ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ໃນມຽນມາ ເຫັນວ່າ ຈະເປັນ ການທົດສອບ ຄວາມນິຍົມ ຂອງ ທ.ນ. ອອງ ຊານ ຊູ ຈີ


ຜູ້ມີສິດອອກສຽງ ກຳລັງຂຶ້ນທະບຽນ ເພື່ອປ່ອນບັດຂອງຜູ້ກ່ຽວ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນ ຢ່າງກຸ້ງ ຂອງມຽນມາ, ວັນທີ 3 ພະຈິກ 2018.
ຜູ້ມີສິດອອກສຽງ ກຳລັງຂຶ້ນທະບຽນ ເພື່ອປ່ອນບັດຂອງຜູ້ກ່ຽວ ຢູ່ທີ່ໜ່ວຍເລືອກຕັ້ງ ໃນນະຄອນ ຢ່າງກຸ້ງ ຂອງມຽນມາ, ວັນທີ 3 ພະຈິກ 2018.

ພວກມີສິດອອກສຽງ ຢູ່ໃນມຽນມາ ກຳລັງພາກັນໄປໜ່ວຍເລືອກຕັ້ງ ໃນວັນເສົາມື້ນີ້
ເພື່ອປ່ອນບັດ ຂອງພວກເຂົາເຈົ້າ ໃນການເລືອກຕັ້ງເອົາ 13 ບ່ອນນັ່ງ ໃນສະພາ
ແຫ່ງຊາດ ແລະ ສະພາປະຈຳເຂດ.

ບັນດານັກວິເຄາະດ້ານການເມືອງ ກ່າວວ່າ ການອອກສຽງ ແທ້ຈິງແລ້ວ ຈະເປັນການ
ທົດສອບ ຕໍ່ການສະໜັບສະໜຸນ ໃຫ້ແກ່ຜູ້ນຳຂອງປະເທດ ທ່ານນາງ ອອງ ຊານ ຊູ ຈີ
ແລະ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທີ່ປົກຄອງປະເທດ ໃນປັດຈຸບັນ.

ທ່ານນາງ ຊູ ຈີ ໄດ້ຮັບຄວາມສຳເລັດຢ່າງຖ້ວມລົ້ນ ໃນປີ 2015 ໃນການເລືອກຕັ້ງທົ່ວໄປ
ທີ່ໄດ້ເຮັດໃຫ້ການປົກຄອງຂອງທະຫານ ທີ່ມີມາຫຼາຍທົດສະວັດແລ້ວນັ້ນ ສິ້ນສຸດລົງ.

ທ່ານນາງ ຍັງຄົງເປັນຜູ້ທີ່ໄດ້ຮັບຄວາມນິຍົມຊົມຊອບ ຢູ່ໃນມຽນມາ ແຕ່ສະຖານະພາບ
ຂອງຜູ້ຊະນະລາງວັນໂນແບລ ຂະແໜງສັນຕິພາບ ຢູ່ໃນເວທີສາກົນນັ້ນ ໄດ້ມີຮອຍດ່າງ
ໂດຍການກະທຳ ຕໍ່ພວກຊາວມຸສລິມ ໂຣຮິງງຢາ ຊົນກຸ່ມນ້ອຍ ຂອງປະເທດ.

ອົງການຂ້າຫລວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ຄັດຄ້ານຕໍ່
ສັນຍາຕົກລົງ ລະຫວ່າງ ມຽນມາ ແລະ ບັງກລາແດັສ ເມື່ອບໍ່ດົນມານີ້ ທີ່ຈະເລີ້ມສົ່ງ ຊາວ
ອົບພະຍົບ ໂຣຮິງຢາ ຫຼາຍພັນຄົນ ກັບຄືນສູ່ ມຽນມາ. ອົງການ UNHCR ກ່າວວ່າ
ສະພາບການ ແມ່ນບໍ່ອຳນວຍໃຫ້ມີຄວາມປອດໄພ ໃນການກັບຄືນໄປ ຂອງພວກອົບ
ພະຍົບ ດ້ວຍກຽດສັກສີ ສູ່ປະເທດທີ່ພວກເຂົາເຈົ້າໄດ້ຫລົບໜີພ່າຍ ນຶ່ງປີກວ່າຜ່ານມາ
ເພື່ອຫລີກເວັ້ນການປະຫັດປະຫານ ແລະ ຄວາມຮຸນແຮງ.

ການຕັດສິນໃຈ ທີ່ຈະເລີ້ມປະຕິບັດການສົ່ງອົບພະຍົບ ກັບຄືນສູ່ປະເທດ ໃນກາງເດືອນ
ພະຈິກ ນີ້ ໄດ້ມີຂຶ້ນ ປະມານນຶ່ງສັບປະດາ ຫຼັງຈາກ ພວກນັກສືບສວນ ຂອງອົງການ
ສະຫະປະຊາຊາດ ໄດ້ເຕືອນກ່ຽວກັບ ການຂ້າລ້າງເຊື້ອຊາດເຜົ່າພັນ ຍັງມີຢູ່ຕໍ່ມາ ຢູ່ໃນ
ມຽນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG