ສະບາຍດີທຸກໆທ່ານ ກັບມາພົບກັນອີກແລ້ວ ໃນລາຍການສຽງ
ເພງຈາກແດນໄກຂອງ VOA ໃນທຸກໆຄໍ່າຄືນຂອງວັນອາທິດ.
ແຕ່ກ່ອນອື່ນຕ້ອງຂໍຂອບໃຈກັບແຟນລາຍການທຸກໆທ່ານທີ່
ໄດ້ໝັ່ນຂຽນຈ.ມ. ເຂົ້າມາທາງໜ້າເວັບໄຊຕ໌ຂອງພວກເຮົາທີ່
ຍ້ອງຍໍມາ ໃຫ້ຂໍ້ຄິດແລະຄວາມເຫັນຕ່າງໆ ຊຶ່ງວັນນະສອນ
ຂໍຖືໂອກາດຂອບໃຈທຸກໆຄຳເວົ້າ ໃນສ່ວນຕົວວັນນະສອນ
ເອງແລ້ວ ຂໍຂອບໃຈດ້ວຍໃຈຈິງແລະກໍຈະພະຍາຍາມສັນຫາເພງດີໆ ມ່ວນໆ ແລະມີຄຸນນະພາບ ມາໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ. ຂໍ້ຄວາມຂອງ ຜູ້ຟັງ ທ່ານ ປ. ພັນນາ ຈາກນະຄອນຫຼວງວຽງຈັນ…ໄດ້ຂຽນຂໍ້ຄວາມທີ່ເປັນຄວາມຮູ້ທາງປະຫວັດສາດ ກ່ຽວກັບບົດເພງ “ປູ່ຈັນ” ທີ່ທາງເຮົາໄດ້ຈັດມາໃຫ້ຟັງໄປເມ່ື່ອໄວໆມານີ້ ພວກລູກຫຼານລາວຮຸ້ນຫຼັງ ທີ່ບໍ່ຮູ້ແລະບໍ່ໄດ້ຮ່ຳຮຽນປະຫວັດສາດລາວ ຄົງຈະບໍ່ຮູ້ທີ່ມາຂອງພວກຕົນ. ຈັ່ງໃດກໍຕາມແຕ່ ຂໍໃຫ້ຄົນລາວ ໄດ້ສຶກສາແລະຮຽນຮູ້ທີ່ມາຂອງຄົນເຊື້ອຊາດລາວດຽວກັນ…ເພາະສະນັ້ນ ຈຶ່ງຂໍມອບເພງ ນ້ຳຂອງຍາມແລງ ທີ່ມີຄວາມໝາຍດີອີກເພງນຶ່ງມອບໃຫ້ທ່ານປ. ພັນນາ ແລະທ່ານຜູ້ຟັງຄົນອື່ນໆ ໄດ້ຮັບຟັງກັນ...ທີ່ຂັບຮ້ອງໂດຍ...ສິນລະປິນສຽງດີ ຈາກລັດ Virginia ພອນ ພູມິທອນ ແລະປະພັນໂດຍ ອາຈານວໍຣະເດດ ດິດທະວົງ.
ຫຼັງຈາກທີ່ໄດ້ຈັດເພງຂອງສິນລະປິນສຽງດີ ອຸດອນ ວົງສີ ໄປແລ້ວ ກໍໄດ້ມີຂໍ້ຄວາມຂຽນເຂົ້າມາຢ່າງລົ້ນຫຼາຍ. ຂໍ້ຄວາມຈາກທ່ານບຸນມາ ພົມຈະເຣີນ ຈາກສະຫວັນນະເຂດ ທີ່ຂຽນວ່າ ເພງນັ້ນມ່ວນຫຼາຍ ຟັງໄປ ຮັບປະທານອາຫານໄປ ກໍຍິ່ງແຊບ. ສ່ວນຍາເອື້ອຍ ດວງມາລາ ທ່ານແດງ ສີຫາວົງ ແລະທ່ານວິໄຊ ຈາກແຂວງຊຽງຂວາງ ສປປ ລາວ ຊຶ່ງຕ່າງກໍໄດ້ຂຽນຂໍ້ຄວາມຝາກໄວ້ ບອກມາວ່າ ມັກເພງລາວ ໂດຍສະເພາະເພງເກົ່າໆ ມ່ວນຫຼາຍ ວ່າຊັ້ນ...ເພາະສະນັ້ນວັນນະສອນ ຂໍຈັດເພງຂອງອຸດອນ ວົງສີ ເພື່ອແທນຄຳຂອບໃຈ ສົ່ງມອບຄືນໃຫ້ທ່ານຜູ້ຟັງ ເພື່ອທ່ານຜູ້ຟັງຈະໄດ້ກັບມາຟັງເພງຮ່ວມກັນອີກໃນຄັ້ງຕໍ່ໆໄປ. ທ່ານຜູ້ຟັງຄົງຈະຊຶ້ງກັບເພງນີ້ແນ່ນອນ...
ທີ່ທ່ານຟັງຈົບລົງໄປນັ້ນ ແມ່ນເພງອ້າຍຊົ່ວຢ່າງໃດ ບົດປະພັນຂອງອາຈານ ສ. ແສງສິຣິວັນ ຊຶ່ງກໍໄດ້ມີຫຼາຍໆສິນລະປິນນຳມາຂັບຮ້ອງ ແຕ່ຄັ້ງນີ້ ສຽງຂອງອຸດອນ ວົງສີ ຍິ່ງເຮັດໃຫ້ເພງນີ້ໜ້າຟັງຍິ່ງຂຶ້ນ. ອຸດອນ ວົງສີ ເກີດມາເພື່ອເພງນີ້ ໂດຍສະເພາະ ເພງສຸດທ້າຍນີ້ ຂໍຈັດໃຫ້ ທ່ານພິນໃຈ ປຣະມານ ຜູ້ຟັງຈາກຈັງວັດອຸຕຣະດິດ ທີ່ຂຽນບອກມາວ່າ VOA ຈັດລາຍການໄດ້ດີຫຼາຍ ຮັບຟັງທຸກວັນ ຮັບຮູ້ຂ່າວທົ່ວໂລກ ພ້ອມທັງຂຽນຂໍປະຕິທິນປີ 2015 ມາ ແຕ່ກວ່າຈົດໝາຍຈະມາຮອດ VOA ກໍຕົກເຂົ້າເຖິງທ້າຍເດືອນສິງຫາແລ້ວ ຈຶ່ງຂໍເກັບທີ່ຢູ່ໄວ້ ເພື່ອທາງເຮົາຈະໄດ້ຈັດສົ່ງປະຕິທິນປີ 2016 ໄປໃຫ້...ຫວັງວ່າທ່ານພິນໃຈ ຍັງຈະຄົງຕິດຕາມຮັບຟັງລາຍການ VOA ພາກພາສາລາວ ຢູ່ລ້ຳໄປ. ຈຶ່ງຂໍຈັດເພງລາວມ່ວນໆ ມອບໃຫ້ຟັງ ໃນບົດເພງ“ດອກບົວທອງ” ຂັບຮ້ອງໂດຍ ແດງ ຈຳພອນ. ຂໍໃຫ້ທຸກໆທ່ານຈົ່ງນອນລັບຝັນຫວານແລະພົບກັນໃໝ່ໃນສັບປະດາໜ້າ.
ເພງ “ດອກບົວທອງ” ໂດຍ ແດງ ຈຳພອນ