ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ໄທ ແລະ ຫວຽດນາມ ເລີ້ມກວດຂັນ ຫຼາຍຂຶ້ນ ກ່ຽວກັບ ອີໂບລາ (ວີດີໂອ)


ພວກຜູ້ໂດຍສານ ຖືກກວດ ໃນຂະນະທີ່ເດີນທາງໄປຮອດ ເດີ່ນບິນສາກົນ ນະຄອນ Yangon ປະເທດ Myanmar, ວັນທີ 20 ສິງຫາ 2014.
ພວກຜູ້ໂດຍສານ ຖືກກວດ ໃນຂະນະທີ່ເດີນທາງໄປຮອດ ເດີ່ນບິນສາກົນ ນະຄອນ Yangon ປະເທດ Myanmar, ວັນທີ 20 ສິງຫາ 2014.

ວາມ​ຢ້ານ​ກົວ ກ່ຽວກັບການລະບາດ ຂອງໂຣກອີ​ໂບລາ ​ໄດ້

​ແຜ່​ກະຈາຍ ​ຈາກອາຟຣິກາ​ຕາ​ເວັນ​ຕົກ ​ອອກໄປໄກ​ຈົນ​ຮອດ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ​ໃນ​ມຽນມາ ​ໄດ້ກັກ​ຕົວ​ ຜູ້​ຊາຍ
​ຄົນ​ນຶ່ງ​ໄວ້ ອາຍຸ 22 ປີຊຶ່ງ​ພວກ​ເຂົາເຈົ້າຄິດ​ວ່າ ​ລາວ​ອາດ​ຕິດ​ເຊື້ອ
​ໄວຣັສທີ່​ເປັນອັນຕະລາຍຮ້າຍແຮງ​ເຖິງ​ແກ່​ຊີວິດ. ລາວ​ໄດ້​ກັບ​ຄືນ
ບ້ານ ໃນ​ວັນ​ອັງຄານ​ຜ່ານ​ມາ ຈາກ​ປະ​ເທດກີ​ນີ ​ຢູ່ໃນອາຟຣິກາ
​ຕາ​ເວັນ​ຕົກ ພ້ອມ​ ​ກັບໝູ່ເພື່ອນອີກ 4 ຄົນ ​ແລະພວກ​ກ່ຽວ ​ອາດ​
ເດີນໄດ້ທາງ​ໄປ​ຍັງ ໄລ​ບີ​ເລຍນຳ​ດ້ວຍ.

ໄວຣັສ ອີໂບລາ: ວິທີປ້ອງກັນການຕິດແປດ ແລະການແຜ່ຜາຍ

ວິທີປ້ອງກັນການແຜ່ຜາຍຂອງ ເຊື້ອອີໂບລາ:

· ຫລີກເວ້ນການສຳພັດກັບຄົນທີ່ມີອາການຕິດ
ເຊື້ອນີ້: ເປັນໄຂ້ບໍ່ເຊົາ ຕາແດງ ຮາກ ແລະ
ເຈັບທ້ອງ.

· ລ້າງມືຢູ່ເລື້ອຍໆແລະໃຫ້ສະອາດ ຮວມທັງ
ຢູ່ໃຕ້ເລັບ. ໃຊ້ສະບູ່ແລະນ້ຳສະອາດລ້າງ.
ໃຊ້ນ້ຳຢາທຳຄວາມສະອາດມື ຖ້າບໍ່ມີສະບູ່.

· ໃສ່ຖົງມື ເວລາດູແລຄົນປ່ວຍ ທີ່ຕິດເຊື້ອ
ອີໂບລາ.

· ປຸງແຕ່ງອາຫານສັດ ຫລືເຮັດດ້ວຍຊິ້ນສັດ
ທຸກຢ່າງໃຫ້ສຸກດີ. ຫລີກເວ້ນການກິນຊິ້ນ
ສັດປ່າ.

· ໃສ່ເສື້ອຜ້າທີ່ມີການປ້ອງກັນແລະຖົງມື
ເວລາຈັບບາຍສັດ

· ຢ່າຈັບບາຍ ຄົນທີ່ຫາກໍຕາຍຍ້ອນຕິດເຊື້ອ
ອີໂບລາ.


ແຫລ່ງ: Centers for Disease Control; Plan International

​ໃນ​ວັນ​ພຸດ​ວານ​ນີ້ ​ບັນດາ​ເຈົ້າໜ້າ​ທີ່ສາທາລະນະ​ສຸກຂອງໄທກໍ
ກ່າວ​ວ່າ ຜູ້​ຊາຍ​ທີ່ສົງໄສ ຄົນນຶ່ງ ຖືກແຈ້ງໃຫ້ຊາບວ່າ ລາວ​ບໍ່​ໄດ້
ຕິດເຊື້ອອີ​ໂບລາ ​ແຕ່​ລາວ​ປ່ວຍ​ ຍ້ອນ​ໄຂ້ຍຸງ ຫຼື ມາເລ​ເຣຍ.
​ເຖິງ​ຢ່າງໃດ​ກໍ​ຕາມ ຫົວໜ້າ​ທ່ານໝໍຄົນ​ນຶ່ງ ຢູ່​ທີ່​ໂຮງໝໍ​ບ່ອນຜູ້​ຊາຍ
​ດັ່ງກ່າວ​ ຖືກ​ນຳ​ໄປປົວ​ນັ້ນບອກ​ກັບ​ວີໂອ​ເອ​ໃນ​ວັນ​ພຸດ​ວານ​ນີ້ວ່າ
ຍັງບໍ່ທັນມີການລົງຄວາມເຫັນ ​ຢ່າງ​ເປັນ​ທາງ​ການ​ໃດໆເທື່ອ.
ທ່ານໝໍຄົນ​ນີ້ກ່າວ​ວ່າ ​ເລືອດ​ຕົວຢ່າງ​ຕ່າງໆໄດ້ ຖືກ​ສົ່ງ​ໄປອິນ​ເດຍ
​ເພື່ອ​ການກວດ​ສອບແລ້ວ.

ມຽນມາ ​ຊຶ່ງເປັນ​ປະ​ເທດ​ນຶ່ງ ໃນໂລກ​ ທີ່ມີ​ການໃຊ້ຈ່າຍ ທາງດ້ານ
ການແພດ ໜ້ອຍທີ່​ສຸດ ​ແລະມີລະບົບຮັກສາສຸຂະພາບທີ່ຂາດ
​ແຄນ​ອຸບປະກອນດ້ານ​ການ​ປິ່ນປົວຢ່າງຮ້າຍແຮງ. ຫຼາຍໆຄົນຢູ່
​ທີ່​ນັ້ນ ບໍ່​ມີໂອກາດໄດ້ເຂົ້າໄປ​ຮັບການປິ່ນປົວ ​ແມ່ນ​ແຕ່​ການ​ຮັກສາ
​ສຸຂະພາບ​ຂັ້ນພື້ນຖານ​.

​ໃນ​ຫວຽດນາມ ອົງການ​ຂ່າວ​ຕ່າງໆ ລາຍ​ງານ​ວ່າ ມີການຕິດຕາມ
ເບິ່ງຊາວ​ໄນ​ຈີ​ເຣຍ​ຈຳນວນ​ນຶ່ງ ທີ່​ອາດ​ຕິດ​ເຊື້ອ​ໄວຣັສໂຣກອີ​ໂບລາ.
ຫວຽດນາມ ​ມີ​ການບັງຄັບ ໃນການກວດ​ອຸນຫະພູມ ຂອງຮ່າງກາຍ
ຢູ່​ທີ່ເດີ່ນ​ບິນ ​ທີ່​ສຳຄັນ​ສອງ​ແຫ່ງຂອງຕົນ ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ຜູ້​ໂດຍ
ສານນຳ​ເອົາເຊື້ອ​ອີ​ໂບລາ​ເຂົ້າໄປ​ໃນ​ປະ​ເທດດັ່ງກ່າວ.

WEST AFRICA EBOLA CNPK
please wait

No media source currently available

0:00 0:01:49 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG