ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ ມຽນມາ ຕັດສິນໂທດ ນັກຂ່າວ ຣອຍເຕີ ສອງຄົນ ໃນການລະເມີດ ກົດໝາຍຄວາມລັບຂອງຊາດ


ນັກຂ່າວ ຣອຍເຕີ ທ້າວ ວາ ໂລນ, ກາງ, ລົມກັບນັກຂ່າວ ໃນຂະ
ນະທີ່ລາວຖືກຕຳຫຼວດຈູງ ອອກຈາກສານໃນນະຄອນ ຢາງກຸ້ງ, ມຽນມາ, 3 ກັນຍາ, 2018.
ນັກຂ່າວ ຣອຍເຕີ ທ້າວ ວາ ໂລນ, ກາງ, ລົມກັບນັກຂ່າວ ໃນຂະ ນະທີ່ລາວຖືກຕຳຫຼວດຈູງ ອອກຈາກສານໃນນະຄອນ ຢາງກຸ້ງ, ມຽນມາ, 3 ກັນຍາ, 2018.

ນັກຂ່າວ ຣອຍເຕີ ສອງຄົນໃນ ມຽນມາ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນການລ່ວງ
ລະເມີດ ກົດໝາຍຄວາມລັບຂອງຊາດ ແລະ ໄດ້ຖືກຕັດສິນຂັງຄຸກ 7 ປີ.

ທ້າວ ວາ ໂລ ແລະ ທ້າວ ຈໍ ໂຊ ໂອ ໄດ້ຖືກຈັບກຸມ ເມື່ອເດືອນທັນວາປີກາຍນີ້ ຫຼັງຈາກ
ເຂົາເຈົ້າໄດ້ພົບກັບຕຳຫຼວດສອງຄົນ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຢາງກຸ້ງ ແລະ
ໄດ້ຮັບເອົາເອກະສານຕັບນຶ່ງ. ເຂົາເຈົ້າຖືກຕັ້ງຂໍ້ກ່າວຫາໃສ່ວ່າ ລະເມີດກົດໝາຍຄວາມ
ລັບຂອງລັດຖະບານ, ເຊິ່ງຖືກປະກາດໃຊ້ໃນປີ 1923, ໃນເວລາທີ່ປະເທດ ມຽນມາ
ໃນເວລານັ້ນມີຊື່ວ່າ ພະມ້າ ແລະ ຍັງຕົກ ຢູ່ພາຍໃຕ້ການປົກຄອງແບບຫົວເມືອງຂຶ້ນ
ຂອງອັງກິດ. ນັກຂ່າວທັງສອງຄົນນັ້ນໄດ້ປະຕິເສດວ່າ ບໍ່ໄດ້ຂໍເອົາເອກະສານດັ່ງກ່າວ.

ເຂົາເຈົ້າໄດ້ໄປເອົາຂ່າວ ກ່ຽວກັບ ການຕໍ່ສູ້ຢ່າງໂຫດຮ້າຍຂອງກອງທັບໃນລັດ ຣາໄຄນ໌
ທີ່ໄດ້ເຮັດໃຫ້ຊາວມຸສລິມ ໂຣຮິງຢາ ເກືອບ 700,000 ຄົນຕ້ອງຫຼົບໜີຂ້າມເຂດຊາຍ
ແດນເຂົ້າໄປໃນປະເທດ

ບັງກລາແດັສ ນັບຕັ້ງແຕ່ເດືອນສິງຫາປີກາຍນີ້. ເຂົາເຈົ້າໄດ້ເພັ່ງເລັງໃສ່ການສັງຫານ
ໝູ່ຊາວ ໂຣຮິງຢາ 10 ຄົນໂດຍ ຕຳຫຼວດ ແລະ ທະຫານໃນບ້ານ ອິນ ດິນ.

ຄຳຕັດສິນ ໄດ້ມີກຳນົດປະກາດອອກ ເມື່ອສັບປະດາທີ່ຜ່ານມາ, ແຕ່ໄດ້ຖືກເລື່ອນອອກ
ໄປ ຍ້ອນປະທານຜູ້ພິພາກສາບໍ່ສະບາຍ.

ການຈັບກຸມທ້າວ ວາ ໂລນກັບ ທ້າວ ຈໍ ໂຊ ໂອ ໄດ້ກະຕຸ້ນຄວາມບໍ່ພໍໃຈຈາກສາກົນ
ໃນບັນດາຜູ້ສະໜັບສະໜູນເສລີພາບໃນການປາກເວົ້າ ແລະ ສິດທິມະນຸດ, ຜູ້ທີ່ໄດ້ພິ
ຈາລະນາຄະດີດັ່ງກ່າວ ເວົ້າວ່າເປັນການທົດສອບທີ່ແທ້ຈິງຄັ້ງທຳອິດຂອງ ມຽນມາ
ກ່ຽວກັບເສລີພາບໃນການປາກເວົ້າ ຫຼັງຈາກໄດ້ປ່ຽນເປັນລະບອບປະຊາທິປະໄຕໃນ
ປີ 2016 ຫຼັງຈາກການປົກຄອງແບບກົດຂີ່ຂອງກອງທັບມາ ຫຼາຍທົດສະວັດ.

ຫົວໜ້າບັນນາທິການຂອງອົງການຂ່າວ ຣອຍເຕີ ທ່ານ ສເຕເຟັນ ເຈ ແອດເລີ
(Stephen J. Adler) ໄດ້ກ່າວປະນາມການຕັດສິນຄະດີດັ່ງກ່າວ ໃນຖະແຫຼງການສະ
ບັບນຶ່ງ, ທີ່ເອີ້ນມັນວ່າ “ເປັນວັນທີ່ໂສກເສົ້າສຳລັບ ມຽນມາ,” ນັກຂ່າວສອງຄົນນັ້ນ
“ແລະ ສື່ມວນຊົນຢູ່ທຸກໆບ່ອນ,” ແລະ ວ່າມັນຕ້ອງຖືກແກ້ໄຂໂດຍລັດຖະບານ ມຽນມາ
ວ່າ “ບັນຫາອັນຮີບດ່ວນ.” ທ່ານ ແອັດເລີ ກ່າວວ່າ ການຕັດສິນຂອງຜູ້ພິພາກສາ ແມ່ນ
“ການກ້າວຖອຍຫຼັງຄັ້ງໃຫຍ່ໃນການຫັນເປັນປະຊາທິ ປະໄຕຂອງ ມຽນມາ, ແລະ ບໍ່ສາ
ມາດທີ່ຈະເຮັດໃຫ້ສອດຄ່ອງກັບລະບຽບກົດໝາຍ ຫຼື ເສລີພາບໃນການປາກເວົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG