ບັນດາເຈົ້າໜ້າທີ່ມຽນມາ ກ່າວວ່າ 46 ຄົນໄດ້ເສຍຊີວິດ ຫລັງ
ຈາກເກີດໄພນຳ້ຖ້ວມຊຸ ແລະດິນເຈື່ອນເປັນເວລາຫລາຍມື້.
ກະຊວງບັນເທົາທຸກ ແລະຕັ້ງຖິ່ນຖານ ໄດ້ປະກາດໃນວັນຈັນ
ວານນີ້ວ່າ ປະຊາ ຊົນປະມານ 200,000 ຄົນ ຢູ່ທາງພາກເໜືອ
ແລະພາກຕາເວັນຕົກ ຂອງມຽນມາ ໄດ້ຮັບຜົນກະທົບຈາກໄພ
ພິບັດ ໃນຂະນະທີ່ ລັດຖະບານ ທະຫານ ແລະບັນດາອົງການບັນເທົາທຸກ ພາກັນເລັ່ງລັດ
ການປະຕິບັດງານກູ້ໄພ ແລະໃຫ້ການຊ່ວຍເຫລືອ.
ຜູ້ນຳຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ໄດ້ໄປຢ້ຽມ ຢາມ ເຂດທີ່
ໄດ້ຮັບຜົນກະທົບແຫ່ງນຶ່ງຂອງປະເທດ ໃນວັນຈັນວານນີ້.
ປະທານາມທິບໍດີ Thein Sein ໄດ້ເດີນທາງໃນວັນເສົາຜ່ານມາ ໄປຍັງເຂດ Sagaing
ທາງພາກເໜືອຂອງຂອງມຽນມາ ນຶ່ງໃນສີ່ເຂດ ທີ່ທ່ານໄດ້ປະກາດ ພາວະສຸກເສີນ.
ປະທານາທິບໍດີ Thein Sein ກ່າວວ່າ “ທົ່ງນາຫລາຍໆແຫ່ງໄດ້ຮັບຄວາມເສຍ ຫາຍ.
ຂ້າພະເຈົ້າ ຢູ່ທີ່ນີ້ກັບບັນດາຜູ້ເຄາະຮ້າຍໄພນຳ້ຖ້ວມ ເພື່ອຊອກຫາຊ່ອງທາງທີ່ເປັນໄປ
ໄດ້ໃນການສະໜັບສະໜູນ ແລະທົດແທນຄວາມເສຍຫາຍຂອງເຂົາເຈົ້າ. ລະດັບນຳ້ກຳ
ລັງເລີ້ມລົດລົງຢ່າງຊ້າໆ. ຄະນະປະຕິບັດງານຂອງລັດ ຖະບານມຽນມາ ຈະພະຍາຍາມ ໃຫ້ການຊ່ວຍເຫລືອຢ່າງດີທີ່ສຸດແກ່ເຂົາເຈົ້າ ໃນການຕັ້ງຖິ່ນຖານ ແລະຂັ້ນຕອນການກັບ
ຄືນສູ່ສະພາບເດີມ.”
ຝົນຕົກໜັກເປັນເວລາຫຼາຍອາທິດ ສົມທົບໃສ່ກັບລົມພາຍຸໄຊໂຄລນເຮັດ ໃຫ້ສະຖານະ
ການຮ້າຍແຮງໃນທ້າຍອາທິດແລ້ວນີ້ ໂດຍພາໃຫ້ເກີດໄພນຳ້ຖ້ວມ ແລະ ດິນເຈື່ອນ ຢູ່ໃນ
ພາກຕາເວັນຕົກຂອງປະເທດຢ່າງໜັກ. ຢູຸ່ໃນບາງເຂດໄດ້ເກີດໄພນຳ້ຖ້ວມເລິກຫລາຍແມັດ.
Authorities in Myanmar say 46 people are now dead after several days of flash flooding and landslides.
The Ministry of Relief and Resettlement announced Monday that about 200,000 residents in northern and western Myanmar have been affected by the disaster, as the government, military and relief organizations scramble to carry out rescue operations and provide aid.
Myanmar opposition leader Aung San Suu Kyi visited one of the country's flood-afflicted areas on Monday.
President Thein Sein traveled Saturday to the Sagaing region in northern Myanmar, one of four areas where he has declared a state of emergency.
"Many paddy fields were damaged. I'm here today with the flood victims to find out possible ways to support and replace their loss. The water level is starting to drop slowly. Myanmar government team will try our best to help them for resettlement and recovery process."
Weeks of heavy rains, made worse by a cyclone that hit late last week, caused flooding and landslides that have hit the western part of the country hardest. Some areas have seen floodwaters several meters deep.
In Rakhine state, along Myanmar's southwestern coast, the U.N.'s humanitarian agency said Saturday that there are reports of "extensive damage" to camps around Sittwe, where 100,000 people already displaced by conflict in Myanmar have been staying.