ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ມຸສລິ​ມ​ທົ່ວໂລກ ພາກັນ ສະຫຼອງ ເທດສະການ Eid al-Adha (ສະໄລດ໌/ວີດີໂອ)


ຊາວ​ມຸສລິ​ມ​ໃນ​ທົ່ວ​ໂລກພາກັນ​ສະ​ເຫຼີ​ມສະຫຼອງ​ເທດສະການ
Eid Al-Adha ດ້ວຍ​ການສູດ​ມົນພາ​ວະນາ​ແບບພິ​ເສດ
​ກິນ​ເຂົ້າປາອາຫານຊຸມ​ແຊວ​ກັນ ​ແລະບໍ​ລິຈາກການ​ກຸສົນ
​ເພື່ອ​ຊ່ອຍ​ເຫຼືອ​ຄົນ​ຍາກ​ຄົນ​ຈົນ.

ເທດສະການ​ບຸນ Eid Al-Adha ທີ່​ໄດ້​ເລີ້ມຂຶ້ນ​ໃນ​ວັນ​ອັງຄານ
ງານ​ນີ້ ​ແມ່ນ​ເປັນ 1 ໃນ 2 ເທດສະການ​ບຸນທາງ​ສາສະ​ໜາ​ທີ່​
ສໍາຄັນ​ ຕາມ​ປະຕິທິນຂອງ​ສາ​ສະໜາອີສລາມ ຊຶ່ງ​ບຸນ​ດັ່ງກ່າວ
​ນີ້​ມີ​ຂຶ້ນ 2 ​ເດືອນ ຫຼັງ​ຈາກ​ບຸນ Eid Al-Fitr ຕອນ​ທີ່​ຊາວ
ມຸສລິ​ມເສັດ​ສິ້ນການ​ ​ ອົດ​ອາຫານ ​ໃນເດືອນສັກສິດ
Ramadan ທີ່​ມີພິທີ​ທາງ​ສາສະໜາທີ່​ຄ້າຍຄຶງ​ກັນ ກໍ​ຄືສູດ​ມົນ
ພາ​ວະນາ ຊຸມ​ເຂົ້າຄົບງັນ​ມ່ວນ​ຊື່ນ ​ແລະ​ ບໍ​ລິຈາກ ​ໃຫ້​ສິນກິນ​ທານ ເພື່ອການ​ກຸສົນ.

ເທດສະການ​ Eid Al-Adha ມີ​ຂຶ້ນ​ພ້ອມ​ກັນ​ກັບ ​ເທດສະການ​ສະ​ແຫວ​ງບຸນ​ປະ​ຈໍາປີ​
ຂອງຊາວມຸສລິ​ມ ທີ່ພາ​ກັນ​ຫຼັ່ງ​ໄຫຼ​ໄປ​ເຮັດບຸນ ຢູ່ Mecca ​ເມືອງ​ສັກສິດຂອງ Saudi
Arabia ນັ້ນ.

ວີດີໂອ: ຊາວ​ມຸສລິ​ມ​ ໃນມອສໂຄ ສູດມົນ ສະຫຼອງບຸນ Eid al-Adha ຢູ່ຫົນທາງ:

Moscow’s Muslim Community Defined by Street Prayers, Pogroms
please wait

No media source currently available

0:00 0:03:39 0:00
ລິງໂດຍກົງ
XS
SM
MD
LG