ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Samsung ຈະຂະຫຍາຍ ການຜະລິດ chip ຫຼາຍຂຶ້ນ ຈາກລັດ ເທັກຊັສ


ລາຍງານກ່ຽວກັບບໍລິສັດ Samsung ໃນລັດ ເທັກຊັສ.

ລັດຖະບານ ທ່ານ ໄບເດັນ, ໃນເດືອນແລ້ວນີ້ໄດ້ປະກາດທຶນໂດຍກົງຈໍານວນ 6.4 ຕື້ໂດລາ ເພື່ອສະຫນັບສະຫນູນກຸ່ມບໍລິສັດ semiconductor ໃຫມ່ຂອງ Samsung ທີ່ຕັ້ງຢູ່ໃນພາກກາງຂອງລັດເທັກຊັສ. ນັ້ນໝາຍຄວາມວ່າ ມີການປ່ຽນແປງຂະໜາດໃຫຍ່ສຳລັບເມືອງ ເທເລີ (Taylor).

ໃນຊ່ວງທໍາອິດ, ເມືອງ ເທເລີ ເບິ່ງຄືວ່າເປັນເມືອງນ້ອຍໆຄືກັບເມືອງອື່ນໆໃນລັດເທັກຊັສ. ແຕ່ຢູ່ໃນບໍລິເວນຂົງເຂດຊານເມືອງ, ເຊິ່ງຕັ້ງຢູ່ຟາກທາງດ່ວນທີ່ຫຍຸ້ງຍາກສັບສົນຈາກໂຮງຮຽນມັດທະຍົມປາຍ, ບໍລິສັດເທັກໂນໂລຈີຂະໜາດໃຫຍ່ Samsung ທີ່ມີພະນັກງານ 10,000 ຄົນ ກໍາລັງເຮັດວຽກຕະຫຼອດເວລາ ເພື່ອສ້າງໂຮງງານຜະລິດ semiconductor ຂອງຕົນ ທີ່ມີຂະໜາດໃຫຍ່ສອງເທົ່າຂອງວິທະຍາເຂດຫຼັກ ພຽງເທັກ (Pyeongtaek) ທີ່ຕັ້ງຢູ່ໃນເກົາຫລີໃຕ້.

ທ່ານນາງ ເທຍ ເຣ ສໂຕນ (Tia Rae Stone), ປະທານຂອງສະພາການຄ້າໃຫຍ່ ເທເລີ ກ່າວວ່າ:

“ພວກເຮົາໄດ້ຢູ່ໃນຊ່ວງການຫຼຸດລົງຂອງລະບົບເສດຖະກິດປະມານ 50 ປີ, ແລະນີ້ ແມ່ນການນໍາເອົາສິ່ງມີຊີວິດກັບຄືນມາອີກຄັ້ງ. ຂ້າ​ພະ​ເຈົ້າ​ມີຄວາມພູມໃຈ​ໃນ​ບົດ​ບາດ​ຂອງ​ປະ​ຊາ​ຄົມຂ້າ​ພະ​ເຈົ້າ​ໃນດ້ານ​ຄວາມໝັ້ນຄົງ​ສາ​ກົນຫຼາຍ. ຄວາມສໍາຄັນຂອງການນໍາເອົາການຜະລິດ semiconductor ຊິບ ກັບຄືນມາສູ່ ສະຫະລັດ, ພວກເຮົາຮູ້ສຶກເຖິງການຂາດເຂີນທີ່ສຸດໃນຊ່ວງການລະບາດຂອງພະຍາດ Covid, ແລະການຂາດເຂີນລະບົບຕ່ອງໂສ້ການສະຫນອງສິນຄ້າຈໍານວນຫຼາຍ ໄດ້ເຮັດໃຫ້ຊິບ semiconductor ຫຼຸດລົງ.”

ຊຳຊຸງ ເລີ້ມມາຕັ້ງໂຮງງານຂອງຕົນຢູ່ທີ່ນີ້ໃນຕົ້ນປີ 2022.

ຫຼັງຈາກນັ້ນ, ໃນເດືອນແລ້ວນີ້ ລັດຖະບານ ທ່ານ ໄບເດັນ ໄດ້ປະກາດເງິນຈໍານວນ 6.4 ຕື້ໂດລາສໍາລັບໂຄງການດັ່ງກ່າວ. ໃນການຕອບແທນ, Samsungຄາດວ່າ ຈະ “ເພີ້ມ” ການລົງທຶນເບື້ອງຕົ້ນໃນຈໍານວນ 17 ຕື້ໂດລາ ຫາ 40 ຕື້ໂດລາ ໃນບໍ່ເທົ່າໃດປີຕໍ່ຫນ້າ.

ທ່ານໄບຣອັນ ຣາຍເດລ (Brandt Rydell) ເຈົ້າເມືອງທີ່ມີປະຊາກອນ 16,000 ຄົນ ກ່າວວ່າ:

“ພວກເຮົາແມ່ນພຽງແຕ່ປະມານຫ້າປີເທົ່ານັ້ນ ທີ່ຖຶືກຕັດອອກຈາກມູນຄ່າທັງຫມົດຂອງເມືອງ, ເຊິ່ງຖືກປະເມີນໄປແລ້ວນັ້ນ. ທຸກສິ່ງຢູ່ໃນເມືອງທີ່ມີມູນຄ່າຫນ້ອຍກວ່າ 1 ຕື້ໂດລາ, ດັ່ງນັ້ນ ຈະເວົ້າວ່ານີ້ແມ່ນບໍລິສັດທີ່ຈະລົງທຶນ 17 ຕື້ໂດລາ ມັນເປັນເລື່ອງທີ່ເຫຼືອເຊື່ອໜ້ອຍນຶ່ງ.”

ໃນລະຫວ່າງການຍ່າງເລາະທົ່ວບໍລິເວນຕົວເມືອງ, ທ່ານ ຣາຍເດລ ໄດ້ຊີ້ໃຫ້ເຫັນເດີ່ນສະເກັດສາທາລະນະທີ່ມີຊື່ສຽງ ແລະຮ້ານຂາຍຍານພາຫະນະລົດຍົນ, ແຕ່ກໍຍັງຄົງມີອາຄານຫຼາຍຫຼັງທີ່ຖືກປະຖິ້ມໄວ້.

ນາງເຣັກເຄວລ ທໍເຣສ (Racquel Torres), ເຈົ້າຂອງຮ້ານດອກໄມ້ທີ່ຕັ້ງຢູ່ໃກ້ຖະໜົນໃຫຍ່. ນາງ​ກ່າວ​ໂດຍຄາດວ່າ ການ​ຂະ​ຫຍາຍ​ຕົວ​ທາງດ້ານ​ເສດ​ຖະ​ກິດບໍ່​ໄດ້​ມາ​ໄວພໍ​ສໍາ​ລັບ​ເຈົ້າ​ຂອງ​ທຸ​ລະ​ກິດ​ຈໍານວນນຶ່ງ​ທີ່​ກໍາ​ລັງ​ເຊົ່າສະຖານທີ່ຢູ່, ໂດຍນາງກ່າວວ່າ:

“ການເຂົ້າມາໃນເມືອງແຫ່ງນີ້ຂອງ Samsung ເປັນສິ່ງທີ່ດີ, ແຕ່ບໍ່ແມ່ນໃນຂະນະນີ້. ພວກເຮົາຍັງບໍ່ເຫັນສິ່ງທີ່ເປັນປະໂຫຍດອັນໃດເທື່ອ, ແຕ່ມູນຄ່າສໍາລັບທຸລະກິດຕ່າງໆເພີ້ມຂຶ້ນເທົ່າກັບພາສີຊັບສິນຕ່າງໆ. ດັ່ງນັ້ນ, ພວກເຂົາເຈົ້າກໍາລັງຄິດຄ່າເຊົ່າຫຼາຍຂຶ້ນກວ່າເກົ່າ, ແລະມັນກໍບັງຄັບໃຫ້ບໍລິສັດທັງຫຼາຍຕ້ອງປິດກິດຈະການໄປ.”

ນາງຊັນເຈິນ ນາໂອມິ ຄິມ (Sungeun Naomi Kim) ຍັງຄົງລໍຖ້າລູກຄ້າໃຫມ່ຢູ່. ນາງອາໄສໂອກາດນີ້ນໍາເມືອງ ເທເລີ ລຸນຫຼັງທີ່ນາງໄດ້ຮັບໂທລະສັບຈາກພໍ່ ແລະແມ່ຂອງນາງໃນເກົາຫລີໃຕ້, ຜູ້ທີ່ເຫັນຂ່າວກ່ຽວກັບໂຮງງານ Samsung ແຫ່ງໃຫມ່ຢູ່ໃນຂ່າວທ້ອງຖິ່ນຂອງພວກເຂົາເຈົ້າ. ນາງໄດ້ເປີດຮ້ານອາຫານເກົາຫຼີແຫ່ງທຳອິດໃນເມືອງເທເລີ ໂດຍມີຊື່ວ່າ “ອາຫານໂຊລແຫ່ງເມືອງເທເລີ,” ເຊິ່ງເປັນບ່ອນທີ່ລູກຄ້າຂອງນາງສ່ວນໃຫຍ່ແມ່ນຄົນທ້ອງຖິ່ນທີ່ມີຄວາມຢາກຮູ້ຢາກເຫັນ.

ນາງຊັນເຈິນ ນາໂອມິ ຄິມ ກ່າວວ່າ:

“ພວກເຂົາເຈົ້າບໍ່ເຄີຍກິນອາຫານເກົາຫຼີເລີຍ. ແລະ, ສິ່ງດຽວທີ່ພວກເຂົາເຈົ້າສາມາດຄິດອອກແມ່ນ 'ຄວາມເຜັດ', ແຕ່ອາຫານເກົາຫຼີບໍ່ມີແຕ່ຄວາມເຜັດເທົ່ານັ້ນ. ມັນຍັງມີທັງອາຫານຄາວ ແລະຫວານ ທີ່ມີລົດຊາດແຊບ.”

ທ້າວ ຣາຍອັນ (Ryan) ແລະ ນາງອາເລເຊຍ ດາເວັນຜອດ (Alecia Davenport), ເຈົ້າຂອງຮ້ານກາເຟ Curb Side Coffee House ໃນເມືອງເທເລີ.

ທ້າວ ຣາຍອັນ ດາເວັນຜອດ ກ່າວວ່າ:

“ການແນມເຫັນເຂດຕ່າງໆໃນຕົວເມືອງຖືກປົກປິດໄວ້ເມື່ອແປດປີບໍ່ດົນມານີ້ມາເປັນການມີທຸລະກິດແບບອັນນີ້ຢູ່ຫ້ອງຖັດໄປ, ໝົດຊ່ວງຕຶກ ແລະ ຊ່ວງຕຶກຕ່າງໆທີ່ຢູ່ອ້ອມແອ້ມແມ່ນເປັນຕາເບິ່ງຫຼາຍ, ແລະຂ້ອຍຄິດວ່າ Samsung ມີແຕ່ຈະເພີ່ມອົງປະກອບອົງປະກອບເຫຼົ່ານັ້ນມາໃສ່.”

ມະຫາວິທະຍາໄລເທັກຊັສ ທີ່ຕັ້ງຢູ່ເມືອງ ອອສຕິນ (Austin) ກໍາລັງເປີດວິທະຍາເຂດຢູ່ໃນເນື້ອທີ່ 68 ເອເຄີ້ ໃກ້ກັບໂຮງງານຂອງ Samsung ແລະໂຮງຮຽນມັດທະຍົມປາຍ ເທເລີ. ສະຖາບັນອີເລັກໂທຣນິກ ເທັກຊັສ ຂອງມະຫາວິທະຍາໄລ ແມ່ນກຳລັງຊອກຫາສະຖານທີ່ເພື່ອຮ່ວມມືຄົ້ນຄວ້າກັບຄູ່ພາຄີ semiconductor, ລວມທັງບໍລິສັດ Samsung ນໍາອີກດ້ວຍ.

ອ່ານບົດລາຍງານລຸ່ມນີ້ ເປັນພາສາອັງກິດ

The Biden administration last month announced $6.4 billion in direct funding to back South Korean tech giant Samsung’s new semiconductor cluster in central Texas. That means big changes for the town of Taylor. Deana Mitchell has our story.

At first glance, Taylor seems like many other small Texas towns. But on the outskirts, across a busy highway from the high school, tech giant Samsung has 10,000 people working around the clock to build its semiconductor manufacturing facility that will be twice as large as its flagship Pyeongtaek Campus in South Korea.

Tia Rae Stone is the president of the Greater Taylor Chamber of Commerce.

(Tia Rae Stone, Greater Taylor Chamber of Commerce)

“We’ve been in about 50 years of economic decline, and this is bringing vitality back. I am so pleased in the role my community is playing in international defense. The importance of bringing semiconductor chip manufacturing back to the United States— we felt so many shortages during Covid, and a lot of those supply chain shortages went down to semiconductor chips.”

Samsung broke ground here in early 2022.

Then the Biden administration last month announced $6.4 billion in funding for the project. Samsung, in turn, is expected to “up” its initial $17 billion investment to $40 billion in the coming years.

Brandt Rydell is mayor of the town of 16,000.

(Brandt Rydell, Taylor Mayor)

“We were only about five years removed from the entire valuation of the city, having been assessed – everything in the city – at less than $1 billion so to say this was a company looking to invest $17 billion was a little mind-blowing.”

During a walk around town, Rydell pointed out a popular skate park and an auto body shop, but also many abandoned buildings.

Racquel Torres owns a flower shop on Main Street. She says the expected economic boom is not coming fast enough for some business owners who are renting.

(Racquel Torres, Shop Owner)

“Samsung coming to town is a good thing, but not now. We’re not seeing the rewards yet, but values for businesses have gone up as far as the property taxes. Therefore, they’re charging more rent, and it’s forcing companies to go out of business.”

Sungeun Naomi Kim is also awaiting new customers. She took a chance on Taylor, after a call from her parents in South Korea, who saw the new Samsung plant on their local news. She opened Taylor’s first Korean restaurant – “Taylor Seoul Food” – where most of her customers are curious locals.

(Sungeun Naomi Kim, Restaurant Owner)

“They never really had Korean food. And, only thing they can think of is ‘spiciness’, but Korean food is not just about spiciness. There is sweet and savory food.”

Ryan and Alecia Davenport own Taylor’s Curb Side Coffee House.

(Ryan Davenport, Coffee House Owner)

“Seeing the downtown area boarded up as recent as eight years ago to having businesses like this one, next door, this entire block and blocks around has been really fun to watch, and I think that Samsung is only gonna add to that kind of element.”

The University of Texas at Austin is opening a Taylor campus on 68 acres close to Samsung and Taylor High School. The university’s Texas Institute for Electronics is looking to the site for joint research with semiconductor partners, including Samsung.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG