຳລັງຊຸກຍູ້ໃຫ້ສະມາຊິກສະພາ ນຳເອົາຄຳຮ້ອງທຸກຂອງພວກເຂົາເຈົ້າ ໄປສະເໜີຕໍ່ ຄະນະກຳມະການ ສືບສວນສອບສວນ ເລື່ອງດິນປູກຝັງ.
ແຕ່ເຖິງແມ່ນວ່າ ປະທານາທິບໍດີ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຈ່າຍເງິນຊົດເຊີຍກໍ່ຕາມ ຊາວບ້ານກ່າວວ່າ ພວກເຂົາເຈົ້າ ກໍ່ຍັງມີຄວາມຮູ້ສຶກບໍ່ດີເລີຍ ວ່າພວກເຂົາເຈົ້າ ຈະໄດ້ຮັບເງິນຊົດເຊີຍສຳຫລັບດິນດອນຂອງເຂົາເຈົ້າ ທີ່ພວກເຂົາໄດ້ປູກຝັງ ເພື່ອທຳມາຫາກິນ ເປັນເວລາ
ຫຼາຍທົດ ສະວັດມາແລ້ວນັ້ນ.
ທ່ານ Makon Suha ເວົ້າວ່າ “ຂ້ອຍບໍ່ເຂົ້າໃຈກ່ຽວກັບກົດໝາຍ ກຳ ມະສິດທີ່ດິນ
ແລະ ສິດໃນການໃຫ້ເຊົ່າດິນຕ່າງໆເຫຼົ່ານັ້ນ ດ້ວຍເຫດນີ້ ພວກເຂົາເຈົ້າຈຶ່ງສໍ້ໂກງ
ພວກເຮົາໄດ້ ຕາມຄວາມປາດຖະໜາຂອງເຂົາເຈົ້າ. ພວກເຮົາເປັນຊາວມຽນມາ
ທຳມະດາສາມັນ ທີ່ກຳລັງທຸກທໍລະ ມານຢ່າງໜັກ. ມີແຕ່ພວກລູກນ້ອງ ຂອງ
ລັດຖະບານທະຫານມຽນມາ ເທົ່ານັ້ນ ທີ່ມີໂອກາດດີໆ ຢູ່ນະທີ່ນີ້.”
ໃນຂະນະທີ່ການພັດທະນາແລະການລົງທຶນຈາກຕ່າງປະເທດ ເພີ້ມຂຶ້ນ ຢ່າງວ່ອງໄວຢູ່ໃນມຽນມານັ້ນ ກໍລະນີຂອງການຍຶດເອົາດິນທັງຫຼາຍ ຈຶ່ງ ເປັນການທົດສອບວ່າ ນະໂຍບາຍເສດຖະກິດຕ່າງໆ ຂອງລັດຖະບານ ແມ່ນເພື່ອຈະເຮັດໃຫ້ ລາຍຮັບຂອງປະຊາຊົນສ່ວນ
ຫຼາຍ ສູງຂຶ້ນ ຫຼືພຽງແຕ່ ສອງ-ສາມຄົນເທົ່ານັ້ນລ້ຳລວຍ.