ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ກ່າວວ່າ ກອງກໍາລັງປະສົມນານາຊາດ ຈໍາເປັນເພື່ອຊ່ວຍເຫຼືອຕໍາຫຼວດແຫ່ງຊາດ ຂອງເຮຕີ


ແຟ້ມຮູບ-ຕໍາຫຼວດ ລາດຕະເວນຢູ່ໃນຖະໜົນ ລຸນຫຼັງສະມາຊິກແກັ່ງ ພະຍາຍາມທີ່ຈະໂຈມຕີສະຖານີຕໍາຫຼວດ, ໃນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 25 ເມສາ 2023. ເຈົ້າໜ້າທີ່ອົງການສະຫະປະຊາຊາດເຕືອນວ່າ ຄວາມໝັ້ນຄົງຂອງປະເທດ ກໍາລັງຊຸດໂຊມລົງ.
ແຟ້ມຮູບ-ຕໍາຫຼວດ ລາດຕະເວນຢູ່ໃນຖະໜົນ ລຸນຫຼັງສະມາຊິກແກັ່ງ ພະຍາຍາມທີ່ຈະໂຈມຕີສະຖານີຕໍາຫຼວດ, ໃນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 25 ເມສາ 2023. ເຈົ້າໜ້າທີ່ອົງການສະຫະປະຊາຊາດເຕືອນວ່າ ຄວາມໝັ້ນຄົງຂອງປະເທດ ກໍາລັງຊຸດໂຊມລົງ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ ກອງກໍາລັງປະສົມນານາຊາດ ແມ່ນ​ມີ​ຄວາມຈໍາເປັນ ເພື່ອຊ່ວຍເຫຼືອ ຕໍາຫຼວດແຫ່ງ​ຊາດຂອງເຮຕີ ໃນຂະນະທີ່ທ່ານ​ໄດ້​ສະ​ທ້ອນ​ໃຫ້​ເຫັນ ​ເຖິງ​ການ​ຮ້ອງ​ຂໍຂອງເຈົ້າໜ້າທີ່ອົງການສະຫະປະຊາຊາດທີ່ໄດ້ເຕືອນວ່າ ຄວາມໝັ້ນຄົງຂອງປະເທດ ກໍາລັງຊຸດໂຊມລົງ, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານບ​ລິງ​ເກັນ ກ່າວສັ້ນໆກ່ຽວກັບເຮຕີ ແລະບັນຫາດ້ານອື່ນໆໃນວັນພຸດວານນີ້ ລະຫວ່າງເດີນທາງໄປຢ້ຽມຢາມທຣີນີແດດ ແລະໂຕບັກໂກ.

ປະເທດເກາະແຝດແຫ່ງນີ້ ໄດ້ເປັນເຈົ້າພາບຈັດກອງປະຊຸມສາມມື້ ເຊິ່ງ​ໄດ້ເຂົ້າຮ່ວມໂດຍ​ກຸ່ມ 15 ປະເທດສະມາຊິກທາງການຄ້າໃນຂົງເຂດທະເລຄາຣິບບຽນ ຫຼືຮູ້ໃນອີກຊື່ນຶ່ງວ່າ Caricom.

ທ່ານບລິງເກັນ ຍັງໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະຜັກດັນສະຖາບັນທາງການເງິນ ເພື່ອໂຈະການຊໍາລະໜີ້ ໃນກໍລະນີທີ່ໄພພິບັດທາງທໍາມະຊາດຕ່າງໆເກີດ​ຂຶ້ນ.

ທ່ານບລິງເກັນ ໃຫ້ສັນຍາດ້ວຍເງິນປະມານ 5.5 ຕື້ໂດລາ, ສໍາລັບຊ່ວຍຊາວກະສິກອນ ເພື່ອເພີ້ມພູນການຜະລິດຂອງພວກເຂົາເຈົ້າ ແລະການເຂົ້າເຖິງເທັກໂນໂລຈີ ໃນລະຫວ່າງທີ່ຂົງເຂດດັ່ງກ່າວ ກໍາລັງຕໍ່ສູ້ກັບການປ່ຽນແປງ ທາງສະ ພາບອາກາດ.

SAN JUAN, Puerto Rico (AP) — U.S. State Secretary Antony Blinken says a multinational force is needed to help Haiti's National Police as he echoed recent appeals made by U.N. officials who warn that the country's insecurity is worsening. Blinken briefly spoke about Haiti and other issues on Wednesday during a trip to Trinidad and Tobago. The twin-island nation hosted a three-day conference held by the 15-member Caribbean trade bloc known as Caricom. Blinken also promised to keep pushing financial institutions to defer debt payments in the case of natural disasters. He pledged nearly $5.5 billion to help small farmers increase their productivity and access technology as the region fights climate change.

XS
SM
MD
LG