ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງຂອງນັກສີລະປິນ ຮ້ອງເພງ ເປັນພາສາທີ່ນາງບໍ່ໄດ້ເວົ້າ


ສຽງຂອງນັກສີລະປິນຮ້ອງເພງເປັນພາສາທີ່ນາງບໍ່ໄດ້ເວົ້າ

ປັນຍາປະດິດ ຫລື AI ໄດ້ຖືກນໍາໃຊ້ເພື່ອສ້າງເພງ ທີ່ມີສຽງປອມຢ່າງນິ້ມນວນ ຫລື deepfakes" ຊຶ່ງເປັນສຽງເພງທີ່ຄ້າຍຄືກັນກັບຂອງນັກສິລະປິນຄົນນຶ່ງ ແຕ່ວ່າເຮັດຂຶ້ນໂດຍຄອມພິວເຕີ. Deana Mitchell ເອົາເລື່ອງລາວຂອງນັກສິລະປິນຄົນນຶ່ງທີ່ມີການພົວພັນກັບການຮຽນຮູ້ຂອງເຄື່ອງຈັກເພື່ອສ້າງດົນຕີ ປະເພດໃຫມ່ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກສິລະປິນ ຮອລລີ ເຮີນເດິນ (Holly Herndon) ບໍ່ຮູ້ພາສາກາຕາແລນ.
ລາວບອກວ່າ:

“ນັ້ນແມ່ນສຽງຂອງຂ້ອຍ, ແຕ່ຂ້ອຍບໍ່ໄດ້ຮ້ອງເພັງໃນຄລິບນັ້ນ. ຂ້ອຍໄດ້ຝຶກ AI ດ້ວຍສຽງຂອງຂ້ອຍເອງ ແລະດຽວນີ້ນາງສາມາດຮ້ອງເພງໃດກໍໄດ້ ໃນຫຼາຍພາສາ.”

ເຮີນເດິນ ແລະທີມງານຂອງນາງໄດ້ພັດທະນາປັນຍາປະດິດ, ຫຼື AI, ໃຫ້ຮູ້ຮູບແບບການຮຽນຮູ້ໂດຍເຄື່ອງຈັກ ທີ່ໄດ້ຮັບການຝຶກອົບຮົມດ້ວຍສຽງຂອງນາງເອງ ທີ່ສາມາດອ່ານນົດເພງໃນຫຼາຍພາສາ ແລະໃນທຸກລະດັບສຽງໄດ້.

ນາງເອີ້ນມັນວ່າ “ຄູ່ແຝດທາງດິຈິຕອລຮອລລີພລັສ (Holly+),

ນາງຮອລລີ ເຮີນເດິນ, ນັກສິລະປິນໃຫ້ການສໍາພາດຜ່ານ ZOOM ວ່າ:

"ຂ້ອຍຄິດວ່າ ຫຼາຍຄົນຄົງຄິດວ່າ AI ແບບນີ້ ເປັນມະນຸດຕ່າງດາວ -ທີ່ມີ ຄວາມສະຫຼາດອັນອື່ນ ທີ່ບໍ່ຮູ້ວ່າມັນມາແຕ່ໃສໜີ້ແຫລະ. ແລະມັນແມ່ນຫຍັງກັນແທ້ ມັນກໍແມ່ນຄວາມສະຫຼາດຂອງມະນຸດທີ່ລວມເຂົ້າໃສ່ກັນ.”

ນາງເຮີນເດິນເວົ້າວ່າ ສື່ປະເພດໃດກໍຕາມທີ່ເຮັດໃຫ້ເຄື່ອງຈັກສາມາດອ່ານໄດ້ ແມ່ນສາມາດຖືກນໍາໃຊ້ເພື່ອຝຶກອົບຮົມ AI ໃຫ້ສ້າງແບບສະບັບຂອງການກໍາເນີດ ຂຶ້ນຢ່າງບໍ່ມີຂອບເຂດ.

ນັ້ນແມ່ນສະບັບ “ທີ່ເປັນຕົວຈິງ” ຂອງສຽງຈາກຮອລລີພລັສ (Holly+), ບ່ອນທີ່ມີຄົນຜູ້ນຶ່ງຮ້ອງເພງ, ຮູບແບບການຮຽນຮູ້ຂອງເຄື່ອງຈັກຜະລິດສຽງເພງ ທີ່ເປັນສຽງຂອງເຮີນເດິນ. ນັກຮ້ອງເຟີ (Pher) ສະແດງສຽງຮ້ອງທີ່ແທ້ຈິງຂອງລາວອອກມາ ໃນໄມໂຄຣໂຟນນຶ່ງ ແລະຮ້ອງຜ່ານ Holly+ ຢູ່ໄມໂຄຣໂຟນອື່ນ.

ບໍ່ເໝືອນກັບດົນຕີ "ສຽງປອມແບບນິ້ມນວນ ຫລື deepfakes" ທີ່ຮຽນແບບ ນັກຮ້ອງຄົນອື່ນ ແລະຄັດລອກສຽງຂອງເຂົາເຈົ້າ, ນາງເຮີນເດິນ ເຫັນວ່າການຮຽນຮູ້ຂອງເຄື່ອງຈັກເປັນການມີສ່ວນພົວພັນກັບນັກສິລະປິນເພື່ອສ້າງເນື້ອຫາ ທີ່ມີເອກະລັກຂອງຕົນ.

ນາງເຮີນເດິນ ໃຫ້ສໍາພາດຜ່ານ ZOOM ອີກວ່າ:

"ຂ້າພະເຈົ້າຄິດວ່າ ໃນປັດຈຸບັນມັນເບິ່ງຄືວ່າ ເປັນຕາຢ້ານແທ້ໆ ແລະຂ້ອຍເຂົ້າໃຈຢ່າງເລິກເຊິ່ງເລີຍວ່າ ເປັນຫຍັງຄົນຈຶ່ງເປັນຫ່ວງກ່ຽວກັບມັນ, ແຕ່ຂ້ອຍຄິດວ່າ ໃນອະນາຄົດ ມັນອາດຈະເປັນສິ່ງທີ່ຫນ້າສົນໃຈຫຼາຍ ແລະກໍມີວິທີທີ່ນັກສິລະປິນ ບໍ່ຈໍາເປັນຕ້ອງມີຄວາມຮູ້ສຶກຄືກັນກັບວ່າ ພວກເຂົາເຈົ້າເສຍການຄວບຄຸມຜົນງານຂອງເຂົາເຈົ້າໄປໝົດເລີຍ.”

ໃນປີນີ້ ໄກຣມສ໌ (Grimes) ນັກຮ້ອງຊາວການາດາໄດ້ເປີດຕົວຊອບແວສຽງ AI ໂດຍໃຊ້ເທັກໂນໂລຈີທີ່ຄ້າຍຄືກັນກັບ Holly+ ແລ້ວ ທີ່ອະນຸຍາດໃຫ້ຄົນໄດ້ຮັບກໍາໄລຈາກສິ່ງທີ່ພວກເຂົາເຈົ້າສ້າງຂຶ້ນມາ ຂໍພຽງແຕ່ວ່າ ພວກເຂົາເຈົ້າຍິນດີທີ່ຈະແບ່ງປັນເຄິ່ງນຶ່ງຂອງຄ່າ ລິຂະສິດໃນການບັນທຶກສຽງຕົ້ນສະບັບຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດຂ້າງລຸ່ມນີ້:

Artificial Intelligence is being used to create musical “deepfakes” – songs that sound like one artist but were made by a computer. Deana Mitchell brings us the story of one artist who is engaging with machine learning to create new kinds of music.

Artist Holly Herndon does not speak Catalan.

Holly Herndon, Artist:

“That was my voice, but I didn’t sing that clip. I trained an AI on my own voice and now she can sing anything in multiple languages.”

Herndon and her team developed an artificial intelligence, or AI, machine learning model trained on her own voice that can read musical scores in

multiple languages and in any vocal range.

She calls it her “digital twin”

Holly Herndon, Artist via ZOOM:

“I think a lot of people think of AI as this kind of alien-other intelligence that just kind of came from nowhere. And really what it is is aggregated human intelligence.”

Herndon says any kind of media that’s made machine legible can be used to train an AI to create infinite generative versions.

This is the “real-time” version of Holly+, where as someone sings, the machine-learning model produces music in Herndon’s voice. The musician Pher shows his real voice on one mic and sings through Holly+ on the other.

Unlike musical “deepfakes” that imitate other musicians and copy their sound, Herndon sees machine learning as engaging with artists to create unique content.

Holly Herndon, Artist via ZOOM:

“I think right now it seems really scary and I completely understand why people are apprehensive about it, but I think in the future, it could be something that's really playful and that there are ways where the artist doesn't necessarily feel like they have relinquished all control over their work.”

Already Canadian musician Grimes this year launched AI voice software using technology similar to Holly+ that allows people to profit from what they create as long as they are willing to share half of their master-recording royalties.

XS
SM
MD
LG