ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພິທີຝັງສົບ ມື້ລາງ ອະດີດປະທານາທິບໍດີ ຊິມບັບເວ ຈະມີຂຶ້ນ ໃນວັນອາທິດໜ້າ


ມື້ລາງ ອະດີດປະທານາທິບໍດີ ຊິມບັບເວ ທ່ານໂຣເບີດ ມູກາເບ ແນມເບິ່ງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ບ້ານພັກສ່ວນຕົວຂອງທ່ານ ທີ່ມີຊື່ຫລິ້ນ ເອີ້ນວ່າ "Blue Roof" ໃນນະຄອນຫຼວງ ຮາຣາເຣ ຂອງຊິມບັບເວ, ວັນທີ 29 ກໍລະກົດ 2018.
ມື້ລາງ ອະດີດປະທານາທິບໍດີ ຊິມບັບເວ ທ່ານໂຣເບີດ ມູກາເບ ແນມເບິ່ງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ບ້ານພັກສ່ວນຕົວຂອງທ່ານ ທີ່ມີຊື່ຫລິ້ນ ເອີ້ນວ່າ "Blue Roof" ໃນນະຄອນຫຼວງ ຮາຣາເຣ ຂອງຊິມບັບເວ, ວັນທີ 29 ກໍລະກົດ 2018.

ສົບຂອງມື້ລາງອະດີດປະທານາທິບໍດີ ຊິມບັບເວ ທ່ານໂຣເບີດ ມູກາເບ ແມ່ນມີກຳນົດ
ຈະມາເຖິງສະໜາມບິນ ສາກົນ ໂຣເບີດ ກາບຣີແອລ ມູກາເບ ຂອງນະຄອນຫຼວງ
ຮາຣາເຣ ໃນວັນພຸດມື້ຮືນີ້.

ທ່ານມູກາເບ ຜູ້ທີ່ມີອາຍຸ 95 ປີ ໄດ້ເຖິງແກ່ມໍລະນະກຳ ຢູ່ທີ່ໂຮງໝໍໃນປະເທດສິງກະໂປ
ຫຼັງຈາກໄດ້ລົ້ມປ່ວຍມາເປັນເວລາຍາວນານ.

ອີງຕາມອົງການຂ່າວຣອຍເຕີ ບັນທຶກໝາຍເຫດຂອງລັດຖະບານ ທີ່ໄດ້ສົ່ງໄປຍັງ
ສະຖານທູດ ແຫ່ງຕ່າງໆ ໃນວັນອາທິດວານນີ້ ໂດຍມີຂໍ້ຄວາມກ່າວວ່າ ພິທີສົ່ງສະການ
ຂອງທ່ານມູກາເບ ຈະຈັດຂຶ້ນໃນສະໜາມກິລາແຫ່ງຊາດຂອງນະຄອນຫຼວງ ຮາຣາເຣ
ໃນວັນເສົາຈະມາເຖິງນີ້ ໂດຍພິທີການຝັງສົບ ຈະມີຂຶ້ນໃນມື້ຕໍ່ມາ. ມັນຍັງໄດ້ກ່າວອີກ
ວ່າ ບັນດາຜູ້ນຳຂອງປະເທດ ຄາດກັນວ່າ ຈະເດີນທາງອອກໄປໃນທັນທີ ພາຍຫລັງ
ຈາກຈົບພິທີສົ່ງສະການ ເພາະວ່າ ບັນດາເຈົ້າໜ້າທີ່ ຈະຕິດທຸລະກັບການກະກຽມ
ສຳລັບພິທີການຝັງສົບ ຕາມທີີ່ອົງການຣອຍເຕີໄດ້ລາຍງານມານັ້ນ.

ບັນທຶກໝາຍເຫດ ບໍ່ໄດ້ກ່າວເຖິງ ສະຖານທີ່ ບ່ອນພິທີການຝັງສົບ ຈະຖືກຈັດຂຶ້ນ
ອີງຕາມ ການກ່າວຂອງອົງການຂ່າວຣອຍເຕີ.

ລາຍງານຕ່າງໆ ໃນສື່ສັງຄົມ ໄດ້ປາກົດອອກມາ ທີ່ກ່າວວ່າ ຄອບຄົວ ຂອງທ່ານມູກາເບ
ບໍ່ຢາກຝັງສົບຂອງທ່ານ ຢູ່ທີ່ ສຸສານວິລະບູລຸດແຫ່ງຊາດ ຫຼື National Heroes Acre
ຊຶ່ງເປັນສະຖານທີ່ີສະຫງວນໄວ້ ແກ່ບັນດາວິລະບູລຸດຂອງຊິມບັບເວ ເທົ່ານັ້ນ ເພາະວ່າ
ຄອບຄວົ ມູກາເບ ກໍຍັງມີຄວາມຄຽດແຄ້ນຂົມຂື່ນ ກ່ຽວກັບການທີ່ທ່ານມູກາເບ ໄດ້ຖືກ
ຂັບໄລ່ອອກຈາກອຳນາດ ໃນປີ 2017.

ຕາມລາຍງານຕ່າງໆ ທີ່ກ່າວວ່າ ຄອບຄົວຂອງມູກາເບ ຢາກເອົາສົບຂອງ ທ່ານມູກາເບ
ຜູ້ທີ່ເປັນທີ່ຮັກຫອມ ຊຶ່ງຮູ້ຈັກກັນດີຄື “ມູດາຣາ ຫຼື ເຖົ້າແກ່” ໄປຝັງຢູ່ທີ່ເມືອງ ກູຕາມາ
ບ່ອນທີ່ເປັນບ້ານເກີດຂອງທ່ານ.

ອົງການຂ່າວຣອຍເຕີ ໄດ້ໂອ້ລົມກັບສະມາຊິກຄອບຄົວຜູ້ນຶ່ງ ທີ່ປະສົງບໍ່ລະບຸຊື່ ຜູ້ທີ່ໄດ້
ກ່າວວ່າ “ຄອບຄົວນີ້ ໄດ້ຕັດສິນໃຈ ທີ່ຈະເອົາສົບຂອງມູດາຣາ ໄປຝັງຢູ່ເມືອງກູຕາມາ.
ອັນນັ້ນແມ່ນຈຸດຢືນ ແຕ່ລັດຖະບານ ແມ່ນຍັງຈະພົວພັນກັບຄອບຄົວ ເພື່ອພະຍາຍາມ
ທີ່ຈະເອົາສົບຂອງທ່ານ ໄປຝັງໄວ້ຢູ່ ສຸສານບັນດາວິລະບູລຸດແຫ່ງຊາດ...ແມ່ນກະທັງ
ຖະແຫລງການຂອງລັດຖະບານ ບໍ່ໄດ້ເວົ້າເຖິງບັນຫາອັນນັ້ນ. ມັນກໍຍັງຕົກລົງກັນບໍ່ໄ
ດ້ເທື່ອ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The body of former Zimbabwean president Robert Mugabe is set to arrive Wednesday at Harare's Robert Gabriel Mugabe International Airport.

Mugabe, who was 95, died Friday in a hospital in Singapore after a long illness.

According to Reuters, a government memo was sent to embassies on Sunday saying Mugabe's funeral will be held in Harare's National Sports Stadium Saturday, with the burial a day later. It said heads of state would be expected to leave immediately after the funeral because officials will be busy with preparations for the burial, Reuters reported.

The memo did not state where the burial will take place, Reuters said.

Reports in the media have emerged that Mugabe's family does not want him buried at National Heroes Acre, a burial site reserved for Zimbabwe's heroes, because Mugabe remained bitter about his ouster from power in 2017.

Mugabe's family, reports say, want Mugabe, affectionately known as "Mudhara" ("old man" in the Shona language)buried at Kutama, his birthplace.

Reuters talked with an unidentified family member who said: "The family has made a decision that Mudhara will be buried at Kutama.That is the position, but the government is still engaging the family to try to have him buried at (National) Heroes Acre . . . Even the government statement does not address that issue.It is not settled."

XS
SM
MD
LG