ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Aung San Suu Kyi ມີຄວາມໝັ້ນໃຈ ກັບ ຜົນການເລືອກຕັ້ງ ໃນມຽນມາ


ຜູ້ນຳພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ຫຼື National League for Democracy (NLD) ທ່ານນາງ Aung San Suu Kyi ເດີນທາງອອກຈາກສຳນັກງານໃຫຍ່ ຂອງພັກ ເພື່ອກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ກ່ຽວກັບການເລືອກຕັ້ງໃຫຍ່ໃນນະຄອນ Yangon, ວັນທີ 9 ພະຈິກ 2015.
ຜູ້ນຳພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ຫຼື National League for Democracy (NLD) ທ່ານນາງ Aung San Suu Kyi ເດີນທາງອອກຈາກສຳນັກງານໃຫຍ່ ຂອງພັກ ເພື່ອກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ກ່ຽວກັບການເລືອກຕັ້ງໃຫຍ່ໃນນະຄອນ Yangon, ວັນທີ 9 ພະຈິກ 2015.

ທ່ານນາງ Aung San Suu Kyi ທີ່ເປັນສັນຍາລັກເພື່ອປະຊາ
ທິປະໄຕຂອງມຽນມາ ກ່າວວ່າ ພັກຂອງທ່ານນາງ ແມ່ນປາກົດວ່າ
ເປັນຜູ້ຊະນະເລີດ ໃນການເລືອກຕັ້ງສະມາຊິກສະພາ ຄັ້ງປະຫວັດ
ສາດ ໃນວັນອາທິດວານນີ້.

ການກ່າວຖະແຫລງ ໃນວັນຈັນມື້ນີ້ ຢູ່ທີ່ສຳນັກງານໃຫຍ່ ພັກ
ສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ຫຼື National League
for Democracy (NLD) ຂອງທ່ານນາງ ໃນນະຄອນ Yangon
ຜູ້ທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ໄດ້ບອກຝຸງຊົນຜູ້
ສະໜັບໜູນ ທີ່ຕື່ນເຕັ້ນດີອົກດີໃຈ ວ່າ ເຖິງແມ່ນວ່າມັນໄວເກີນໄປ
ທີ່ຈະສະແດງຄວາມຍິນດີ ຕໍ່ບັນດາຜູ້ລົງແຂ່ງຂັນຂອງພັກ ທີ່ຈະ
ໄດ້ຮັບໄຊຊະນະ ແຕ່ປະຊາຊົນ ກໍພໍຮູ້ດີວ່າ ຜົນສຸດທ້າຍຈະເປັນແນວໃດ.

Myanmar Election
please wait
Embed

No media source currently available

0:00 0:01:03 0:00

ໂຄສົກຂອງພັກ NLD ທ່ານ Win Htein ກ່າວຕໍ່ບັນດານັກຂ່າວ ວ່າ ພັກນັ້ນ ໄດ້ຊະນະ
ດ້ວຍຄະແນນສຽງ ຫຼາຍກວ່າ 70 ເປີເຊັນ ຂອງການປ່ອນບັດ.

ຜົນທີ່ເປັນທາງການ ໄດ້ຖືກປະກາດອອກມາເປັນຄັ້ງທຳອິດ ເມື່ອ ຕອນ 9 ໂມງເຊົ້າຕາມ
ເວລາຂອງທ້ອງຖິ່ນ ແຕ່ບັນດາເຈົ້າໜ້າທີ່ ການເລືອກຕັ້ງຂອງປະເທດ ໄດ້ເລື່ອນການປະ
ກາດອອກໄປ ຈົນເຖິງ 6 ໂມງແລງ ເທົ່າກັບ 11 ໂມງ 30 ຕາມເວລາສາກົນ ໂດຍບໍ່ໄດ້ໃຫ້
ເຫດຜົນ ສຳລັບການຖ່ວງເວລາໄວ້.

ຄາດກັນວ່າ ພັກ NLD ແມ່ນຈະເອົາຊະນະ ພັກລັດຖະບານ Union Solidarity Development ຫຼື USDP ຢ່າງງ່າຍດາຍ ທີ່ປະກອບມີບັນດາສະມາຊິກ ຈາກອະດີດ
ນາຍທະຫານ ຜະເດັດການຂອງມຽນມາ. ນຶ່ງໃນບັນດາສະມາຊິກສະພາ ຂອງພັກ USDP
ກໍຄື ປະທານສະພາ ທ່ານ Shwe Mann ຜູ້ທີ່ໄດ້ຍອມຮັບຄວາມພ່າຍແພ້ໄປແລ້ວ ຕໍ່ຄູ່
ແຂ່ງຂອງພັກ NLD ໃນການແຂ່ງຂັນເອົາບ່ອນນັ່ງໃນເມືອງ Pyu. ທ່ານ Mann ເປັນຜູ້ທີ່
ໄດ້ຖືກພິຈາລະນາວ່າ ຈະເປັນຜູ້ສະໝັກ ເປັນປະທານາທິບໍດີ ຂອງມຽນມາ ຊຶ່ງຈະເປັນ
ການເລືອກຕັ້ງ ເອົາໂດຍສະພານັ້ນເອງ.

Myanmar democracy icon Aung San Suu Kyi says her party is the apparent winner of Sunday's historic parliamentary elections.

Speaking Monday at the headquarters of her National League for Democracy in Yangon, the Nobel Peace laureate told a jubilant crowd of supporters that although it was too early to congratulate the party's winning candidates, the people have a good idea what the final results will be.

NLD spokesman Win Htein told reporters the party has won more than 70 percent of the votes.

The first official results were to have been announced at 9 a.m. local time, but the country's election officials postponed the announcement until 6 p.m. ((1130 GMT)), without giving a reason for the delay.

The NLD is expected to easily defeat the ruling Union Solidarity Development Party, made up of members of Myanmar's former military dictatorship.One of those USDP lawmakers, parliamentary speaker Shwe Mann, has already conceded defeat to his NLD opponent in his bid for a seat in Pyu township.Mann was considered a candidate for Myanmar president, which will be selected by parliament.

XS
SM
MD
LG