ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Musharraf ຖືກປ່ອຍ ແຕ່ກໍຖືກຫ້າມ ອອກນອກ ປະເທດ (ວີດີໂອ)


ປ້ອມຕໍາຫຼວດເຝົ້າຍາມ ກວດຄົນເຂົ້າອອກຢ່າງແຂງຂັນ ເພື່ອປ້ອງກັນບໍ່ໃຫ້ທ່ານ Mussarraf ໜີອອກນອກປະເທດ
ປ້ອມຕໍາຫຼວດເຝົ້າຍາມ ກວດຄົນເຂົ້າອອກຢ່າງແຂງຂັນ ເພື່ອປ້ອງກັນບໍ່ໃຫ້ທ່ານ Mussarraf ໜີອອກນອກປະເທດ
ອະດີດປະທານາທິບໍດີ​ປາ​ກີ​ສຖານ ທ່ານ Pervez Mussarraf
​ໄດ້ຖືກປ່ອຍອອກ​ຈາກ​ການ​ກັກ​ບໍລິ​ເວນ​ໃນບ້ານ​ເຮືອນ​ຂອງ​ທ່ານ
ຫຼັງຈາກສານ​ໄດ້ອອກ​ຄໍາ​ສັ່ງ​ໃຫ້​ທ່ານປະກັນ​ຕົວ​ໄດ້ ​ໃນ​ຄະດີ​
ຄວາມ​ທີ່​ກ່ຽວຂ້ອງ​ກັບ​ການ​ສັງຫານນັກບວດ​ມຸສລິ​ມຄົນ​ນຶ່ງ ​
ໃນ​ປີ 2007 ນັ້ນ.

ນີ້​ແມ່ນ​ນຶ່ງ ​ໃນ​ຫຼາຍໆ​ຄະດີ​ ທີ່ມີ​ຕໍ່ອະດີດ​ຜູ້​ນໍາ​ທາງ​ທະຫານ
ຊຶ່ງ​ຮວມທັງຄະດີ​ ​ທີ່​ພົວພັນ​ກັບການ​ສັງຫານອະດີດ​ນາຍົກ
ລັດຖະມົນຕີ ທ່ານ​ນາງ Benazir Bhuttu ​ໃນ​ປີ 2007.

​ເຈົ້າ​ໜ້າ​ທີ່​ກັກ​ບໍລິ​ເວນ ໄດ້​ອອກ​ຈາກເຮືອນ​ຂອງ​ທ່ານ
Mussarraf ​ໄປ ​ໃນແລງວັນ​ພຸດ​ວານ​ນີ້. ​ເວລາ​ນີ້ທ່ານMussarraf ສາມາດ​ເດີນທາງ​
ໄປຍັງ​ສະຖານ​ທີ່​ຕ່າງໆ​ພາຍ​ໃນ​ປະ​ເທດ​ໄດ້​ແລ້ວ ​ແຕ່​ທ່ານ​ຍັງ​ຈະ​ຖືກ​ຫ້າມບໍ່​ໃຫ້ເດີນທາງ
ອອກຈາກ​ປາ​ກີ​ສຖານ.

ທ່ານ Mussarraf ເດີນທາງອອກຈາກສານ
ທ່ານ Mussarraf ເດີນທາງອອກຈາກສານ

ທ່ານ Mussarraf ໄດ້​ຍຶດອໍານາດ​ໃນ​ປີ 1999 ​ໂດຍການ​ກໍ່ລັດຖະປະຫານ ​ໃນ​ຂະນະ​ທີ່
ດໍາລົງ​ຕໍາແໜ່​ງ​ເປັນ​ຜູ້​ບັນຊາການ​ກອງທັບ. ທ່ານ​ໄດ້​ເຂົ້າ​ກໍາ​ອໍານາດ​ຈົນ​ເຖິງ​ປີ 2008
​ເວລາ​ທີ່​ຫາງສຽງ​ຂອງ​ປະຊາຊົນທີ່​ບໍ່ພໍ​ໃຈ​ ຮຽກຮ້ອງໃຫ້​ທ່ານລາ​ອອກ. ທ່ານ​ໄດ້​ໄປ​ລີ້​ໄພ
ຢູ່ໃນ​ຕ່າງປະ​ເທດ​ເປັນ​ເວລາ​ຫຼາຍໆ​ປີ ກ່ອນ​ທີ່​ຈະ​ກັບ​ຄືນ​ປະ​ເທດ​ໃນ​ເດືອນ​ມີນາ​ແລ້ວ​ນີ້
​ໂດຍຕັ້ງ​ໃຈ​ທີ່​ ຈະ​ລົງ​ສະໝັກ​ເລືອກ​ຕັ້ງ​ຮັບໜ້າ​ທີ່​ເປັນ​ລັດຖະກອນອີກ ​ແຕ່​ກໍຖືກ​ຈັບ​ກຸມ
ບໍ່​ດົນ​ຫຼັງ​ ຈາກ​ທີ່​ທ່ານ​ໄດ້ກັບ​ຄືນ​ປະທດ ​ແລະ​ໄດ້ຖືກກັກ​ບໍລິ​ເວນ​ ​ໃນ​ເດືອນ​ເມສາ​ຜ່ານ
​ມາ​ນີ້. ​

ນອກຈາກ​ຄະດີ​ທີ່​ກ່ຽວຂ້ອງ​ກັບ​ການ​ ສັງຫານນັກບວດແລະ​ກ່ຽວຂ້ອງ​ກັບການ​ສັງຫານ
ທ່ານ​ນາງ Bhutto ແລ້ວນັ້ນ ທ່ານ Mussarraf ຍັງ​ຈະ​ປະ​ເຊີນ​ກັບຂໍ້​ຫາ​ທີ່​ພົວພັນ​ກັບ
ພວກຜູ້​ພິ ພາກສາຂອງປາ​ກີ​ສຖານຈຳນວນ​ນຶ່ງ ນໍາ​ດ້ວຍ.

ກຸ່​ມຕາ​ລີບັນ​ໄດ້​ຂູ່ ຈະ​ເອົາ​ຊີວິດຂອງທ່ານ Mussarraf ຫຼັງ​ຈາກ​ທີ່​ທ່ານໄດ້​ເປັນ​ພັນ
ທະ​ມິດ​ກັບ​ສະຫະລັດ ​ໃນ​ການ​ເຮັດ “ສົງຄາມ​ຕໍ່ຕ້ານພວກກໍ່​ການ​ຮ້າຍ” ຫຼັງຈາກ​ການ
ໂຈມ​ຕີຕໍ່​ສະ ຫະລັດ ​ເມື່ອວັນ​ທີ 11 ກັນຍາ ປີ 2001 ​ນັ້ນ.

PAKISTAN MUSHARRAF VO.mov
please wait

No media source currently available

0:00 0:00:32 0:00
XS
SM
MD
LG